ຫ້ອງຮຽນວິຊາຊີບ ຢູ່ຄ້າຍຄຸມຂັງເລກ 1 ຕຳຫຼວດນະຄອນ ຮ່າໂນ້ຍ

Ngoc Anh
Chia sẻ

(VOVWORLD) -ຄ້າຍຄຸມຂັງເລກ 1 ຕຳຫຼວດນະຄອນ ຮ່າໂນ້ຍ, ຫວຽດນາມ (ຕາແສງ ຊວນເຟືອງ, ເມືອງນາມຕືລຽມ), ແມ່ນບ່ອນພວມຄຸ້ມຄອງ, ຄຸມຂັງ, ສຶກສາອົບຮົມ (ດັດສ້າງ) ຜູ້ຖືກຫາ, ນັກໂທດຫຼາຍກ່ວາ 3.600 ຄົນ. ຢູ່ທີ່ນີ້, ພວມມີຫ້ອງຮຽນພິເສດ, ສອນອາຊີບສ້ອມແປງໄຟຟ້າຄົວເຮືອນໃຫ້ບັນດານັກໂທດ.

ຫ້ອງຮຽນວິຊາຊີບ ຢູ່ຄ້າຍຄຸມຂັງເລກ 1 ຕຳຫຼວດນະຄອນ ຮ່າໂນ້ຍ - ảnh 1ຊຸດຮຽນວິຊາຊີບ. ພາບ: Ngoc Anh

ປີນີ້, ເປັນຄັ້ງທຳອິດທີ່ຄ້າຍຄຸມຂັງເລກ 1 ຕຳຫຼວດນະຄອນ ຮ່າໂນ້ຍ, ຫວຽດນາມ ໄດ້ເປີດຊຸດສອນວິຊາຊີບສ້ອມແປງເຄື່ອງເອເລັກໂຕນິກ, ເຄື່ອງໄຟຟ້າໃຫ້ບັນດານັກໂທດ. ໂດຍເປີດສົກຮຽນໃນເດືອນ ຕຸລາ 2023, ຫ້ອງຮຽນໄດ້ເປີດສອນຢູ່ຫໍປະຊຸມຂອງຄ້າຍຄຸມຂັງ. ພັນໂທ ຟາມຈ້ຽນທັ້ງ, ຮອງຫົວຫນ້າ ຄ້າຍຄຸມຂັງເລກ 1 ຕຳຫຼວດນະຄອນ  ຮ່າໂນ້ຍ,  ໃຫ້ຮູ້ວ່າ:

 “ຄ້າຍຄຸມຂັງເລກ 1 ສົມທົບກັບໂຮງຮຽນວິທະຍາໄລເອເລັກໂຕນິກ-ເຄື່ອງໄຟຟ້າ ຮ່າໂນ້ຍ, ຫວຽດນາມ ເປີດຊຸດສອນວິຊາຊີບສ້ອມແປງໄຟຟ້າຄົວເຮືອນໃຫ້ນັກໂທດຈຳນວນຫນຶ່ງ. ຊຸດຮຽນມີນັກໂທດ 25 ຄົນ. ສ່ວນຫຼາຍແມ່ນບັນດານັກໂທດທີ່ໃກ້ຈະພົ້ນໂທດ ແລະ ຈະກັບຄືນໄປດຳລົງຊີວິດໃນສັງຄົມອີກຄັ້ງ, ຍ້ອນໄດ້ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງຄ້າຍເປັນຢ່າງດີ. ໄລຍະເວລາຮຽນແມ່ນ 300 ຊົ່ວໂມງ, ທຽບເທົ່າກັບ 3 ເດືອນ. ຫຼັງຈາກຮຽນວິຊາຊີບແລ້ວ, ນັກໂທດຈະໄດ້ຮັບໃບຢັ້ງຢືນວິຊາຊີບຊັ້ນຕົ້ນ”.

ຫ້ອງຮຽນແບ່ງເປັນ 4 ກຸ່ມ, ແຕ່ລະກຸ່ມມີ 5-7 ຄົນ ຮຽນທັງທິດສະດີ ແລະ ລົງຕົວຈິງຢູ່ກັບທີ່ ໂດຍມີເຄື່ອງອຸປະກອນໄຟຟ້າຄົວເຮືອນຄົບຊຸດ. ໃນການຮຽນເປັນເວລາ 3 ເດືອນ, ບັນດານັກໂທດໄດ້ມີເວລາກວ່າ 70% ຊົ່ວໂມງຮຽນ ແມ່ນເຮັດທົດລອງຜ່ານຮູບຈຳລອງ ແລະ ເຄື່ອງມືອຸປະກອນຕ່າງໆ. ຍ້ອນແນວນັ້ນ ຈຶ່ງຊ່ວຍໃຫ້ຜູ້ຮຽນສາມາດສ້ອມແປງອຸປະກອນໄຟຟ້າຄົວເຮືອນໄດ້. ຫຼັງຈາກນີ້, ເມື່ອກັບຄືນມາເຊື່ອມຕົວກັບສັງຄົມ, ເຂົາເຈົ້າຈະສາມາດສ້ອມແປງເຄື່ອງໄຟຟ້າຄົວເຮືອນ, ມີລາຍຮັບທີ່ໝັ້ນຄົງ. ໃນຈຳນວນນັກໂທດທີ່ເຂົ້າຮ່ວມຊຸດຮຽນນັ້ນ, ຜູ້ມີອາຍຸນ້ອຍສຸດແມ່ນເກີດປີ 2004,  ຜູ້ອາຍຸຫລາຍສຸດແມ່ນເກີດປີ 1974. ນັກໂທດ N.T.N ແລະ T.Đ.K, ເຊິ່ງແມ່ນນັກໂທດສອງຄົນທີ່ພວມຮຽນວິຊາຊີບໃນຊຸດຮຽນນີ້ໃຫ້ຮູ້ວ່າ:

 “ທາງຄ້າຍໄດ້ເປີດຊຸດຮຽນເພື່ອສອນອາຊີບສ້ອແປງໄຟຟ້າຄົວເຮືອນ. ປັດຈຸບັນຊຸດຮຽນທຳອິດ ມີນັກໂທດ 25 ຄົນໄດ້ເຂົ້າຮ່ວມການຮຽນ. ຮຽນແຕ່ວັນຈັນເຖິງວັນສຸກ ຂອງແຕ່ລະອາທິດ.

ເຂົ້າຮ່ວມຫ້ອງຮຽນວິຊາຊີບສ້ອມແປງເຄື່ອງເອເລັກໂຕນິກ, ເຄື່ອງໃຊ້ໄຟຟ້າ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມຮູ້ພື້ນຖານດ້ານໄຟຟ້າຄົວເຮືອນ ແລະ ສາມາດສ້ອມແປງເຄື່ອງໄຟຟ້າໃນຄອບຄົວໄດ້ດ້ວຍຕົນເອງ. ດ້ານອື່ນ ນັກໂທດຄືພວກຂ້າພະເຈົ້າ ຍັງສາມາດກຳນົດທິດທາງວິຊາຊີບໃໝ່ຂອງຕົນເມື່ອພົ້ນໂທດ. ຫຼັງຈາກຮຽນວິຊາຊີບສ້ອມແປງເອເລກໂຕນິກ, ເຄື່ອງໃຊ້ໄຟຟ້າແລ້ວ ສ່ວນໃຫ່ຍນັກໂທດ ກໍ່ມີຄວາມເປັນເຈົ້າການ ເພື່ອໃຫ້ຫຼັງຈາກກັບໄປສູ່ສັງຄົມຈະມີອາຊີບທີ່ໝັ້ນຄົງ. ຂ້າພະເຈົ້າເອງກໍ່ພະຍາຍາມຮຽນເພື່ອຍົກສູງທັກສະສີມືຂອງຕົນ. ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄວາມເອົາໃຈໃສ່ຂອງຄະນະຜູ້ຄຸມຂັງ ແລະ ການສິດສອນທີ່ສຸດຈິດສຸດໃຈຂອງບັນດາຄູ-ອາຈານ.

ຫ້ອງຮຽນວິຊາຊີບ ຢູ່ຄ້າຍຄຸມຂັງເລກ 1 ຕຳຫຼວດນະຄອນ ຮ່າໂນ້ຍ - ảnh 2ອາຈານ ເຈີນລຽມຫ້ຽວ ພວມສອນວິຊາຊີບໃຫ້ແກ່ນັກໂທດ. ພາບ: Ngoc Anh

ປັດຈຸບັນ, ຫ້ອງຮຽນວິຊາຊີບເອເລັກໂຕນິກ, ເຄື່ອງໃຊ້ໄຟຟ້າ ໃຫ້ສຳລັບບັນດານັກໂທດ ແມ່ນໂຄງການທຳອິດຂອງນະຄອນຫຼວງ ຮ່າໂນ້ຍ, ຫວຽດນາມ. ໂຮງຮຽນວິທະຍາໄລເອເລັກໂຕນິກ-ເຄື່ອງໃຊ້ໄຟຟ້າ ຮ່າໂນ້ຍ, ຫວຽດນາມ ໄດ້ສົ່ງຄູອາຈານຈຳນວນ 8 ຄົນເພື່ອໄປສິດສອນວິຊາຊີບໃຫ້ບັນດານັກໂທດ. ອາຈານ ເຈີ່ນລຽມຮ້ຽວ, ຫົວໜ້າພະແນກໄຟຟ້າອັດຕະໂນມັດ, ວິທະຍາໄລເອເລັກໂຕຼນິກ-ເຄື່ອງໄຟຟ້າ ຮ່າໂນ້ຍ, ຫວຽດນາມ ໃຫ້ຮູ້ວ່າ:

ບັນດາຜູ້ຮຽນແມ່ນໃນເກນອາຍຸທີ່ແຕກຕ່າງກັນ, ມາຈາກຫຼາຍສາຍອາຊີບ ສະນັ້ນ ການຮັບເອົາຄວາມຮູ້ຂອງແຕ່ລະຄົນກໍ່ບໍ່ຄືກັນ. ແຕ່ພວກຂ້າພະເຈົ້າກໍ່ພະຍາຍາມສຸມທຸກກຳລັງເພື່ອຖ່າຍທອດຄວາມຮູ້ຂອງຕົນໃຫ້ຜູ້ຮຽນມີທັກສະສີມືທີ່ດີທີ່ສຸດ, ຫຼັງຈາກຮຽນຈົບ ສາມາດເຮັດໜ້າວຽກຕົວຈິງໄດ້ເລີຍ. ຍ້ອນວ່າເປັນກຸ່ມເປົ້າໝາຍພິເສດກວ່າຫ້ອງຮຽນທຳມະດາ, ສະນັ້ນ ພວກຂ້າພະເຈົ້າຈິ່ງໄດ້ສົ່ງບັນດາຄູອາຈານທີ່ມີຄວາມຮູ້ຄວາມສາມາດໃນດ້ານວິຊາຄູ ແລະ ມີກຳລັງຄວາມສາມາດດີເພື່ອໄປສອນ. ເມື່ອສອນພວກຂ້າພະເຈົ້າໄດ້ກຳນົດທິດວ່າ ເມື່ອຮຽນຈົບຊຸດຮຽນນີ້ແລ້ວ, ຜູ້ຮຽນກໍ່ສາມາດກັບມາຮຽນເຊື່ອມຕໍ່ໃນລະດັບທີ່ສູງຂື້ນ, ເພື່ອຍົກລະດັບທັກສະ ຢູ່ໂຮງຮຽນວິທະຍາໄລເອເລັກໂຕນິກ-ເຄື່ອງໄຟຟ້າ ຮ່າໂນ້ຍ, ຫວຽດນາມ. ໂຄງການນີ້ສະແດງເຖິງຄວາມມີມະນຸດສະທຳຂອງພັກລັດມີຕໍ່ນັກໂທດ.ໃບຢັ້ງຢືນນີິ້ມີເງື່ອນໄຂຢ່າງຄົບຖ້ວນໃນການເຂົ້າສູ່ຕະຫຼາດແຮງງານ.

ຄ້າຍຄຸມຂັງເລກ 1 ຕຳຫຼວດນະຄອນຫຼວງ ຮ່າໂນ້ຍ, ຫວຽດນາມ ມີແຜນເປີດກ້ວາງຊຸດສອນວິຊາຊີບ, ຊ່ວຍບັນດານັກໂທດຫຼັງຈາກພົ້ນໂທດ ໄດ້ກັບຄືນສູ່ສັງຄົມດຳລົງຊີວິດທີ່ເປັນປົກກະຕິ, ກາຍເປັນຄົນຊື່ສັດ, ບໍ່ກັບໄປລະເມີດກົດໝາຍອີກ.

ຕອບກັບ