ນ້ອງ ຫງວຽນຮວ່າງບ໋າວ, ອາຍຸ 9 ປີ ຢູ່ ແຂວງ ເລີມດົ່ງ ພວມໂອ້ລົບກັບເອື້ອຍຄູດ້ວຍພາສາອັງກິດ. ພາບ:Như Thiện |
ທຸກມື້ ບັນຍາກາດຢູ່ ຫ້ອງຮຽນພາສາອັງກິດ ຢູ່ ພະແນກໄຂ່ຫລັງ ຮໍໂມນ ໂຮງໝໍເດັກເລກ 1 ນະຄອນ ໂຮ່ຈີມິນ ແມ່ນຟົດຟຶ້ນທີ່ສຸດ ດ້ວຍສຽງທີ່ສົດໃສຂອງພວກນ້ອງນ້ອຍກຳລັງຫັດອ່ານພາສາອັງກິດ ດັງກ້ອງຂຶ້ນ. ຫ້ອງຮຽນນີ້ ມີເອື້ອຍຄູ 3 ຄົນ, ເຂົາເຈົ້າທັງສອນ, ທັງຕິດຕາມ ແລະ ແນະນຳໃຫ້ນ້ອງໆໂອ້ລົມສົນທະນາ, ຂຽນຕົວຫນັງສື. ເຖິງວ່າ ຢູ່ແຂນຂອງເດັກຍັງມີເຂັມສົ່ງຢາກໍ່ຕາມ ແຕ່ພວກນ້ອງນ້ອຍກໍ່ບໍ່ໄດ້ສົນໃຈ, ຜູ້ໃດກໍ່ຕັ້ງໃຈຮັບຟັງຄູສອນ ແລະ ໂອ້ລົມສົນທະນາກັບໝູ່ເພື່ອນ, ຄູອາຈານ. ນ້ອງ ຫງວຽນຮວ່າງບ໋າວ, ອາຍຸ 9 ປີ ຢູ່ ແຂວງ ເລີມດົ່ງ ເຂົ້າໂຮງໝໍຢູ່ ນະຄອນ ໂຮ່ຈີມິນ ເມື່ອຍັງບໍ່ທັນປິດສົກຮຽນ ໄດ້ແບ່ງປັນວ່າ:
“ຫລານຮຽນໃນຫ້ອງຮຽນນີ້ ມ່ວນຫລາຍ, ມີຄວາມສະດວກທີ່ສຸດ. ໝູ່ເພື່ອນກໍ່ສະຫນິດສະຫນົມ, ມ່ວນຊື່ນ, ຮັກແພງກັນ ພ້ອມກັນລະຫລິ້ນ ແລະ ຮ່ຳຮຽນ, ພ້ອມກັນເຮັດວຽກເບົາໆ. ຫລານເຂົ້າຫ້ອງຮຽນນີ້ ໄດ້ລຶ້ງເຄີຍກັບໝູ່ເພື່ອນອີກຫລາຍຄົນ”.
ເອື້ອຍ ດິງທິອຸດໄບ໋, ຢູ່ ແຂວງ ບາກລຽວ ພວມເບິ່ງແຍງດູແລລູກທີ່ກຳລັງປິ່ນປົວຢູ່ພະແນກລະບົບລະລາຍ ໃຫ້ຮູ້ວ່າ: ລູກຂອງເອື້ອຍມາປິ່ນປົວຢູ່ໂຮງໝໍໃນເວລາເປັນເດືອນໆ ສະນັ້ນ ເລື່ອງໄປໂຮງຮຽນຂອງລູກຖືກຂາດວັກຂາດຕອນ. ເຖິງວ່າປີນີ້ ມີອາຍຸ 10 ປີແລ້ວກໍ່ຕາມ ແຕ່ລູກກໍ່ຍັງກຳລັງຮຽນຢູ່ຫ້ອງ ປໍ 2. ແຕ່ຕົ້ນປີນີ້ ເມື່ອໄດ້ເຂົ້າຮ່ວມ “ຫ້ອງຮຽນມ່ວນຊື່ນ” ແຕ່ວັນຈັນຮອດວັນສຸກຢູ່ໂຮງໝໍ, ຫລານ ຈີ ລູກຂອງເອື້ອຍ ກໍ່ມີຄວາມເບີກບານມ່ວນຊື່ນ ແລະ ດີໃຈຫລາຍ.
ຕາມທ່ານ ຈູວັນແທ່ງ, ຮອງຫົວຫນ້າພະແນກວຽກງານສັງຄົມ, ໂຮງໝໍເດັກເລກ 1 ນະຄອນ ໂຮ່ຈີມິນ ແລ້ວ, ກ່ອນນີ້ ພະແນກໄດ້ຈັດຕັ້ງການເຄື່ອນໄຫວຫນູນຊ່ວຍຄົນເຈັບທຸກຍາກ ແຕ່ຫລັງຈາກນັ້ນ ແມ່ນມີຫນ້າທີ່ເບິ່ງແຍງດູແລດ້ານຈິດໃຈໃຫ້ແກ່ເດັກທີ່ເປັນຄົນເຈັບຕື່ມຄື: ຈັດຕັ້ງການເຄື່ອນໄຫວອວຍພອນວັນເກີດ, ການລະຫລິ້ນໃນໂອກາດວັນບຸນເຕັດ ແລະ ພິເສດແມ່ນເປີດ “ຫ້ອງຮຽນມ່ວນຊື່ນ”. ສະນັ້ນ ເວລາພວກຫລານປິ່ນປົວຢູ່ໂຮງໝໍ ກໍ່ຮູ້ສຶກສະບາຍໃຈ ແລະ ມ່ວນກວ່າ. ຫ້ອງຮຽນນີ້ ທັງສອນຕາມປື້ມຕຳລາຮຽນ ແລະ ທັກສະໃນການດຳລົງຊີວິດ. ທ່ານ ຈູວັນແທ່ງ ໃຫ້ຮູ້ວ່າ:
“ປະຈຸບັນ ມີຫລາຍພະແນກຈົດທະບຽນເປີດຊຸດຮຽນໃຫ້ແກ່ເດັກ, ພະແນກພວມພິຈາລະນາ ເມື່ອພະແນກໃດມີບ່ອນຮຽນທີ່ກວ້າງ ແລະ ເດັກມີເກນອາຍຸເໝາະສົມຈຶ່ງອະນຸຍາດໃຫ້ເປີດ. ປະຈຸບັນ ພະແນກໃດເປີດຫ້ອງຮຽນມ່ວນຊື່ນ ກໍ່ລ້ວນແຕ່ເຊີນພວກນ້ອງນ້ອຍຢູ່ພະແນກອ້ອມຂ້າງມາຮຽນພ້ອມກັນ. ກ່ຽວກັບເລື່ອງເປີດຊຸດຮຽນຕື່ມອີກ ຕ້ອງມີການຫນູນຊ່ວຍຈາກຜູ້ໃຈບຸນໃຈກຸສົນ, ຕ້ອງການແຫລ່ງກຳລັງເພື່ອຊື້ອຸປະກອນການຮຽນໃຫ້ເດັກ”.
ພວກນ້ອງນ້ອຍຕັ້ງໃຈຮຽນພາສາອັງກິດ. ພາບ: Như Thiện |
ໃນຂະນະນັ້ນ ຫ້ອງຮຽນຢູ່ ພະແນກມະເຮັງ ໂຮງໝໍເດັກເລກ 2, ແຕ່ລະມື້ໄດ້ຕ້ອນຮັບນ້ອງນ້ອຍປະມານ 20 – 25 ຄົນມາຮຽນ. ໄລ່ມາຮອດປະຈຸບັນ, “ຫ້ອງຮຽນມ່ວນຊື່ນ” ຢູ່ ພະແນກແມ່ນດຳເນີນມາໄດ້ 8 ປີແລ້ວ, ໂດຍສະໂມສອນຂຽນຕົວຫນັງສືງາມ ສົມທົບກັບໂຮງໝໍຈັດຕັ້ງຂຶ້ນ. ຕາມທ່ານນາງ ເລທິມາຍ, ຫົວຫນ້າສະໂມສອນຂຽນຕົວຫນັງສືງາມແລ້ວ, ຫ້ອງຮຽນນີ້ ບໍ່ພຽງແຕ່ແມ່ນບ່ອນອີງດ້ານຈິດໃຈໃຫ້ແກ່ເດັກທີ່ເປັນຄົນເຈັບ ຫາກກົງກັນຂ້າມ ກະໂຕພວກນ້ອງເອງກໍ່ແມ່ນແຫລ່ງກຳລັງໃຈ, ແມ່ນແຫລ່ງບັນດານໃຈເພື່ອໃຫ້ເອື້ອຍ ມາຍ ແລະ ຜູ້ອາສາສະໝັກຮູ້ສຶກໄດ້ເຖິງຊີວິດທີ່ສວຍງາມກວ່າ.
“ບັນດາຄຳຕອບຂອງພວກຫລານ ຍາມໃດກໍ່ແມ່ນຄວາມຊົງຈຳຊື່ງຕົນເອງບໍ່ອາດຫລົງລືມໄດ້. ຜ່ານນັ້ນ ຂ້າພະເຈົ້າຈະຈື່ຈຳແຕ່ລະໃບຫນ້າ, ຄວາມຍິ້ມແຍ້ມແຈ່ມໃສຂອງພວກຫລານ. ຮູບພາບບາງແຜ່ນໂດຍພວກຫລານແຕ້ມມາພາຍໃຕ້ການແນະນຳຂອງພວກຂ້າພະເຈົ້າ ກໍ່ໄດ້ນຳມາເຊິ່ງຄຸນຄ່າອັນເລິກເຊິ່ງ. ຈາກວຽກງານເລັກໆນ້ອຍໆນັ້ນ ເຮັດໃຫ້ພວກຂ້າພະເຈົ້າຍິ່ງພະຍາຍາມປະຕິບັດວຽກງານນີ້ໃຫ້ນັບມື້ນັບດີກວ່າເກົ່າ”.
ໄລຍະຈະມາເຖິງ, ສະໂມສອນຂຽນຕົວຫນັງສືງາມ ຈະເປີດຕົວ “ໂຄງການອະນາຄົດສີຂຽວ” ສະຫງວນໃຫ້ແກ່ເດັກນ້ອຍເປັນມະເຮັງທີ່ເຕີບໃຫຍ່ ພາຍຫລັງປິ່ນປົວ ແລະ ພວກນ້ອງມີອາຍຸ 15 ປີຂຶ້ນໄປ ເພື່ອຊ່ວຍພວກນ້ອງມີໂອກາດໄດ້ເຂົ້າຮ່ວມກັບວຽກງານຊື່ງຕົນເອງໄດ້ມີຄວາມໄຝ່ຝັນກ່ອນນັ້ນ. ພາຍຫລັງໄດ້ເຮັດທົດລອງແລ້ວ ພວກນ້ອງຈະຮູ້ໄດ້ວ່າ ຕົນເອງມັກວຽກງານນີ້, ເຫັນວ່າເໝາະສົມກັບຄວາມສາມາດ ແລະ ເພື່ອເຊື່ອມຕົວເຂົ້າກັບວົງຄະນາຍາດ, ອຸທິດສ່ວນໃຫ້ແກ່ປະຊາຄົມ ແລະ ສັງຄົມ.