ສະໂມສອນ “ໝີ່ໂຕມແຊງ” ແຜ່ກະຈາຍແບບແຜນການດຳລົງຊີວິດເປັນມິດກັບສິ່ງແວດລ້ອມໃນວົງຄະນາຍາດ

VOV2 - Ngoc Anh
Chia sẻ

(VOVWORLD) -ໂດຍໄດ້ກາຍເປັນວາມຊິເຄີຍແລ້ວ, ທຸກໆຕອນບ່າຍຂອງວັນພຸດ ແລະ ວັນສຸກແຕ່ລະອາທິດ, ບັນດາສະມາຊິກໃນສະໂມສອນໝີ່ຕມແຊງ(ໝີ່ສຳເລັດຮູບສີຂຽວ) ໄດ້ພາກັນເຕົ້າໂຮມຢູ່ຫ້ອງເຮັດວຽກເພື່ອພ້ອມກັນຜະລິດບັນດາເຄື່ອງໃຊ້ທີ່ງາມຕາຈາກຊອງຫໍ່ໝີ່ສຳເລັດຮູບ. ສະໂມສອນໄດ້ຮັບການສ້າງຕັ້ງມາເກືອບ 4 ປີ, ແຕ່ໄດ້ນຳມາເຊິ່ງປະສິດທິຜົນຢ່າງຈະແຈ້ງໃນການປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ. ສະນັ້ນ ສະໂມສອນ ໄດ້ດຶງດູດຄວາມສົນໃຈ, ການແບ່ງປັນຂອງບັນດາຜູ້ອາສາສະໝັກ, ຜູ້ຮ່ວມງານໃນທົ່ວທຸກແຖບຖິ່ນຂອງປະເທດຊາດ.

ສະໂມສອນ “ໝີ່ໂຕມແຊງ” ແຜ່ກະຈາຍແບບແຜນການດຳລົງຊີວິດເປັນມິດກັບສິ່ງແວດລ້ອມໃນວົງຄະນາຍາດ - ảnh 1ບັນດາສະມາຊິກໃນສະໂມສອນ.ພາບ: Phạm Minh

 ສະໂມສອນ “ໝີ່ໂຕມແຊງ” ໂດຍເອື້ອຍຄູ ຫວູທິຖ໋າວ ອາຈານສອນຢູ່ໂຮງຮຽນມັດທະຍົມ  Vinschool (ຮ່າໂນ້ຍ) ສ້າງຕັ້ງແຕ່ ເດືອນກໍລະກົດ ປີ 2020. ມາຮອດປະຈຸບັນ, ສະໂມສອນດັ່ງກ່າວໄດ້ເຕົ້າໂຮມສະມາຊິກນັບຮ້ອຍໆຄົນ ເຊິ່ງແມ່ນນັກຮຽນຂອງໂຮງຮຽນມັດທະຍົມ Vinschool  ແລະ ບັນດາໂຮງຮຽນມັດທະຍົມອື່ນໆຢູ່ບໍລິເວນ ນະຄອນ ຮ່າໂນ້ຍ ພ້ອມກັບຜູ້ຮ່ວມງານນັບຮ້ອຍໆຄົນຢູ່ໃນທົ່ວປະເທດ.

ຢູ່ສະໂມສອນ ເຮັດວຽກໃຜລາວ, ຜູ້ແຍກປະເພດ, ຜູ້ຕັດຊອງໝີ່, ຜູ້ແຕ້ມແບບ, ຜູ້ສານ.. ເພື່ອນ ເຈີນງອັກຮ່ຽນ ສະມາຊິກຫນ່ວຍ Marketing ຂອງ ສະໂມສອນ ໃຫ້ຮູ້ວ່າ:

ຫໍ່ໝີ່ສຳເລັດຮູບພາຍຫລັງໄດ້ເກັບເອົາມາ ຈະໄດ້ຮັກສາໄວ້ຢ່າງລະມັດລະວັງ. ຫລັງຈາກນັ້ນແມ່ນຕັດຂອບອອກ, ເຊັດດ້ວຍຜ້າແຫ້ງໃຫ້ສະອາດ, ຕໍ່ໄປແມ່ນມ້ວນເປັນເສັ້ນທີ່ແຂງ ແລະ ໝັ້ນດີ. ບັນດາເສັ້ນທີ່ເຮັດຈາກຊອງຫໍ່ໝີ່ນີ້ ຈະຕິດດ້ວຍແທ່ງກາວຮ້ອນ. ພາຍຫລັງທີ່ເຮັດເປັນເສັ້ນຍາວແລ້ວ ແມ່ນນຳໃຊ້ວິທີການສານຫວາຍແບບດັ້ງເດີມ ເພື່ອເຮັດເປັນຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ.

ຊອງຫໍ່ໝີ່ສຳເລັດຮູບນັ້ນ ເກືອບຄືວ່າແມ່ນຂີ້ເຫຍື້ອແລ້ວ ແຕ່ດ້ວຍມືອັນຄ່ອງແຄ້ວຂອງບັນດາສະມາຊິກໃນສະໂມສອນ ກໍ່ໄດ້ກາຍເປັນບັນດາຜະລິດຕະພັນ handmade ທີ່ງາມຕາ. ບັນດາຜະລິດຕະພັນທີ່ຜະລິດຄືນໃຫມ່ຂອງສະໂມສອນແມ່ນມີຫລາຍຮູບແບບ, ນັ້ນແມ່ນກ່ອງໃສ່ບິ, ກ່ອງເກັບເຈ້ຍ, ກະເປົາ, ແຜ່ນຮອງຈອກ, ກະຕ່າດອກໄມ້…

ເອື້ອຍ ແທງງາ ຫົວຫນ້າຫນ່ວຍຜະລິດຕະພັນຂອງສະໂມສອນ “ໝີ່ໂຕມແຊງ” ໃຫ້ຮູ້ວ່າ:

“ຂ້າພະເຈົ້າຜະລິອອກບັນດາຜະລິດຕະພັນແບບງ່າຍດ່າຍ. ພຽງໃຊ້ເວລາປະມານ 15 30 ນາທີ ກໍ່ສາມາດເຮັດໄດ້ 1 ຜະລິດຕະພັນແລ້ວ. ແຕ່ບັນດາຜະລິດຕະພັນຍາກກວ່າຕ້ອງໃຊ້ເວລາຫລາຍກວ່າ. ອີງຕາມຂະຫນາດຂອງແຕ່ລະຜະລິດຕະພັນ ຈື່ງໃຊ້ເວລາແຕກຕ່າງກັນ. ອາດຈະ 10 12 ຊົ່ວໂມງຈຶ່ງເຮັດໄດ້ຜະລິດຕະພັນໜຶ່ງ ເຊັ່ນ: ກະຕ່າ ຫລື ໂຖ.

ສິ່ງພິເສດ, ອຸປະກອນທີ່ເຫລືອໃນວິວັດການຜະລິດແມ່ນໄດ້ສົ່ງມາໃຫ້ໂຄງການ “ຂີ້ເຫຍື້ອກໍ່ມີຄ່າ” ຂອງໂຄງການນຳໃຊ້ເຕັກໂນໂລຊີ 4.0 ເພື່ອສ້າງບາດກ້າວກະໂດດ ກ່ຽວກັບຂີ້ເຫຍຶ້ອຂອງ ປອ ເວືອງທິລານແອງ ມະຫາວິທະຍາໄລອຸດສາຫະກຳ ເພື່ອຜະລິດວັດສະດຸກໍ່ສ້າງຈາກປະລາສະຕິກຜະລິດຄືນໃຫມ່. ເພື່ອນ ຫງວຽນກົງຢູຍແອັງ, ຮອງປະທານສະໂມສອນ “ໝີ່ໂຕມແຊງ” ແບ່ງປັນວ່າ:

 “ຍ້ອນມີການໂຄສະນາເຜີຍແຜ່, ພວກຂ້າພະເຈົ້າ ເກັບຊອງໝີ່ສຳເລັດຮູບໄດ້ຫລາຍອັນຈາກສະມາຊິກຫລາຍຄົນໃນສະໂມສອນ, ຈາກຄອບຄົວ, ໝູ່ເພື່ອນ. ນອກນັ້ນ ບັນດາເພື່ອນຮ່ວມງານໃນທົ່ວປະເທດກໍ່ໄດ້ສົ່ງຊອງໝີ່ມາໃຫ້ສະໂມສອນຢ່າງເປັນປະຈຳເພື່ອໃຫ້ພວກຂ້າພະເຈົ້າຈັກສານ, ນຳໃຊ້. ສຳລັບນັກຮຽນ ຫລື ເພື່ອນຫນຸ່ມ, ພວກຂ້າພະເຈົ້າກໍ່ສອນໃຫ້ພວກເພື່ອນກ່ຽວກັບທັກສະເພື່ອສາມາດນຳຜະລິດຕະພັນທີ່ໃຊ້ແລ້ວມາຜະລິດຄືນໃໝ່ດ້ວຍຕົນເອງຢູ່ເຮືອນ”.

ສະໂມສອນ “ໝີ່ໂຕມແຊງ” ແຜ່ກະຈາຍແບບແຜນການດຳລົງຊີວິດເປັນມິດກັບສິ່ງແວດລ້ອມໃນວົງຄະນາຍາດ - ảnh 2ບັນດາຜະລິດຕະພັນໂດຍສະມາຊິກໃນສະໂມສອນຜະລິດ. ພາບ: Phạm Minh

ວັນທີ 5 ກັນຍາ 2020, ຂໍ້ລິເລີ່ມນຳຊອງໝີ່ສຳເລັດຮູບມາຜະລິດຄືນໃໝ່ ໂດຍສະໂມສອນປະຕິບັດ ກໍ່ສາມາດຍາດໄດ້ລາງວັນທີ 3 ທີ່ງານແຂ່ງຂັນຂໍ້ລິເລິ່ມຊາວຫນຸ່ມສົ່ງສີຂຽວໃຫ້ທະເລ (To blue the blue) ໂດຍກອງທຶນ ອາຊຽນ ຈັດໃຫ້ແກ່ບັນດາຜູ້ມີອາຍຸແຕ່ 16 - 25 ປີໃນທົ່ວປະເທດ. ປະຈຸບັນ ຜະລິດຕະພັນໂດຍ ເອື້ອຍຄູ ຖ໋າວ ຜະລິດ ແມ່ນມີຫລາຍຄົນໄດ້ສັ່ງຊື້.

ເງິນທັງໝົດທີ່ເກັບມາໄດ້ຈາກການຂາຍຜະລິດຕະພັນນັບພັນຢ່າງນັ້ນ ສະໂມສອນລ້ວນແຕ່ນຳເອົາໄປສະຫນັບສະຫນູນໃຫ້ກອງທຶນການກຸສົນ. ຜະລິດຕະພັນຂອງສະໂມສອນ “ໝີ່ໂຕມແຊງ” ບໍ່ພຽງແຕ່ປົກປັກຮັກສາສິ່ງແວດລ້ອມ, ສຶກສາແບບແຜນການດຳລົງຊີວິດແບບເປັນມິດກັບສິ່ງແວດລ້ອມເທົ່ານັ້ນ ຫາກຍັງມຸ່ງໄປເຖິງວຽກງານການກຸສົນອີກດ້ວຍ. ເອື້ອຍຄູ ຫວູທິຖ໋າວ, ອາຈານສອນຢູ່ໂຮງຮຽນມັດທະຍົມ Vinschool ໃຫ້ຮູ້ວ່າ:

“ຂ້າພະເຈົ້າຮູ້ສຶກມີຄວາມສຸກແທ້ ເມື່ອເຮັດໄດ້ສິ່ງທີ່ມີຄວາມໝາຍໃນຊີວິດ.ຊອງຫໍ່ໝີ່ສຳເລັດຮູບແມ່ນທົນທານ, ມີຄວາມເຫລື້ອມງາມຕາດີ. ພວກຂ້າພະເຈົ້າ ສາມາດເກັບເອົາແຫລ່ງວັດຖຸດິບນັ້ນ ໂດຍບໍ່ຕ້ອງເສຍຄ່າ. ເມື່ອຜະລິດສຳເລັດບັນດາຜະລິດຕະພັນແລ້ວ ພວກຂ້າພະເຈົ້າຈະແຈ້ງເຖິງລູກຄ້າ ແລະ ຜູ້ຊື້ເຄື່ອງນັ້ນ ຈະສົ່ງເງິນໄປຊ່ວຍເຫລືອພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ”.

ສະໂມສອນ “ໝີ່ໂຕມແຊງ” ພວມມຸ່ງໄປເຖິງການຜະລິດແບບຫມູນວຽນທີ່ຍືນຍົງ ດ້ວຍການຜະລິດເຄື່ອງໃຊ້ທີ່ເປັນຫລາຍຮູບແບບຈາກສິ່ງເສດເຫລືອ. ເພື່ອສືບຕໍ່ແຜ່ກະຈາຍບັນດາການເຄື່ອນໄຫວ “ເປັນມິດກັບສິ່ງແວດລ້ອມ” ໄປເຖິງຫລາຍຄົນກວ່າອີກ, ໃນໄລຍະມາເຖິງ ສະໂມສອນ “ໝີ່ໂຕມແຊງ” ກໍ່ຈະນຳເອົາຮູບແບບນີ້ ເຂົ້າໄປໃນບັນດາມະຫາວິທະຍາໄລ, ສູນອຸປະກະລະສັງຄົມຢູ່ ນະຄອນຫລວງຮ່າໂນ້ຍ.

ຕອບກັບ