ສູນບໍລິການພະລາທິການ-ເຕັກນິກ ເກາະຊິງໂຕນ- ບ່ອນອີງຂອງຊາວປະມົງເມື່ອເດີນທະເລຫາປາ

Vinh Phong
Chia sẻ
(VOVWORLD) -ໃນທາມກາງຄື້ນຟອງທະເລທີ່ເຂດທະເລ ເຈື່ອງຊາ ເມືອງ ເຈື່ອງຊາ, ແຂວງ ແຄັງຮ່ວາ, ຊາວປະມົງຍັງຄົງເດີນເຮືອຫາສິນໃນນ້ຳ. ເຂົາເຈົ້າຍາມໃດກໍ່ມີຄວາມໝັ້ນໃຈວ່າການເດີນເຮືອຂອງຕົນຈະບໍ່ຖືກຕົກຢູ່ໂດດດ່ຽວ ເພາະວ່າຢູ່ນັ້ນຍັງມີເກາະມີພະນັກງານນັກຮົບ ແລະ ປະຊາຊົນເມືອງ ເກາະເຈື່ອງຊາ ທີ່ຍາມໃດກໍ່ພ້ອມແລ້ວໃຫ້ການຊ່ວຍໜູນ ເພື່ອໃຫ້ຊາວປະມົງເດີນທະເລຫາປາໃຫ້ໄດ້ຮັບຜົນ

ສູນບໍລິການພະລາທິການ-ເຕັກນິກເກາະ ຊິງໂຕນ ມີຄວາມຄຶກຄື້ນດ້ວຍບັນດາວຽກງານພວມປະຕິບັດນັບແຕ່ຊຸມວັນຕົ້ນປີ. ພວມພ້ອມກັນນັ່ງອ້ອມພາເຂົ້າທ່ຽງ, ບັງເອີນໄດ້ຍິນສັນຍານສຸກເສີນຈາກເຮືອຫາປາ QNG TS 96435 ຂະນະທີ່ພວມຫາປາຢູ່ເຂດຫາປາ ເຈື່ອງຊາ ຫ່າງຈາກເກາະ ຊິງໂຕນ ປະມານ 50 ໄມທະເລ, ບັນດາພະນັກງານໃນສູນມີຄວາມຟ້າວຟັ່ງຖ່າຍເຄື່ອງ, ນຸ່ງເສື້ອທູນ ແລະ ອຸ່ນເຄື່ອງຈັກກ່ຳປັ່ນກູ້ໄພ ເພື່ອແລ່ນໄປຫາກ່ຳປັນພວມຕິດຂັດ. ຫາກໍ່ເລີ່ມເດີນທະເລຍັງບໍ່ທັນໄດ້ອາທິດ, ແຕ່ເຮືອຫາປາ QNG TS 96435 ໂດຍກັບຕັນ ແມ່ນອ້າຍດິງວັນລຶກ ຊາວແຂວງ ກວ໋າງຫງາຍ ຖືກຕິດຂັດເຄື່ອງຈັກ ຂະນະທີ່ພວມເດີນທະເລໄປຫາປາ ຢູ່ເຂດຫາປາທະເລເຈື່ອງຊາ. ພາຍຫຼັງນຳກ່ຳປັ່ນລຳດັ່ງກ່າວໄປຍັງສູນເປັນເວລາເກືອບ 1 ວັນ, ຊາວປະມົງທັງໝົດໃນເຮືອໄດ້ເຂົ້າທຽບທ່າຢູ່ສູນການບໍລິການ ຊິງໂຕນ ດ້ວຍຄວາມປອດໄພ, ເຂົາເຈົ້າໄດ້ຮັບຄວາມເອົາໃຈໃສ່ທາງດ້ານການກິນ ການຢູ່ ແລະ ຖືກສ້ອມແປງເຮືອໂດຍບໍ່ເກັບຄ່າ, ໄດ້ຮັບການສະໜອງນ້ຳຈືດ ແລະ ເຂົ້າສານ. ອ້າຍ ດິງວັນລຶກ ແບ່ງປັນວ່າ ເຮືອເພໃນຂະນະທີ່ພວມແລ່ນບົນເສັ້ນທາງທະເລ ແລະ ໄດ້ຮັບການຊ່ວຍເຫຼືອຈາກສູນບໍລິການຢ່າງວ່ອງໄວ, ພະນັກງານໃນສູນໄດ້ກວດກາແກ້ໄຂຢ່າງວ່ອງໄວ, ດ້ວຍເວລາກວ່າ 3 ຊົ່ວໂມງ, ເຮືອໄດ້ຖືກສ້ອມແປງຮຽບຮ້ອຍແລ້ວ ເພື່ອໃຫ້ຊາວປະມົງສືບຕໍ່ເດີນທະເລຫາປາ, ເມື່ອເຮືອຖືກຕິດຂັດ ອ້າຍນ້ອງໃນເຮືອກໍ່ມີຄວາມເປັນຫວ່ງທີ່ສຸດ ເພາະວ່າເຮືອລຳໃໝ່ຫາກໍ່ແລ່ນໄດ້ສອງສາມມື້, ຖ້າບໍ່ແກ້ໄຂຢ່າງທັນເວລາ ກໍ່ຈະເປັນອັນຕະລາຍໃຫ້ແກ່ທຸກໆຄົນໃນເຮືອ ກໍ່ຄືເຮືອຫາປາເອງ. ອ້າຍ ດິງວັນລຶກ ເວົ້າວ່າ:

   “ພວກອ້າຍຢູ່ສູນບໍລິການພະລາທິການ-ເຕັກນິກເກາະ ຊິງໂຕນ ໄດ້ໃຫ້ການຊ່ວຍເຫຼືອຢ່າງສຸດໃຈ, ສ້າງເງື່ອນໄຂເພື່ອໃຫ້ອ້າຍນ້ອງໃນເຮືອມີຄວາມສະດວກໃນການໄປທຳມາຫາກິນຢູ່ກາງທະເລ, ເມື່ອມີບ່ອນຊ່ວຍຊາວປະມົງດ້ວຍການສ້ອມແປງເຮືອ, ສະໜອງນ້ຳ, ນ້ຳມັນເພື່ອໃຫ້ຊາວປະມົງມີຄວາມອຸ່ນອ່ຽນໃຈເດີນທະເລຫາປານັ້ນ, ພວກຂ້າພະເຈົ້າກໍ່ມີຄວາມອຸ່ນອ່ຽນໃຈ ຫຼາຍ”.

  ເຮືອຫາປາຂອງອ້າຍ ລຶກ ພຽງແຕ່ແມ່ນລຳໜຶ່ງ ໃນຈຳນວນ 100 ລຳໄດ້ຮັບການສະໜອງການບໍລິການສ້ອມແປງໂດຍບໍ່ເກັບຄ່າຈາກສູນໃນໄລຍະກວ່າ 1 ປີທີ່ຜ່ານມາ. ບໍ່ພຽງແຕ່ເທົ່ານັ້ນ, ທາງສູນກໍ່ໄດ້ໃຫ້ການຊ່ວຍກູ້ຢ່າງທັນການສຳລັບ 20 ກໍລະນີ, ສະໜອງນ້ຳຈືດກວ່າ 500 ແມັດກ້ອນ, ສະໜອງນ້ຳມັນດ້ວຍລາຄາຄືຢູ່ດິນຕໍ່ແຜ່ນ. ດ້ວຍບັນດາການບໍລິການທີ່ຈຳເປັນໃຫ້ຊາວປະມົງເດີນທະເລຫາປາໃນໄລຍະຍາວ ແລະ ຖັນແຖວນາຍຊ່າງສ້ອມແປງເຮືອທີ່ມີຄວາມຊຳນານງານ, ບັນດາສູນບໍລິການພະລາທິການ-ເຕັກນິກ ໃນເມືອງ ເກາະເຈື່ອງຊາ ໄດ້ກາຍເປັນບ່ອນອີງທີ່ໝັ້ນຄົງໜັກແໜ້ນໃຫ້ແກ່ຊາວປະມົງໃຫ້ມີຄວາມໝັ້ນໃຈເດີນທະເລຫາປາ. ພັນຕີ ຟ້າມວັນກຽມ ຫົວໜ້າກອງເຕັກນິກສັງກັດສູນບໍລິການພະລາທິການ-ເຕັກນິກ ເກາະ ຊິງໂຕນ ໃຫ້ຮູ້ວ່າ:

  “ບັນດາວັດຖຸ, ພາຫະນະອຸປະກອນຂອງສູນ ເຖິງວ່າຍັງບໍ່ທັນຄົບຖ້ວນກໍ່ຕາມ ແຕ່ອ້າຍນ້ອງໃນກອງຍາມໃດກໍ່ມານະພະຍາຍາມຢ່າງສຸດຂີດ ໜູນໃຊ້ປັນຍາຄວາມສາມາດຂອງຕົນເພື່ອສ້ອມແປງເຮືອຖືກຕິດຂັດເປ່ເພໃຫ້ແກ່ຊາວປະມົງ. ເມື່ອສ້ອມແປງເຮືອໄດ້ສຳເລັດໃນແຕ່ລະເທື່ອ, ພວກຂ້າພະເຈົ້າມີຄວາມດີໃຈ ແລະ ເອກອ້າງທະນົງໃຈ ເພາະວ່າ ເຮົາໄດ້ຮຽງບ່າຮຽງໄລ່ພ້ອມກັບຊາວປະມົງເດີນທະເລຫາປາ, ທັງເປັນການປ້ອງກັນອະທິປະໄຕຂອງປະເທດຊາດ”.

 ສູນບໍລິການພະລາທິການ-ເຕັກນິກເກາະ ຊິງໂຕນ ບໍ່ພຽງແຕ່ແມ່ນບ່ອນຊ່ວຍໜູນດ່ວນໃຫ້ແກ່ຊາວປະມົງ ເມື່ອປະສົບອຸປະຕິເຫດເທົ່ານັ້ນ ຫ

ສູນບໍລິການພະລາທິການ-ເຕັກນິກ ເກາະຊິງໂຕນ- ບ່ອນອີງຂອງຊາວປະມົງເມື່ອເດີນທະເລຫາປາ - ảnh 1 ນາຍຊ່າງໃນສູນພວມສ້ອງແປງຈັກຂອງເຮືອຖືກຕິດຂັດ

 ສູນບໍລິການພະລາທິການ-ເຕັກນິກເກາະ ຊິງໂຕນ ບໍ່ພຽງແຕ່ແມ່ນບ່ອນຊ່ວຍໜູນດ່ວນໃຫ້ແກ່ຊາວປະມົງ ເມື່ອປະສົບອຸປະຕິເຫດເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາຊ່ອງຂໍ້ມູນຂ່າວສານ ເພື່ອໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ພວກເຈົ້າຂອງເຮືອ, ກ່ຳປັ່ນ, ແຮງງານຢູ່ຕາມເຮືອທີ່ເຄີຍເຄື່ອນໄຫວຈັບຫາປາຢູ່ກາງທະເລ. ພັນຕີ ເຈິ່ນວັນບິ່ງ ຫົວໜ້າບັນຊາການສູນບໍລິການພະລາທິການ-ເຕັກນິກ ເກາະຊິງໂຕນ ເມືອງ ເຈື່ອງຊາ ໃຫ້ຮູ້ວ່າ:

 “ສຳລັບພໍ່ແມ່ພີ່ນ້ອງຊາວປະມົງ, ເມື່ອຖືກຕິດຂັດດ້ານເຄື່ອງຈັກໃນເຮືອ, ບໍ່ວ່າໃນກາງເວັນ ຫຼື ກາງຄືນ, ພວກຂ້າພະເຈົ້າຍາມໃດກໍ່ຮັບໃຊ້ຢ່າງສຸດໃຈ. ພາຍຫຼັງສ້ອມແປງສຳເລັດ, ກໍ່ສະໜອງບັນດາເຄື່ອງຂອງວັດຖຸທີ່ຈຳເປັນ, ຊາວປະມົງມີຄວາມອຸ່ນອ່ຽນໃຈເພື່ອສືບຕໍ່ເດີນທະເລຫາປາ. ພວກຂ້າພະເຈົ້າຢືນຢັນວ່າ ສູນບໍລິການພະລາທິການ-ເຕັກນິກ ເກາະຊິງໂຕນ ເວົ້າສະເພາະ ຫຼື ສູນບໍລິການສ້ອມແປງເຮືອອື່ນໆ ໃນເມືອງ ເກາະເຈື່ອງຊາ  ເວົ້າລວມ ກໍ່ໄດ້ກາຍເປັນບ່ອນອີງທີ່ໜັກແໜ້ນເພື່ອຊ່ວຍຊາວປະມົງເດີນທະເລຫາປາ”.

ສຳລັບຊາວປະມົງແລ້ວ ເກາະແມ່ນແຫ່ງເພື່ອລົບໄພ ແລະ ຊ່ວຍກູ້ທີ່ປອດໄພເມື່ອເກີດມີດິນຟ້າອາກາດທີ່ບໍ່ດີ, ແມ່ນແນວຫຼັງທີ່ໝັ້ນແກ່ນຢູ່ກາງທະເລ ເມື່ອປະສົບກັບຄວາມຕິດຂັດຜິດປົກກະຕິ. ເມື່ອໄດ້ຮັບຄວາມເຊື່ອໝັ້ນຂອງປະຊາຊົນ, ພະນັກງານ, ພະລາກອນຢູ່ສູນຕ່າງໆຍາມໃດກໍ່ກຽມພ້ອມບັນດາວິທີການ ເພື່ອຊ່ວຍກູ້ດ່ວນ, ຈາກນັ້ນໄດ້ກາຍເປັນບ່ອນອີງທີ່ເປັນໜ້າໄວ້ເນື້ອເຊື່ອໃຈ ເພື່ອໃຫ້ຊາວປະມົງມີຄວາມອຸ່ນອ່ຽນໃຈເດີນທະເລໄປຫາປາ ທັງເປັນການປົກປັກຮັກສາອະທິປະໄຕຂອງປະເທດຊາດ. 

ຕອບກັບ