ປະຊາຊົນ ແຂວງ ກ່າເມົາ ອີງໃສ່ປ່າເພື່ອພັດທະນາແບບຍືນຍົງ

Trần Hiếu - Ngọc Anh
Chia sẻ
(VOVWORLD) - ແຂວງ ກາເມົາ ມີເນື້ອທີ່ປ່າປະມານ 140.000 ເຮັກຕາ. ປ່າໄດ້ຮັບການປົກປັກຮັກສາ, ປູກຄືນ, ພັດທະນາຜ່ານບັນດາຮູບແບບເສດຖະກິດປ່າຢ່າງມີປະສິດທິຜົນ, ແບບຍືນຍົງ.
ປະຊາຊົນ ແຂວງ ກ່າເມົາ ອີງໃສ່ປ່າເພື່ອພັດທະນາແບບຍືນຍົງ - ảnh 1ປະຊາຊົນເມືອງ ງອກຫຽນ ປົກປັກຮັກສາປ່າຊາຍເລນ ເພື່ອພັດທະນາການທ່ອງທ່ຽວຊີວະພາບ: ພາບ:VOV

ຈາກນະຄອນ ກາເມົາ ໄປລຽບຕາມເສັ້ນທາງຫລວງ 1A ລົງທິດກ້ຳໃຕ້ສຸດຂອງປະເທດຊາດ (ຕາແສງ ເດີດໝູຍ ເມືອງ ງອກຫຽນ”, ໃຜກໍ່ເຫັນຮົ່ມໄມ້ປ່າ…. ປູກລຽບຕາມສອງຟາກທາງ. ສ່ວນຫລາຍແມ່ນປ່າຊາຍເລນ ໂດຍປະຊາຊົນໄດ້ໝູນໃຊ້ປ່າເພື່ອພັດທະນາການທ່ອງທ່ຽວຊີວະພາບຊຸມຊົນ.

ອ້າຍ ຫງວຽນຈູງກຽນ, ຜູ້ຄຸ້ມຄອງ, ຂຸດຄົ້ນຜະລິດຕະພັນທ່ອງທ່ຽວປູກປ່າ ຢູ່  ສະຖານທີ່ທ່ອງທ່ຽວ ຮ່ວາງໂຮນ ໃຫ້ຮູ້ວ່າ:

“ປະຊາຊົນທ້ອງຖິ່ນ ມີດິນ, ເຂົາເຈົ້າ ຈະຮ່ວມສຳພັນພ້ອມກັນກໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວຂຶ້ນ. ຄອບຄົວໃດ, ຜູ້ໃດກໍ່ຮູ້ເຮັດການບໍລິການທ່ອງທ່ຽວ. ພວກຂ້າພະເຈົ້າ ຫນູນຊ່ວຍປະຊາຊົນເພື່ອສ້າງຫລາຍບ່ອນທ່ອງທ່ຽວຊຸມຊົນ, ຫນູນຊ່ວຍພໍ່ແມ່ປະຊາຊົນເຮັດການບໍລິການທ່ອງທ່ຽວ.ນັ້ນກໍແມ່ນເພື່ອປັບປຸງເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ ເດີດໝູຍ, ຍົກລະດັບການທ່ອງທ່ຽວໃຫ້ສູງກວ່າອີກ”      

ທ່ານ ຫງວຽນມີງດົວ, ຫນຶ່ງໃນບັນດາຄອບຄົວເຮັດການບໍລິການທ່ອງທ່ຽວຊຸມຊົນ ໃຫ້ຮູ້ວ່າ:

“ບັນດາຄອບຄົວເຮັດການບໍລິການທ່ອງທ່ຽວຊຸມຊົນ ເຂົາເຈົ້າມີຄວາມດີໃຈຫລາຍ ຍ້ອນນັກທ່ອງທ່ຽວນິຍົມໄປທ່ຽວບ່ອນທີ່ຍັງຮົກເຮື້ອເປົ່າຫວ່າງ, ຊີວະພາບ. ບ່ອນມີຕົ້ນໄມ້ປ່າ ນັກທ່ອງທ່ຽວຈຶ່ງມາທ່ຽວ, ຕົ້ນໄມ້ປາ່ ນຳມາເຊິ່ງຄຸນຄ່າສູງໃຫ້ແກ່ບັນດາຄອບຄົວເຮັດການບໍລິການທ່ອງທ່ຽວ”

ນອກຈາກເຮັດບໍລິການທ່ອງທ່ຽວຊີວະພາບແລ້ວ, ຮູບແບບລ້ຽງກຸ້ງຊີວະພາບ ກໍຊ່ວຍຍົກສູງລາຍຮັບ ແລະ ປະຊາຊົນກໍ່ມີຄວາມເຂົ້າໃຈຄຸນຄ່າຂອງການປົກປັກຮັກສາປ່າ. ເມືອງ ງອັກຫຽນ ພວມມີ 21.000/57.000 ເຮັກຕາ ລ້ຽງກຸ້ງໃຕ້ຮົ່ມປ່າໄມ້ ໂດຍໄດ້ຮັບການຢັ້ງຢືນຈາກອົງການສາກົນວ່າແມ່ນຮູບແບບລ້ຽງກຸ້ງສະອາດ, ຊີວະພາບ. ທ່ານ ເຈີນຮ່ວາງລາກ, ປະທານ ຄະນະກຳມະການປະຊາຊົນ ເມືອງ ງອກຫຽນ ໃຫ້ຮູ້ວ່າ:

“ເພື່ອລ້ຽງກຸ້ງຊີວະພາບໃຕ້ຮົ່ມໄມ້ປ່າບັນລຸສະມັດຕະພາບສູງ ແລະ ຄຸນນະພາບ, ເມືອງ ໄດ້ຊີ້ນຳສ້າງປື້ມຄູ່ມືແນະນຳໃຫ້ປະຊາຊົນປະຕິບັດຂັ້ນຕອນລ້ຽງກຸ້ງ. ທາງເມືອງກໍ່ໄດ້ຈັດຕັ້ງການຝືກອົບຮົມໃຫ້ແກ່ຄອບຄົວລ້ຽງກຸ້ງເກືອບທັງໝົດຢູ່ບໍລິເວນເມືອງ. ມີບາງຮູບແບບລ້ຽງກຸ້ງ, ປະຊາຊົນເກັບກຸ້ງໄດ້ເປັນ 100 kg/ຄືນ”

ຖ້າຫາກປະຊາຊົນເຂດ ເດີດໝູຍ ອີງໃສ່ຮົ່ມໄມ້ປ່າຊາຍເລນ ດ້ວຍບັນດາອາຫານຫລັກຂອງເຂດຄື : ກ້ງແຫ້ງ ແຣກກົກ.. ເພື່ອພັດທະນາການທ່ອງທ່ຽວ, ປະຊາຊົນຢູ່ເຂດ ປ່າ ອູມິງຫະ ພັດທະນາໂດຍອີງໃສ່ຮົ່ມໄມ້ ປ່າຊາຍເລນ ດ້ວຍອາຊີບລ້ຽງເຜິ້ງ ເອົານ້ຳເຜິ້ງ ແລະ ລ້ຽງປາ. ອ້າຍ ຟ້າມຢູຍແຄງ, ເຈົ້າຂອງສະຖານທີ່ທ່ອງທ່ຽວຊຸມຊົມ ເມື່ອຍງອດ ຕາແສງ ແຄງບິ່ງ ເມືອງ ເຈີນວັນເທີ່ຍ ໃຫ້ຮູ້ວ່າ:

 “ນັກທ່ອງທ່ຽວຮູ້ຈັກເຖິງ ສະຖານທີ່ທ່ອງທ່ຽວຊີວະພາບຊຸມຊົນ ເມື່ອຍງອດ ແມ່ນຍ້ອນມາຈາກອາຊີບລ້ຽງເຜິ້ງ ເອົານ້ຳເຜິ້ງ. ນັກທ່ອງທ່ຽວມານີ້ ລ້ວນແຕ່ຢາກທົດລອງໄປເອົານ້ຳເຜິ້ງ ແລະ ລ້ວນແຕ່ຮູ້ສຶກມ່ວນຊື່ນ. ທຸກຄົນຮູ້ຈັກເຖິງອາຊີບພື້ນເມືອງຢູ່ທີ່ນີ້ແມ່ນຫລາຍກວ່າ”

ປະຊາຊົນ ແຂວງ ກ່າເມົາ ອີງໃສ່ປ່າເພື່ອພັດທະນາແບບຍືນຍົງ - ảnh 2ຮູບແບບລ້ຽງກູ້ງໃຕ້ຮົ່ມໄມ້ປ່າຊາຍເລນນຳມາເຊິ່ງປະສິດທິຜົນສູງ .ພາບ: VOV

ແຂວງ ກາເມົາ ຍັງປູກຕົ້ນໄມ້ກະຖິນເທພາ ຢູ່ ປ່າ ອູມິງຫະ. ມູນຄ່າຂອງຕົ້ນກະຖິນເທພາ ໄດ້ຮັບການຕີລາຄາວ່າແມ່ນສູງທົບ 3 ເທົ່າເມື່ອທຽບໃສ່ຕົ້ນ ກະຖິນນະລົງ ເພາະສະນັ້ນ ຮູບແບບປູກຕົ້ນ ກະຖິນເທພາ ໄດ້ທະວີຄູນຢ່າງກວ້າງຂວາງ ແລະ ປະຈຸບັນ ເຂດປ່າ ອູມິງຫະ ມີເນື້ອທີ່ປ່າ 30.000 ເຮັກຕາ ຜະລິດ ແມ່ນ ກະຖິນເທພາ. ແຂວງ ກາເມົາ ກໍ່ພວມຜັນຂະຫຍາຍທິດໄປຍັງຕະຫລາດ carbon ເພື່ອຊ່ວຍໃຫ້ຜູ້ປູກປ່າ ມີລາຍຮັບເພີ່ມ. ທ່ານ ເຈີນວັນທຶກ, ຮອງຫົວຫນ້າ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກາເມົາ ໃຫ້ຮູ້ວ່າ:

“ ເລື່ອງຊຶມຊັບ carbon ປ່າຊາຍເລນແມ່ນສູງກວ່າ 3-4 ເທົ່າເມື່ອທຽບໃສ່ປ່າທຳມະດາ. ຈາກນັ້ນ ລາຍຮັບຈາກ credid carbon ປ່າ ຂອງທ້ອງຖິ່ນຈະສູງກວ່າ. ມີຫລາຍອົງການ, ວິສາຫະກິດ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ມາຊອກຫາຕະຫລາດ carbon, ແຂວງ ກາເມົາ ໄດ້ອະນຸຍາດໃຫ້ເຂົ້າເຖິງການຄົ້ນຄ້ວາ, ຄິດໄລ່ ເພື່ອໃຫ້ ເມື່ອລັດຖະບານ ມີກອບນິຕິກຳ ຈະມີກາລະໂອກາດເພື່ອຜັນຂະຫຍາຍປະຕິບັດໂດຍໄວ”

ແຂວງ ກາເມົາ ຮັກສາປ່າ, ພັດທະນາປ່າໄດ້ກໍ່ຍ້ອນມີບັນດາມາດຕະການຢ່າງຄົບຊຸດ. ພິເສດ ເລື່ອງພັດທະນາບັນດາຮູບແບບເສດຖະກິດໃຕ້ຮົ່ມໄມ້ປ່າ ໄດ້ປະກອບສ່ວນເພີ່ມລາຍຮັບໃຫ້ແກ່ປະຊາຊົນ, ພັດທະນາເສດຖະກິດ ແບບຍືນຍົງ.

ຕອບກັບ