ຊາວບ້ານປູກດອກໄມ້ ບີ່ງເຄ ຫ້າງຫາກະກຽມຮັບໃຊ້ບຸນເຕັດ

Vu Mien - Vinh Phong
Chia sẻ

(VOVWORLD) -ໃນຊຸມມື້ໃກ້ກັບບຸນເຕັດປີມະໂລງ 2024, ຢູ່ຕາແສງບີ່ງເຄເທດສະບານດົງຈ່ຽວ, ເຂດປູກດອກໄມ້ຂະນາດໃຫຍ່ຂອງແຂວງກວ໋າງນິງເບິ່ງຄືວ່າຟົດຟື້ນກວ່າ. ຜູ້ປູກດອກໄມ້, ຕົ້ນໄມ້ປະດັບໄດ້ສຸກຳລັງເຫື່ອແຮງເພື່ອບົດລະມັດບັນດາເນື້ອທີ່ປູກດອກໄມ້ແລະຕົ້ນໄມ້ປະດັບດ້ວຍຄວາມຫວັງຢາກໃຫ້ບັນດາສວນດອກໄມ້ຈະເບັ່ງບານໃນໂອກາດບຸນປີໃຫມ່ປະຈຳຊາດ.

ຊາວບ້ານປູກດອກໄມ້ ບີ່ງເຄ ຫ້າງຫາກະກຽມຮັບໃຊ້ບຸນເຕັດ - ảnh 1ເທດສະບານ ດົງຈ່ຽວ ແຂວງ ກວ໋າງນິງ ມີເນື້ອທີ່ດິນກວ່າ 260 ເຮັກຕາ ປູກດອກໄມ້ໃນຍາມບຸນເຕັດ. ພາບ: VOV

  ແຕ່ຮຸ່ງເຊົ້າ, ຊາວບ້ານປູກດອກໄມ້ ຢູ່ບ້ານ ດົ່ງດໍ່ ຕາແສງ ບີ່ງເຄ ເທດສະບານ ດົງຈ່ຽວ ແຂວງ ກວ໋າງນິງ ພວມຫ້າວຫັນທຳການດູແລ ບົວລະບັດ ຮັກສາດອກໄມ້, ຕົ້ນໄມ້ປະດັບດ້ວຍຄວາມຫວັງວ່າ ບຸນເຕັດປີນີ້ຈະໄດ້ຮັບຜົນດີກວ່າ. ຕາມປະຊາຊົນຢູ່ຕາແສງ ບີ່ງເຄ ແລ້ວ, ຊ່ວງເວລາປະຊາຊົນພາກັນລົງສວນດອກໄມ້ຫລາຍສຸດແມ່ນເລີ່ມກາງເດືອນ 12 ໄລ່ຕາມຈັນທະປະຕິທິນ ເມື່ອລູກຄ້າມາສັ່ງຊື້ ແລະ ປະຊາຊົນມານີ້ເພື່ອຢ້ຽມຊົມ, ສັ່ງຊື້ ແລະ ຖ່າຍຮູບທີ່ລະນຶກ. ເພາະສະນັ້ນ ບຸນເຕັດວຽນມາກັບຊາວບ້ານ ບີ່ງເຄ ໄວກວ່າຢູ່ບ່ອນອື່ນ. ເອື້ອຍ ເຈືອງທິຖູຍ ຢູ່ ບ້ານ ດົ່ງດໍ່ ໃຫ້ຮູ້ວ່າ: ເນື້ອທີ່ກວ່າ 1.000 ຕາແມັດ ປູກຕົ້ນໝາກແປ້ນປະດັບຂອງຄອບຄົວເອື້ອຍ ພວມເຕີບໃຫຍ່ດີ ແລະ ລູກຄ້າມາສັ່ງຊື້ກວ່າເຄິ່ງຫນຶ່ງ ດ້ວຍລາຄາສູງກວ່າປີກາຍ.

“ຄຸນນະພາບຂອງຕົ້ນໝາກແປ້ນປະດັບແມ່ນຄ້າຍຄືປີກ່ອນ ແຕ່ລາຄາສູງກວ່າ. ປະຈຸບັນ ແມ່ນແຕ່ 400.000 ດົ່ງ ຫາ 800.000 ດົ່ງ(15-35 USD)/ຕົ້ນ. ຕົ້ນໝາກແປ້ນປະດັບແມ່ນປູກໃນປີຫນຶ່ງຈຶ່ງໄດ້ຮັບຜົນ ສະນັ້ນ ພວກຂ້າພະເຈົ້າດີໃຈຫລາຍ ປາດຖະຫນາຢາກໃຫ້ຫລາຍໆຄົນຮູ້ຈັກເຖິງເຂດປູກຕົ້ນໄມ້ປະດັບ ບີ່ງເຄ ແລະ ມານີ້ເຂົາເຈົ້າຈະໄດ້ຊື້ດອກໄມ້ ຕົ້ນໄມ້ງາມ ແລະ ລາຄາກໍ່ເໝາະສົມອີກດ້ວຍ.

ບີ່ງເຄ ແມ່ນ ຕາແສງ ມີເນື້ອທີ່ປູກດອກໄມ້ຂະຫນາດໃຫຍ່ກວ່າໝູ່ຢູ່ ຕາແສງ ດົງຈ່ຽວ ດ້ວຍເນື້ອທີ່ 185 ເຮັກຕາ. ລະດູການດອກໄມ້ຍາມບຸນເຕັດ ຢູ່ ບີ່ງເຄ ສ່ວນຫລາຍແມ່ນດອກເບັນຈະມາດ, ດອກລິນລີ້, ດອກໄວໂອເລັດ, ດອກຄາຍ ແລະ ຕົ້ນໝາກແປ້ນປະດັບ. ໄລຍະມໍ່ໆມານີ້ ຊາວບ້ານປູກດອກໄມ້ຢູ່ ບີ່ງເຄ ໄດ້ມີຄວາມກ້າແກ່ນກວ່າໃນການປູກທົດລອງບັນດາແນວພັນໃຫມ່, ໄດ້ນຳມາເຊິ່ງສະມັດຕະພາບ, ປະສິດທິຜົນທີ່ສູງກວ່າ.

ຢູ່ສວນດອກໄມ້ຂອງລຸງ ໂດ໋ວັນເກືອງ ຢູ່ບ້ານ ຢອກໝານ ຕາແສງ ບີ່ງເຄ, ໃນ 4 ລະດູການຜ່ານມາ,  ຍາມບຸນເຕັດປີໃດ ລຸງເກືອງ ກໍ່ສະຫງວນ 1/3 ເນື້ອທີ່ດິນເພື່ອປູກແນວພັນດອກໄມ້ຊະນິດໃຫມ່ຢູ່ຄຽງຂ້າງດອກໄມ້ເດີມ. ຈາກການຊອກຄົ້ນ ແລະ ປູກທົດລອງ, ສວນດອກໄມ້ຂອງລຸງເກືອງ ຍັງປະສົບຜົນສຳເລັດເມື່ອຂະຫຍາຍແນວພັນປູກດອກແກລດີໂອລັດ (gladiolus)ດອກໄມ້ຊະນິດໃຫມ່ເພື່ອຂາຍໃຫ້ເຂດປູກດອກໄມ້ອື່ນ. ລຸງ ໂດ໋ວັນເກືອງໃຫ້ຮູ້ວ່າ:

 “ນີ້ແມ່ນແນວພັນດອກແກລດີໂອລັດຂອງຫວຽດນາມ. ແນວພັນ 1 ຫົວນີ້ ພວກຂ້າພະເຈົ້າຊື້ ແລະ ຂະຫຍາຍພັນອອກແລ້ວຂາຍໃຫ້ພໍ່ແມ່ປະຊາຊົນ ລາຄາພຽງເຄິ່ງຫນຶ່ງເທົ່ານັ້ນ. ຂ້າພະເຈົ້າເຫັນວ່າ ເຮັດແບບນີ້ ຕົ້ນໄມ້ຄືວ່າເຕີບໂຕດີກວ່າ, ຂຽວສົດກວ່າ. ຕົວຢ່າງ ປູກ 100 ຕົ້ນ ແຕ່ເສຍພຽງ 1 ຕົ້ນເທົ່ານັ້ນ.

ຊາວບ້ານປູກດອກໄມ້ ບີ່ງເຄ ຫ້າງຫາກະກຽມຮັບໃຊ້ບຸນເຕັດ - ảnh 2ລຸງ ໂດ໋ວັນເກືອງ ຢູ່ບ້ານ ຢອກໝານ ຕາແສງ ບີ່ງເຄ ມີຄວາມປິຕິຊົມຊື່ນເມື່ອດອກໄມ້ແນວພັນໃຫມ່ນຳມາເຊິ່ງປະສິດທິຜົນສູງ. ພາບ: VOV

ທ່ານ ຟ້າມວັນຟອງ, ປະທານຄະນະກຳມະການປະຊາຊົນ ຕາແສງ ບີ່ງເຄ ໃຫ້ຮູ້ວ່າ: ທ້ອງຖິ່ນ ໄດ້ມີເຂດວາງແຜນຜັງປູກສະເພາະຕົ້ນໄມ້ປະດັບ ແຕ່ສ່ວນຫລາຍແມ່ນເນື້ອທີ່ປູກເຂົ້າຕະຫລອດປີ. ປູກຕົ້ນດອກໄມ້ຮັບໃຊ້ຍາມບຸນເຕັດແມ່ນໃນ 3ເດືອນທ້າຍປີ ເພື່ອແນໃສ່ຍົກສູງມູນຄ່າຂອງເນື້ອທີ່ການປູກຝັງ ແລະ ກໍ່ແມ່ນແຫລ່ງລາຍຮັບຕົ້ນຕໍໃຫ້ແກ່ປະຊາຊົນ. ທ່ານ ຟ້າມວັນຟອງແບ່ງປັນວ່າ:

ໃນ 3 ປີມໍ່ໆມານີ້ ພວກຂ້າພະເຈົ້າ ໄດ້ນຳເອົາແນວພັນປູກໃຫມ່ເຂົ້າໃນການຜະລິດເພື່ອດັດປັບແນວພັນເກົ່າທີ່ຖືກຊຸດໂຊມແລ້ວ ເພື່ອແນໃສ່ຍົກສູງລາຍຮັບໃຫ້ພໍ່ແມ່ປະຊາຊົນ. ຄຽງຂ້າງດອກໄມ້ແລ້ວ, ບີ່ງເຄ ຍັງມີເຂດປູກສະເພາະຕົ້ນໝາກແປ້ນປະດັບ, ຕົ້ນດອກເໝີຍ ແລະ ດອກຄາຍ ນຳມາເຊິ່ງມູນຄ່າສູງທີ່ສຸດໃຫ້ຜູ້ທຳການຜະລິດ. ພວກຂ້າພະເຈົ້າ ຈະແນະນຳດ້ານເຕັກນິກໃຫ້ພໍ່ແມ່ປະຊາຊົນ ຮັບປະກັນໃຫ້ດອກໄມ້ເບັ່ງບານແຕກດອກກົງກັບໂອກາດບຸນເຕັດ ເພື່ອສົ່ງໄປຂາຍຢູ່ຕະຫລາດ.

ຜູ້ປູກດອກໄມ້ຢູ່ບີ່ງເຄພວມມີຄວາມຫວັງວ່າລະດູການໃນຍາມບຸນເຕັດປີນີ້ຈະໄດ້ຮັບຜົນດີກວ່າເພາະປະຈຸບັນດອກໄມ້ບາງຊະນິດມີລາຄາສູງກວ່າປີກາຍເລັກນ້ອຍສະເພາະຕົ້ນໝາກແປ້ນປະດັບຢູ່ບີ່ງເຄລູກຄ້າມາສັ່ງຊື້ດ້ວຍລາຄາສູງກວ່າ 30%. ນີ້ແມ່ນສັນຍານທີ່ດີເປັນຫນ້າຊື່ນຊົມສຳລັບເຂດປູກດອກໄມ້, ຕົ້ນໄມ້ປະດັບທີ່ມີຊື່ສຽງຂອງ ເມືອງດົງຈ່ຽວ.

ຕອບກັບ