ນັກທ່ອງທ່ຽວຕ່າງປະເທດ ໄດ້ເຂົ້າຮ່ວມການຜະລິດເຄື່ອງປັ້ນດິນເຜົາຂອງຊາວ ເມີນົງ. ພາບ: VOV |
ໂດຍໄດ້ເຂົ້າຮ່ວມການຜະລິດເຄື່ອງປັ້ນດິນເຜົາຂອງຊາວ ເມີນົງ ເຣີລຳ ໂດຍກົງຢູ່ ຕາແສງ ຢາງຕາວ ເມືອງ ລັກ ແຂວງ ດັກລັກ ໃນການໄປທ່ຽວຢູ່ ຫວຽດນາມ, ທ່ານນາງ Catherine Salois, ນັກທ່ອງທ່ຽວ ມາຈາກ ການາດາ ຮູ້ສຶກປິຕິຊົມຊື່ນທີ່ສຸດ. ທ່ານນາງ ໄດ້ແບ່ງປັນວ່າ ນີ້ເປັນຄັ້ງທຳອິດທີ່ໄດ້ເຫັນປະຈັກຕາບັນດາຊ່າງຜະລິດເຄື່ອງປັ້ນດິນເຜົາແບບຫັດຖະກຳດ້ວຍຄວາມລະອຽດລະອໍ, ຊຳນານງານທີ່ສຸດ. ນອກນັ້ນ ທ່ານນາງ ຍັງໄດ້ເຂົ້າຮ່ວມຂັ້ນຕອນເຮັດສຳເລັດເປັນຜະລິດຕະພັນເຄື່ອງປັ້ນດິນເຜົາ ແລະ ນຳເອົາຜະລິດຕະພັນນັ້ນກັບເມືອ ຝລັ່ງນຳ.
“ຂ້າພະເຈົ້າ ຍັງບໍ່ທັນເຫັນປະຈັກຕາ ແລະ ຜະລິດເຄື່ອງປັ້ນດິນເຜົາຄືແນວນີ້ຈັກເທື່ອ ແຕ່ວຽກງານນີ້ແມ່ນການເຄື່ອນໄຫວລົງຕົວຈິງທີ່ມີຄວາມໝາຍ ເພື່ອເຂົ້າໃຈວິທີການດຳລົງຊີວິດຂອງປະຊາຊົນເມື່ອຜະລິດເປັນບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ. ຂ້າພະເຈົ້າເຫັນວ່າ ແມ່ຍິງຢູ່ທີ່ນີ້ເຮັດວຽກຢ່າງດຸໝັ່ນຂະຫຍັນພຽນ. ສຳລັບຂ້າພະເຈົ້າແລ້ວ ວິທີການຜະລິດເຄື່ອງປັ້ນດິນເຜົາແມ່ນອຸດົມສົມບູນ, ໃຫມ່ອ່ຽມ”.
ໂດຍແມ່ນອາຊີບຫັດຖະກຳທີ່ມີມາແຕ່ດົນນານຂອງຊາວເຜົ່າ ເມີນົງ ແລະ ເອເດ ຢູ່ແຂວງ ດັກລັກ, ແຕ່ປະຈຸບັນອາຊີບຜະລິດເຄື່ອງປັ້ນດິນເຜົາມີພຽງແຕ່ຢູ່ບ້ານ ເຢີງບັກ, ຕາແສງຢາງຕາວ, ເມືອງລັກ.ຈໍານວນຊ່າງຫັດຖະກໍາທີ່ຮູ້ຈັກຜະລິດເຄື່ອງປັ້ນດິນເຜົາມີພຽງແຕ່ຫຼາຍກວ່າສິບຄົນ, ຈໍານວນຜູ້ທີ່ພວມເຮັດອາຊີບນີ້ແມ່ນຍັງຫນ້ອຍກວ່າອີກ. ເຖິງຢ່າງໃດກໍຕາມ, ໃນຊຸມປີມໍ່ໆມານີ້, ດ້ວຍການພັດທະນາຂອງການເຄື່ອນໄຫວທ່ອງທ່ຽວແບບລົງຕົວຈິງ, ອາຊີບຜະລິດເຄື່ອງປັ້ນດິນເຜົາໄດ້ຟື້ນຕົວຄືນ.
ຊ່າງຫັດຖະກຳເຮີພຽດອວງ ຢູ່ບ້ານ ເຢີງບັກ ໃຫ້ຮູ້ວ່າ: ຍ້ອນການທ່ອງທ່ຽວພັດທະນາ, ເຮັດໃຫ້ນັບມື້ນັບມີຫລາຍຄົນຮູ້ຈັກເຖິງອາຊີບເຮັດເຄື່ອງປັ້ນດິນເຜົາ. ປີກາຍນີ້, ບ້ານ ບວນເຢີງບັກໄດ້ຕ້ອນຮັບຫຼາຍຄະນະນັກທ່ອງທ່ຽວມາຢ້ຽມຢາມ, ທົດລອງຜະລິດເຄື່ອງປັ້ນດິນເຜົາ. ຈາກນັ້ນ, ຈະມີຊາວໜຸ່ມ, ໄວຫນຸ່ມຫລາຍຄົນມາຊອກຮູ້, ຮຽນວິຊາອາຊີບນີ້ນັບມື້ນັບຫຼາຍຂຶ້ນ. ຊ່າງຫັດຖະກຳ ເຮີພຽດອວງໃຫ້ຮູ້ວ່າ:
“ນີ້ແມ່ນບັນດາຄຸນຄ່າທີ່ປູ່ຍ່າຕາຍາຍປະໄວ້ໃຫ້. ກ່ອນນີ້, ຄົນລຸ້ນກ່ອນຜະລິດພຽງແຕ່ຖ້ວຍ, ຈອກ, ໝໍ້, ໝໍ້ໜຶ້ງ, ໝໍ້ຕົ້ມນ້ຳ ຫຼື ໄຫເຂົ້າ. ແຕ່ປະຈຸບັນນີ້ ຍັງມີຮູບສັດຕື່ມອີກ ຄື: ຊ້າງ, ຄວາຍ, ໝູ, ງົວ, ມີຫຼາຍຮູບໃຫມ່ທີ່ຕົນສາມາດຄິດອອກ ແລະ ເຮັດໄດ້. ຍ້ອນມີການທ່ອງທ່ຽວ, ນັກທ່ອງທ່ຽວເຂົ້າມານີ້ແລະມີຄວາມຕ້ອງການ ແມ່ນພວກຂ້າພະເຈົ້າຈະຜະລິດອອກບັນດາຜະລິດຕະພັນຕາມທີ່ເຂົາເຈົ້າຕ້ອງການ”.
ພໍ່ແມ່ປະຊາຊົນອະນຸລັກຮັກສາກອງ ຄ້ອງ ແລະ ບັນດາມໍລະດົກວັດທະນະທຳ. ພາບ:VOV |
ຢູ່ເຂດໄຕງວຽນ, ການພັດທະນາການທ່ອງທ່ຽວຕິດພັນກັບການປົກປັກຮັກສາວັດທະນະທຳປະຈຸບັນແມ່ນທິດກ້າວເດີນຊື່ງຫລາຍບ້ານພວມສົນໃຈ. ມີຫຼາຍມາດຕະການໜູນຊ່ວຍພໍ່ແມ່ປະຊາຊົນອະນຸລັກຮັກສາກອງ ຄ້ອງ ແລະ ບັນດາມໍລະດົກວັດທະນະທຳໄດ້ຮັບການຜັນຂະຫຍາຍ. ທ່ານນາງ ຫງວຽນທິແທ່ງລິກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ ໃຫ້ຮູ້ວ່າ:
“ຢາລາຍ ມີບັນດາກົນໄກນະໂຍບາຍພິເສດສະເພາະຂອງແຂວງເພື່ອໜູນຊ່ວຍການພັດທະນາຮູບແບບນີ້, ເປັນຕົ້ນແມ່ນການພັດທະນາຕາມທິດລວງເລິກ, ຕິດພັນກັບສີສັນວັດທະນະທຳ. ໃນນັ້ນວົງຄະນາຍາດບັນດາເຜົ່າໃນບ້ານນັ້ນ ກໍ່ແມ່ນເຂົາເຈົ້າເອງທີ່ເປັນຜູ້ປະກອບສ່ວນສ້າງບັນດາຜະລິດຕະພັນທ່ອງທ່ຽວດີທີ່ສຸດ ແລະ ຕິດພັນກັບການອະນຸລັກຮັກສາສີສັນວັດທະນະທຳຂອງບັນດາເຜົ່າ”.
ນອກຈາກບັນດາຮູບແບບລົງຕົວຈິງແລ້ວ, ມີຫຼາຍກິດຈະກຳຄື: ງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ບັນດາເຜົ່າຢູ່ເຂດໄຕງວຽນຄັ້ງທຳອິດຢູ່ ກອນຕູມ; ສັບປະດາວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຢາລາຍ; ງານບຸນວັດທະນະທຳບັນດາເຜົ່າແຂວງ ດັກລັກ; ງານບຸນກາເຟ ບວນມາທວດໄດ້ຮັບການຈັດຂຶ້ນ... ເຊິ່ງໄດ້ດຶງດູດນັກທ່ອງທ່ຽວເຂົ້າຮ່ວມນັບແສນເທື່ອຄົນ.
ໃນປີຜ່ານມາ ທັງສາມທ້ອງຖິ່ນດັ່ງກ່າວໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 1,2 ລ້ານເທື່ອຄົນ, ເພີ່ມຂຶ້ນຈາກ 16 ເປັນ 22% ເມື່ອທຽບໃສ່ປີ 2022. ຄຽງຄູ່ກັບງານບຸນວັດທະນະທໍາ, ປະຊາຊົນບັນດາທ້ອງຖິ່ນຍັງໄດ້ສຸມໃສ່ລົງທຶນສ້າງຜະລິດຕະພັນການທ່ອງທ່ຽວໃຫມ່ຈາກຄວາມເປັນເອກະລັກຂອງວັດທະນະທໍາວົງຄະນາຍາດເພື່ອດຶງດູດນັກທ່ອງທ່ຽວ. ຊ່າງຫັດຖະກຳດີເດັ່ນອາບີວ, ຢູ່ບ້ານ ເກີເລັກ, ຕາແສງ ງອກໄບ, ເມືອງ ກອນຕູມ, ແຂວງກອນຕູມ, ແບ່ງປັນວ່າ:
“ເພື່ອໂຄສະນາວັດທະນະທຳເຂດໄຕງວຽນ, ຄອບຄົວຂ້າພະເຈົ້າໄດ້ກໍ່ສ້າງເປັນສະຖານທີ່ທ່ອງທ່ຽວ. ກຳລັງຫນູນຕົ້ນຕໍແມ່ນຍ້ອນມີການຫນູນຊ່ວຍຈາກພີ່ນ້ອງທີ່ຢູ່ອ້ອມຂ້າງ, ໝູ່ເພື່ອນ, ອ້າຍນ້ອງ, ພິເສດແມ່ນນັກທ່ອງທ່ຽວ. ເມື່ອນັກທ່ອງທ່ຽວມາຢາມ, ສະມາຊີກທັງໝົດໃນຄອບຄົວໄດ້ພ້ອມກັນຕີຄ້ອງ, ຟ້ອນລຳ ທຳເພງ. ທີສອງແມ່ນຟື້ນຟູຊຸດຄ້ອງ. ການອະນຸລັກຮັກສາວັດທະນະທໍາຕິດພັນກັບການທ່ອງທ່ຽວບໍ່ພຽງແຕ່ເປັນວຽກງານຂອງທ້ອງຖິ່ນເທົ່ານັ້ນ, ຫາກຍັງມີການສະຫນັບສະຫນູນຈາກປະຊາຊົນແລະນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດອີກດ້ວຍ”.
ການປຸກລຸກສີສັນວັດທະນະທຳຂອງວົງຄະນາຍາດບັນດາເຜົ່າ ບໍ່ພຽງແຕ່ສ້າງລະບົບຜະລິດຕະພັນວັດທະນະທຳທີ່ເປັນເອກະລັກ ດຶງດູດນັກທ່ອງທ່ຽວເທົ່ານັ້ນ ຫາກຍັງປະກອບສ່ວນອະນຸລັກຮັກສາ, ເຊີດຊູບັນດາມໍລະດົກວັດທະນະທຳເຂດໄຕງວຽນ ນຳອີກ. ຈາກນັ້ນ ກໍ່ໄດ້ສ້າງກຳລັງດຶງດູດເພື່ອພັດທະນາການທ່ອງທ່ຽວຢູ່ບັນດາທ້ອງຖິ່ນຢູ່ເຂດ ໄຕງວຽນອີກດ້ວຍ.