ປະສິດທິຜົນຈາກສະໂມສອນ “ 3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ແຂວງ ຈ່າວີງ

Ngoc Anh
Chia sẻ

(VOVWORLD) -ຂົນຂວາຍດີ, ໃຫ້ຄວາມຮູ້ສຶກດີ, ໄກ່ເກ່ຍດີ, ຫລຸດຜ່ອນໄພຫລິ້ນພະນັນ, ລັກຊັບ, ໄພຢາເສບຕິດ. ນັ້ນແມ່ນ ບັນດາມາດຖານຂອງສະໂມສອນ “3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ເມືອງຈ່າກູ ແຂວງຈ່າວີງ. ພາຍຫລັງກວ່າ 1 ປີແຫ່ງການສ້າງຕັ້ງ, ສະໂມສອນໄດ້ນຳມາເຊິ່ງໝາກຜົນຕັ້ງຫນ້າ ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພຄວາມເປັນລະບຽບຮຽບຮ້ອຍຢູ່ ທ້ອງຖິ່ນ ແລະ ສ້າງເປັນຕາແສງແບບຢ່າງກ່ຽວກັບຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພໃຫ້ແກ່ປະເທດຊາດ.

ປະສິດທິຜົນຈາກສະໂມສອນ “ 3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ແຂວງ ຈ່າວີງ - ảnh 1ບັນດາສະມາຊິກໃນສະໂມສອນແລກປ່ຽນບົດຮຽນປະສົບການ. ພາບ: ngocanh

ອານກວ໋າງຫືວ ແມ່ນຕາແສງ ຢູ່ເຂດຫ່າງໄກສອກຫລີກ ຫ່າງຈາກເມືອງ ຈ່າກູ໋ ປະມານ 15 ກິໂລແມັດ. ຕາແສງ ມີ 10 ຄຸ້ມບ້ານ ດ້ວຍເກືອບ 15.000 ຄອບຄົວ, ໃນນັ້ນ 45% ແມ່ນຊາວເຜົ່າຂະແມ ແລະ ປະຊາຊົນດຳລົງຊີວິດສ່ວນຫລາຍແມ່ນອີງໃສ່ອາຊີບຜະລິດກະສິກຳ.

ຕຳຫລວດ ແຂວງ ຈ່າວີງ ເລືອກເອົາ ອານກວ໋າງຫືວ ເປັນຕາແສງແບບຢ່າງກ່ຽວກັບຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພຂອງປະເທດຊາດ ຕາມແຜນນະໂຍບາຍຂອງກະຊວງຕຳຫລວດ. ວັນທີ 30 ມີນາ ປີ 2021, ຕາແສງ ອານກວ໋າງຫືວ ໄດ້ຈັດຕັ້ງພິທີເປີດຕົວສະໂມສອນດັ່ງກ່າວ. ທ່ານ ໂງວັນຢູ໋ ປະທານຄະນະກຳມະການປະຊາຊົນ ຕາແສງ ອານກວ໋າງຫືວ ເຊິ່ງເປັນຫົວຫນ້າສະໂມສອນ ໃຫ້ຮູ້ວ່າ:

 “ຄະນະການນຳຕຳຫລວດ ແຂວງຈ່າວີງ ໄດ້ເລືອກເອົາຕາແສງ ອານກວ໋າງຫືວ ແມ່ນຮູບແບບທຳອິດ “3 ດີ, 3 ຜ່ອນ”. ພາຍຫລັງຮູບແບບໄດ້ສ້າງຂຶ້ນ ແລະ ເຂົ້າສູ່ການເຄື່ອນໄຫວແລ້ວ ກໍໄດ້ແບ່ງແຍກເປັນແຕ່ລະປະເພດເປົ້າໝາຍຂອງແຕ່ລະກຸ່ມ. ພວກຂ້າພະເຈົ້າໂອ້ລົມໃຫ້ກຳລັງໃຈ ສຶກສາໄດ້ 26/29 ເປົ້າໝາຍ. ປະຈຸບັນ ຢູ່ ຕາແສງບໍ່ມີບ່ອນຈຸດສຸມໄພສັງຄົມ ມີພຽງແຕ່ບາງເປົ້າໝາຍພິເສດເທົ່ານັ້ນ.

ສະໂມສອນ “3 ດີ, 3 ຜ່ອນ” ປະຊຸມເດືອນລະຄັ້ງ ໃນວັນທີ 20. ຍ້ອນໄດ້ເອົາໃຈໃສ່ ແລະ ເປັນເຈົ້າການໃນວຽກງານໂຄສະນາ, ຂົນຂວາຍ, ສະນັ້ນ ປະຊາຊົນຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ, ການຄຸ້ມຄອງຂອງລັດ. ຢູ່ບໍລິເວນຕາແສງ ບໍ່ມີການເຄື່ອນໄຫວໃດຕ້ານທຳລາຍ, ໂຄສະນາ ຫລື ຂະຫຍາຍສາສະຫນາຢ່າງຜິດກົດໝາຍ…. ອ້າຍ ຫງວຽນມີງຫາຍ ຢູ່ ຄຸ້ມບ້ານ ເຢົາໂດ໊ຍ ຕາແສງ ອານກວ໋າງຫືວ ແມ່ນຜູ້ທີ່ເຄີຍມີການກະທຳລະເມີດກົດໝາຍ ແຕ່ພາຍຫລັງໄລຍະຫນຶ່ງທີີ່ໄດ້ດັດສ້າງແລ້ວ ກໍກັບຄືນມາເຕົ້າໂຮມກັບຄອບຄົວ ແລະ ຫ້າວຫັນທຳມາຫາກິນທີ່ສຸດ. ອ້າຍ ຫາຍ ເລົ່າສູ່ຟັງວ່າ:

“ຂ້າພະເຈົ້າຮັບເຮັດປະຕູອາລູມີນຽມ, ຂັ້ນໄດ, ຮາວລະບຽງ, ໂຄງອາລູມີນຽມ... ລາຍຮັບເກັບມາໄດ້ກໍ່ພໍຢູ່ພໍກິນ. ກ່ອນນີ້ ມັກຫຼິ້ນມັກກິນ, ແຕ່ຍ້ອນໄດ້ຮັບການຕັກເຕືອນສັ່ງສອນຈາກພະນັກງານຕຳຫລວດໃນຕາແສງ ບັດນີ້ກໍ່ບໍ່ຫລິ້ນການພະນັນອີກແລ້ວ, ຕັ້ງໃຈເຮັດວຽກເຮັດງານ. ທາງຕາແສງ ຫນູນຊ່ວຍແຫລ່ງທຶນຊື້ອຸປະກອນການຜະລິດ, ເຄື່ອງຈັກໃຫ້ຢ່າງຄົບຖ້ວນ. ພໍ່ແມ່ປະຊາຊົນຢູ່ທີ່ນີ້ ໃຜໆ ກໍ່ຊ່ວຍເຫລືອ, ແນະນຳລູກຄ້າໃຫ້ຂ້າພະເຈົ້າ”.

ສະໂມສອນ “3 ດີ, 3 ຜ່ອນ” ໄດ້ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາວິສາຫະກິດໃຫ້ຄຳປຶກສາ, ຫນູນຊ່ວຍວຽກເຮັດງານທຳໃຫ້ຜູ້ທີ່ເຄີຍກະທຳຜິດໄດ້ມີໂອກາດກັບຄືນເຊື່ອມຕົວເຂົ້າກັບວົງຄະນາຍາດ ພ້ອມທັງຂົນຂວາຍຜູ້ມີເງື່ອນໄຂດ້ານເສດຖະກິດເພື່ອບໍລິຈາກເງິນ, ສ້າງແຫລ່ງທຶນໃຫ້ກູ້ຢຶມໂດຍບໍ່ເກັບດອກເບ້ຍ ເພື່ອຊ່ວຍໃຫ້ເຂົາເຈົ້າທຳມາຫາກິນ, ທຳການຜະລິດດຳເນີນທຸລະກິດ. ພັນໂທ ຟານມີງເວືອງ ຫົວຫນ້າຕຳຫລວດຕາແສງ ອານກວ໋າງຫືວ, ຮອງຫົວຫນ້າສະໂມສອນດັ່ງກ່າວ ໃຫ້ຮູ້ວ່າ:

 “ ອ້າຍ ຫງວຽນມີງຫາຍ ກ່ອນນີ້ ແມ່ນຜູ້ທີ່ເຄີຍຫລິ້ນການພະນັນ… ແຕ່ອ້າຍກັບຄືນເຊື່ອມຕົວກັບວົງຄະນາຍາດໄດ້ 1 ປີແລ້ວ. ອ້າຍ ຫງວຽນມີງຫາຍ ເຊື່ອມຕົວໄດ້ດີ ແລະ ເຮັດວຽກງານກໍ່ຫ້າວຫັນທີ່ສຸດ ສະນັ້ນ ພໍ່ແມ່ປະຊາຊົນກໍ່ມີຄວາມຮັກແພງອ້າຍຫາຍ. ສະໂມສອນ ຂົນຂວາຍອ້າຍຫາຍ ເຂົ້າເປັນສະມາຊິກ ແລະ ສ້າງເງື່ອນໄຂສະດວກໃຫ້ອ້າຍກັບຄືນສູ່ຊີວິດທີ່ເປັນປົກກະຕິ. ອ້າຍຫາຍ ມີສີມືອາຊີບທີ່ເກັ່ງ”.

ປະສິດທິຜົນຈາກສະໂມສອນ “ 3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ແຂວງ ຈ່າວີງ - ảnh 2ຕຳຫລວດມາຫາເຮືອນຜູ້ທີ່ເຄີຍມີການກະທຳຜິດ ເພື່ອໃຫ້ກຳລັງໃຈ, ຢື້ຢາມຖາມຂ່າວ. ພາບ: ngocanh

ມາຮອດປະຈຸບັນ, ສະໂມສອນ “3 ດີ 3 ຜ່ອນ” ສາມາດເປີດການໂຄສະນາເຜີຍແຜ່ໄດ້ກວ່າ 700 ຄັ້ງ, ມີຄົນເຂົ້າຮ່ວມກວ່າ 14.300 ເທື່ອຄົນ. ສະໂມສອນ ກໍ່ໄດ້ເພີ່ມທະວີວຽກງານໂຄສະນາໃຫ້ປະຊາຊົນປະຕິບັດການປ້ອງກັນຕ້ານໂລກລະບາດໂຄວິດ 19 ຢ່າງເຂັ້ມງວດ, ໄກ່ເກ່ຍສຳເລັດຫລາຍກໍລະນີຂັດແຍ່ງທີ່ເກີດຂຶ້ນໃນປະຊາຊົນ.

ດ້ວຍຄວາມມານະພະຍາຍາມຂອງບັນດາສະມາຊິກໃນສະໂມສອນ ແລະ ຄວາມເຫັນດີເຫັນພ້ອມ, ການສະຫນັບສະຫນູນຂອງໝູ່ມະຫາຊົນ, ຮູບແບບສະໂມສອນ “3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫືວ ໄດ້ປະກອບສ່ວນພ້ອມກັບທັງລະບົບການເມືອງຢູ່ ທ້ອງຖິ່ນ ປົກປັກຮັກສາຄວາມສະຫງົບສຸກໃຫ້ແຕ່ລະຄຸ້ມບ້ານ. ຮູບແບບສະໂມສອນນີ້ ຕຳຫລວດ ແຂວງ ຈ່າວີງ ໄດ້ນຳໄປທະວີຄູນອອກສູ່ຕາແສງ ດົນຊວນ ເມືອງ ອານຫາຍ ຕື່ມອີກ.

ຕອບກັບ