ຮ້ານຕັດຜົມ “ບໍ່ມີສຽງເວົ້າ” ຢູ່ ຮ້າລອງ

QUANG DUNG
Chia sẻ

(VOVWORLD) -ມີຮ້ານຕັດຜົມພິເສດຢູ່ໃຈກາງນະຄອນ ຮ້າລອງ ແຂວງກວ໋າງນິງ ແມ່ນບ່ອນທີ່ເຈົ້າຂອງຮ້ານ ແລະ ພະນັກງານ ລ້ວນແຕ່ເປັນຄົນຫູໜວກ, ປາກກືກມາແຕ່ເກີດ. ໂດຍຜ່ານຜ່າຊະຕາກຳຂອງຕົນ, ຊາຍນຸ່ມ  ວັນຄັກຮວັນ, ເຈົ້າຂອງຮ້ານ ໄດ້ຕັດສິນໃຈເດີນຕາມຄວາມເມົາມົວຂອງຕົນ, ກາຍເປັນຊ່າງຕັດຜົມເກັ່ງ ແລະ ສອນວິຊາຊີບໃຫ້ຫລາຍຄົນທີ່ົບກັບຄວາມຍຸ້ງຍາກດ້ານສຸຂະພາບຄືກັນກັບຕົນເອງ.

ຮ້ານຕັດຜົມ “ບໍ່ມີສຽງເວົ້າ” ຢູ່ ຮ້າລອງ - ảnh 1ຮ້ານຕັດຜົມ “ບໍ່ມີສຽງເວົ້າ” ຢູ່ ຮ້າລອງ. ພາບ:VOV

ເມື່ອເຂົ້າໄປໃນຮ້ານຕັດຜົມຂອງ ຄັກຮວັນ ແມ່ນພື້ນທີ່ເຕັມໄປດ້ວຍສຽງດົນຕີທີ່ອອນຊອນ, ມ່ວນ. ບໍ່ມີສຽງເວົ້າ, ມີແຕ່ຮອຍຍິ້ມຈາກເຈົ້າຂອງ, ພະນັກງານ ແລະ ລູກຄ້າສື່ສານກັນດ້ວຍການຂຽນຕົວຫນັງສື, ຮູບພາບ, ພາສາທີ່ເປັນສັນຍາລັກ...   ນາງ ຫງວຽນທິຮຶງ, ລູກຄ້າທີ່ໃກ້ຊິດສະຫນິດສະຫນົມຂອງຮ້ານໄດ້ມາຊົມໃຊ້ບໍລິການກ່ອນໄປເຮັດວຽກ. ເອື້ອຍມາຮ້ານເລື້ອຍໆບໍ່ແມ່ນຍ້ອນຮ້ານຕັດຜົມແຫ່ງນີ້ແມ່ນຂອງຄົນພິການ, ແຕ່ເອື້ອຍຮູ້ຢ່າງແນວແນ່ວ່າ "ຄຸນະພາບການບໍລິການ" ແມ່ນສິ່ງທີ່ເຮັດໃຫ້ເອື້ອຍພໍໃຈ ແລະ ເປັນບ່ອນທີ່ເອື້ອຍໄດ້ມາຕັດຜົມຕະຫລອດ 6 ປີທີ່ຜ່ານມາ. ເອື້ອຍ  ຮືງ ແບ່ງປັນວ່າ:

ມາຮ້ານຕັດຜົມນີ້ໃນຄັ້ງທຳອິດ ້າພະເຈົ້າເຫັນວ່າ ຄຸນນະພາບຢູ່ທີ່ນີ້ກໍ່ດີຫລາຍ. ແລະໃນຄັ້ງຕໍ່ໄປທີ່ມາທີ່ນີ້ ເຫັນວ່າພວກເພື່ອນເຮັດວຽກ ຮັບໃຊ້ລູຄ້ານັບມື້ນັບດີກວ່າເກົ່າ. ຂ້າພະເຈົ້າເຮັດວຽກງານສະພາບແວດລ້ອມທີ່ອຶກກະທຶກຄຶກໂຄມ, ແຕ່ມານີ້ຮູ້ສຶກວ່າ ສະຫງົບງຽບດີ, ບັນຍາກາດແບບສະບາຍສະບາຍ, ເໝກັບຕົນເອງ.

ເຊັ່ນດຽວກັນກັບເອື້ອຍຮຶງ, ລູກຄ້າຫຼາຍຄົນເມື່ອເຂົ້າມາຮ້ານລ້ວນແຕ່ມີຄວາມປະທັບໃຈ ແລະ ຕື້ນຕັນໃຈເມື່ອເຫັນປ້າຍທີ່ຂຽນແຖວຕົວຫນັງສືວ່າ “ຂ້ອຍແມ່ນຄົນຫູໜວກ, ກະລຸນາສະກິດບ່າຂ້ອຍ ຫຼື ຂຽນໃສ່ໂທລະສັບເມື່ອເຈົ້າຕ້ອງການເດີ".

 “Salon ຜົມແຫ່ງນີ້ມີຄວາມພິເສດທີ່ສຸດ, 99% ຈຳນວນພະນັກງານແມ່ນຫູໜວກ ແລະ ປາກກືກ. ເຈົ້າຂອງມີສີມືດີຫຼາຍ, ຂ້າພະເຈົ້າມາເຮັດຜົມຢູ່ທີ່ນີ້ລ້ວນແຕ່ແມ່ນເຈົ້າຂອງຮ້ານເຮັດໃຫ້, ຮູ້ສຶກສະບາຍ, ສຸດຈິດສຸດໃຈຕໍ່ວຽກທີ່ສຸດ".

ກ່ອນນີ້ 12 ປີ (2012), ຮວັນ ເລີ່ມເມົາມົວກັບອາຊີບຕັດຜົມ ແລະ ມີຄວາມໄຝ່ຝັນວ່າຈະເປີດຮ້ານຕັດຜົມແຫ່ງຫນຶ່ງສະເພາະໃຫ້ຕົນເອງ ຜ່ານນັ້ນ ກໍ່ສາມາດສ້າງວຽກເຮັດງານທຳໃຫ້ພວກເພື່ອນທີ່ປະສົບກັບຄວາມຫຍຸ້ງຍາກດ້ານສຸຂະພາບຄືຕົນເອງ. ປີ 2016 ຄວາມໄຝ່ຝັນຂອງ ທ້າວ ຮວັນ ໄດ້ກາຍເປັນຄວາມຈິງ. ປະຈຸບັນ ມີເພື່ອນຫນຸ່ມຫລາຍຄົນທີ່ມາຈາກຫລາຍທ້ອງຖິ່ນທີ່ຫ່າງໄກ ໄດ້ຖືຮ້ານຕັດຜົມເປັນຈຸດນັດພົບທີ່ສະຫນິດສະຫນົມ. ເອື້ອຍ ຮວ່າງທິຫຍ໋າເຟືອງ, ພະນັກງານເຮັດວຽກງານສັງຄົມ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

 “ພວກເພື່ອນເຮັດວຽກຢູ່ຮ້ານຕັດຜົມນີ້ ບໍ່ແມ່ນຢູ່ນະຄອນ ຮ້າລອງ  ທັງໝົດ ຫາກມີຫລາຍຄົນຢູ່ບັນດາແຂວງ, ນະຄອນອື່ນຄື: ຫາຍຮ່າ, ເດີມຮ່າ, ຕຽນອຽນ, ບາແຈ໋, ມອງກາຍ..

ທັງມີຄວາມດຸໝັ່ນຂະຫຍັນພຽນສ້າງຄວາມໄຝ່ຝັນຂອງຕົນ, ຄັກຮວັນ ກໍ່ສຸດຈິດສຸດໃຈຊ່ວຍເຫລືອ, ຫນູນຊ່ວຍປະຊາຄົມຜູ້ຫູຫນວກ, ປາກກືກ ຊ່ວຍໃຫ້ຫລາຍຄົນຄື ຮວນ ສ້າງຄວາມໄຝ່ຝັນຂອງຕົນ. ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ແຕ່ລະປີ ຄັກຮວັນ ໄດ້ສອນໃຫ້ເພື່ອນທີ່ຫູຫນວກນັບສິບໆຄົນ ຮູ້ເຮັດອາຊີບຕັດຜົມ. ມີຫລາຍຄົນເຮັດເປັນ ແລະ ເປີດຮ້ານຕັດຜົມສະເພາະຂອງຕົນ.

“ຮ້ານຕັດຜົມຂອງ ຮວັນ ແມ່ນບ່ອນທີ່ມີຄວາມໝາຍທີ່ສຸດສຳລັບຜູ້ຫູໜວກທີ່ຫາຫໍ່ເຮັດອາຊີບ, ພວມຊອກຫາທິດທາງໃຫ້ຕົນເອງ. ທີ່ຮ້ານຕັດຜົມເຂົາເຈົ້າມີໂອກາດຊອກຮູ້ວ່າຕົນເໝາະກັບອາຊີບນີ້ຫຼືບໍ່, ຈາກນັ້ນກໍ່ສາມາດຊອກວຽກທີ່ເໝາະສົມໃຫ້ຕົນເອງໄດ້ ເພື່ອສາມາດຫາເງິນລ້ຽງຊີບໄດ້ໃນອະນາຄົດ”.

ຮ້ານຕັດຜົມ “ບໍ່ມີສຽງເວົ້າ” ຢູ່ ຮ້າລອງ - ảnh 2ເອື້ອຍ ຮວ່າງທິຫຍ໋າເຟືອງ, ພະນັກງານເຮັດວຽກງານສັງຄົມ ແຂວງ ກວ໋າງນິງ. ພາບ:VOV

ດ້ວຍການອຸທິດ, ຄວາມສຸດຈິດສຸດໃຈໃນອາຊີບ ແລະ ມີຈິດໃຈຮູ້ແບ່ງປັນກັບຜູ້ທີ່ມີສະພາບຄືກັບຕົນເອງ, ວັນຄັກຮວັນ ກໍ່ໄດ້ຮັບການເຊີດຊູ ແລະ ຮັບໃບຍ້ອງຍໍເປັນຫຼາຍຄັ້ງຈາກ ກົມຊ່ວຍເຫຼືອສັງຄົມ, ເປັນແບບຢ່າງໃຫ້ແກ່ໄວໜຸ່ມພິການຫຼໍ່ລ້ຽງຄວາມຄາດຫວັງບືນຕົວຂຶ້ນ, ອອກແຮງງານດ້ວຍຕົນເອງ ເພື່ອຫາເງິນລ້ຽງຕົນເອງ ແລະ ເຊື່ອມຕົວ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະຊາຄົມ ແລະ ສັງຄົມ.

ຕອບກັບ