ຫໍສະມຸດຂອງຄວາມໄຝ່ຝັນ

Nho Trung - Anh Huyen
Chia sẻ

(VOVWORLD) -ໂດຍຮັບຮູ້ກ່ຽວກັບຄວາມສຳຄັນຂອງປື້ມ ແລະ ຄວາມປາດຖະຫນາຂອງຕົນ, ເອື້ອຍ ຢາງເຈົາ ພ້ອມກັບໝູ່ເພື່ອນຫນຸ່ມຂອງຕົນຢູ່ ຮ່າໂນ້ຍ ໄດ້ປະຕິບັດການຫັນຄວາມໄຝ່ຝັນຂອງຕົນ ແລະ ຂອງຄູອາຈານ, ນັກຮຽນຫລາຍຄົນຢູ່ເຂດພູສູງກ່ຽວກັບຫໍສະມຸດປື້ມໃຫ້ປະກົດຜົນເປັນຈິງ. ໂຄງການ “ຫໍສະມຸດຈາກບັນດາດອກໄມ້, ປ່ຽນດອກໄມ້, ສັນຍາລັກຂອງຄວາມງາມກາຍເປັນ “ສາງຂອງພູມປັນຍາ”, ຢູ່ບັນດາໂຮງຮຽນເຂດພູສູງ ແມ່ນເລື່ອງລາວຊື່ງພວກຂ້າພະເຈົ້າຢາກເລົ່າໃຫ້ທ່ານຜູ້ຟັງໄດ້ຮັບຟັງໃນລາຍການນີ້.

ຫໍສະມຸດຂອງຄວາມໄຝ່ຝັນ - ảnh 1ຄູອາຈານ ພ້ອມກັບພວກນ້ອງນັກຮຽນຢູ່ຫໍສະມຸດ. ພາບ:baodantoc.vn


ປຶ້ມ ແມ່ນສາງຂອງພູມປັນຍາອັນລ້ຳຄ່າ. ອ່ານປຶ້ມແມ່ນວິທີຮຽນດ້ວຍຕົນເອງທີ່ແທດຈິງ ແລະ ມີປະສິດທິຜົນ. ເມື່ອເຂົ້າໃຈໄດ້ສິ່ງດັ່ງກ່າວ, ຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນປະຖົມກິນນອນຊົນເຜົ່າ ຄາວມາງ ເມືອງ ໝູ່ກາງຈ໋າຍ ແຂວງ ອຽນບ໋າຍ ຍາມໃດກໍ່ປາດຖະຫນາຢາກມີຫໍສະມຸດແຫ່ງຫນຶ່ງຢ່າງແທ້ຈິງ. ແຕ່ສິ່ງນັ້ນຍາກທີ່ຈະປະຕິບັດໄດ້ ຍ້ອນຢູ່ເຂດພູສູງນີ້ ເງື່ອນໄຂເສດຖະກິດ, ສັງຄົມຍັງຫຍຸ້ງຍາກຫລາຍ ສະນັ້ນ ປຶ້ມ ຫລືອຸປະກອນການຮຽນການສອນຂອງຄູອາຈານ ແລະ ນັກຮຽນ ຍັງແມ່ນສິ່ງທີ່ຫ່າງໄກຫຼາຍ.

ຈົນເຖິງເມື່ອຄວາມໄຝ່ຝັນນັ້ນໄດ້ແບ່ງປັນນຳເອື້ອຍ ຢາງເຈົາ, ຜູ້ກໍ່ຕັ້ງໂຄງການ “ຫໍສະມຸດຈາກບັນດາດອກໄມ້”, ໃນການໄປປະຕິບັດງານຍັງເຂດດິນແດນນີ້, ຄວາມໄຝ່ຝັນນັ້ນຈຶ່ງປະກົດຜົນເປັນຈິງ. ມີຫໍສະມຸດແຫ່ງຫນຶ່ງ ປະກອບດ້ວຍປຶ້ມນັບຮ້ອຍໆຫົວ ຄົບທຸກຢ່າງທຸກປະເພດ ເຊິ່ງໄດ້ຮັບການເລືອກເຟັ້ນຢ່າງລອບຄອບຖິີ່ຖ້ວນເພື່ອໃຫ້ເໝາະສົມກັບພວກນ້ອງນັກຮຽນ ແລະ ຄູອາຈານ. ນ້ອງ ຫງວຽນທິຈາມີ, ນັກຮຽນ ປໍ 5 ໂຮງຮຽນປະຖົມກິນນອນຊົນເຜົ່າ ຄາວມາງ ແບ່ງປັນວ່າ:

ຫລານພວມອ່ານປຶ້ມ “ນົກສັນຕິພາບ ແລະ ປາໄນ”. ຫໍສະມຸດແຫ່ງນີ້ງາມຫລາຍ ແລະ ບັນຍາກາດກໍ່ຟົດຟື້ນທີ່ສຸດ. ຫລານຢາກອ່ານປຶ້ມ, ອ່ານເລື່ອງ ເພາະວ່າ ປຶ້ມຊ່ວຍໃຫ້ພວກຫລານໄດ້ຍົກສູງຄວາມເຂົ້າໃຈຄວາມຮູ້ຫລາຍກວ່າ”.

ນ້ອງ ຫລໍ່ທິບ໋າວເຮີນ, ນັກຮຽນ ປໍ 5 ກໍ່ມີຄວາມມັກຮັກຕໍ່ການອ່ານປຶ້ມ, ເພາະນ້ອງເຂົ້າໃຈໄດ້ຫລາຍສິ່ງຫລາຍຢ່າງທີ່ມີປະໂຫຍດໃນປຶ້ມ. ແຕ່ວ່າ ກ່ອນນີ້ ທາງໂຮງຮຽນບໍ່ມີຫໍສະມຸດ, ເສດຖະກິດຄອບຄົວກໍ່ຫຍຸ້ງຍາກ ສະນັ້ນນ້ອງຍັງບໍ່ທັນມີໂອກາດໄດ້ອ່ານປຶ້ມທີ່ຕົນເອງມັກ. ສະນັ້ນ ເມື່ອມີຫໍສະມຸດ ໂດຍເອື້ອຍ ຢາງເຈົາ ແລະ ກຸ່ມເພື່ອນຫນຸ່ມຢູ່ ຮ່າໂນ້ຍ ມອບໃຫ້, ພວກນ້ອງມີຄວາມປິຕິຊົມຊື່ນຫລາຍ.

 “ຫໍສະມຸດຂອງພວກຫລານ ໄດ້ມີການປ່ຽນແປງຫລາຍຢ່າງ ເມື່ອມີປຶ້ມຫລາຍຫົວ. ມີປຶ້ມເລື່ອງຫລາຍຫົວມ່ວນຊື່ງຫລານມັກຫລາຍ. ປຶ້ມເລື່ອງຢູ່ທີ່ນີ້ໄດ້ຊັບຊ້ອນສວຍງາມ, ເປັນລະບົບ”.

ປຶ້ມຍັງແມ່ນພາຫະນະຫນູນຊ່ວຍຄູອາຈານໃນວຽກງານການສິດສອນປະຈຳວັນ. ສະນັ້ນ ເມື່ອຄວາມປາດຖະຫນາຢາກໄດ້ຫໍສະມຸດແຫ່ງຫນຶ່ງໄດ້ປະກົດຜົນເປັນຈິງ, ຄູອາຈານກໍ່ມີຄວາມປິຕິຊົມຊື່ນຫລາຍ. ເອື້ອຍຄູ ຫງວຽນທິມິງຮັ່ງ, ອຳນວຍການໂຮງຮຽນປະຖົມກິນນອນຊົນເຜົ່າ ຄາວມາງ ເມືອງ ໝູ່ກາງຈ໋າຍ ແຂວງອຽນບ໋າຍ ແບ່ງປັນວ່າ:

 “ຂ້າພະເຈົ້າເອງ ແລະ ໝູ່ຄະນະໃນໂຮງຮຽນ ກໍ່ມີຄວາມປິຕິຊົມຊື່ນຫລາຍເມື່ອໄດ້ຮັບປຶ້ມຫລາຍຫົວທີ່ມີຄວາມໝາຍ. ຂ້າພະເຈົ້າປາດຖະຫນາວ່າ ໄລຍະຈະມາເຖິງ ຫໍສະມຸດ ຈະໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ນອກຈາກຊົ່ວໂມງຮຽນແລ້ວ, ພວກນ້ອງຕ້ອງອ່ານປຶ້ມເພື່ອເພີ່ມຄວາມຮູ້, ຄູອາຈານ ກໍ່ຄົ້ນຄ້ວາເອກະສານຕື່ມເພື່ອຍົກສູງການສິດສອນໃຫ້ແຕ່ລະວິຊາ”.

ຫໍສະມຸດຂອງຄວາມໄຝ່ຝັນ - ảnh 2ສະມາຊິກໃນກຸ່ມ "ຫໍສະມຸດຈາກບັນດາດອກໄມ້". ພາບ:baodantoc.vn

ແບ່ງປັນກ່ຽວກັບໂຄງການ “ຫໍສະມຸດຈາກບັນດາດອກໄມ້” ຢູ່ໂຮງຮຽນດັ່ງກ່າວ, ເອື້ອຍ ຢາງເຈົາ ຜູ້ກໍ່ຕັ້ງໂຄງການໃຫ້ຮູ້ວ່າ: ນີ້ບໍ່ແມ່ນຫໍສະມຸດຫນຶ່ງດຽວທີ່ມີຊື່ທີ່ພິເສດນີ້.

ໂດຍເລີ່ມມາຈາກການໄປປະຕິບັດງານຢູ່ເຂດພູສູງ, ຂ້າພະເຈົ້າມີຄວາມຮູ້ສຶກຮັກແພງພິເສດຕໍ່ພວກນ້ອງນ້ອຍຢູ່ທີ່ນີ້. ແລະຂ້າພະເຈົ້າປາດຖະຫນາຢາກຊ່ວຍສິ່ງໃດຫນຶ່ງໃຫ້ພວກນ້ອງນ້ອຍ.  ຂ້າພະເຈົ້າຄິດເຖິງປຶ້ມ ຊື່ງພວກຂ້າພະເຈົ້າກໍ່ແມ່ນຜູ້ມັກອ່ານປຶ້ມ ແລະ ເຊື່ອໝັ້ນວ່າ ຄວາມຮູ້ຈາກປຶ້ມ ອາດຈະຊ່ວຍປ່ຽນແປງຈິນຕະນາການໃຫ້ແກ່ພວກນ້ອງນ້ອຍ ຈາກນັ້ນ ພວກນ້ອງກໍ່ຈະສາມາດມີການປ່ຽນແປງໃນຊີວິດ”.

ໂດຍຜັນຂະຫຍາຍແຕ່ເດືອນ ພຶດສະພາ ປີ 2023, ມາຮອດປະຈຸບັນ ໂຄງການ “ຫໍສະມຸດຈາກບັນດາດອກໄມ້” ສ້າງໄດ້ 4 ຫໍສະມຸດ ດ້ວຍຕູ້ປຶ້ມ 15 ຕູ້. ໃນນັ້ນ ມີຫໍສະມຸດ 2 ແຫ່ງແມ່ນໃຫ້ແກ່ 2 ໂຮງຮຽນຢູ່ ເມືອງ ມາຍເຈົາ ແຂວງ ຮ່ວາບິ່ງ ແລະ ອີກຫໍສະມຸດ 2 ແຫ່ງແມ່ນໃຫ້ແກ່ໂຮງຮຽນ 2 ແຫ່ງຢູ່ເມືອງ ໝູ່ກາງຈ໋າຍ ແຂວງ ອຽນບ໋າຍ. ຍອດຈຳນວນປຶ້ມໃຫ້ແກ່ບັນດາຫໍສະມຸດດັ່ງກ່າວແມ່ນ 6.500 ຫົວ. ປະຈຸບັນ ໂຄງການພວມຂຶ້ນແຜນກໍ່ສ້າງຫໍສະມຸດໃຫ້ແກ່ບາງໂຮງຮຽນຢູ່ແຂວງ ຮ່າຢາງ. ເພື່ອໃຫ້ມີແຫລ່ງເງິນຮັບໃຊ້ໂຄງການ ແຕ່ບໍ່ແມ່ນຮັບການອຸປະຖຳ, ເອື້ອຍ ຢາງເຈົາ ແລະເພື່ອນຮ່ວມງານ ໄດ້ຕັດສິນໃຈຂາຍດອກໄມ້ສົດໃນແຕ່ລະອາທິດ.

ເມື່ອເຮັດວຽກງານການກຸສົນ ແຕ່ບໍ່ຢາກເອື່ອຍອີງຂໍຄວາມຊ່ວຍເຫລືອ, ຂ້າພະເຈົ້າຄິດເຖິງການສ້າງລາຍຮັບດ້ວຍການຂາຍດອກໄມ້ສົດ. ຂ້າພະເຈົ້າເຊື່ອໝັ້ນວ່າ ເມື່ອຕົນເອງຂາຍດອກໄມ້ສົດໃນແຕ່ລະອາທິດໃຫ້ຜູ້ທີ່ມັກດອກໄມ້ ອາດຈະຮັກສາແຫລ່ງທຶນເປັນປະຈຳໄດ້ ແລະ ນຳໃຊ້ເພື່ອຊື້ປຶ້ມໃຫ້ແກ່ພວກນ້ອງນ້ອຍຢູ່ເຂດພູສູງ”.

ນອກຈາກພູມປັນຍາທີ່ເກັບມາໄດ້ຈາກການອ່ານປຶ້ມ, ໂຄງການ “ຫໍສະມຸດຈາກບັນດາດອກໄມ້” ຍັງແຜ່ຂະຫຍາຍສານທີ່ວ່າ “ຄວາມສຸກແມ່ນການໃຫ້” ເອື້ອຍ ຢາງເຈົາ ແລະ ບັນດາສະມາຊິກໃນໂຄງການປາດຖະຫນາວ່າ ຈະນັບມື້ນັບມືຫລາຍອົງການ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈ ເພື່ອນຳມາເຊິ່ງບັນດາປຶ້ມ - ພູມປັນຍາມາໃຫ້ເດັກນ້ອຍເຂດພູສູງ.

ຕອບກັບ