ຈາກ “ຫຸ່ນຍົນ” ແນະນຳຕະຫຼອດຮອດໂຮງໝໍດີຈີຕອນ

Kim Dung – Thu Hang
Chia sẻ
(VOVWORLD) -ດ້ວຍຄ່າໃຊ້ຈ່າຍຜະລິດຫຸ່ນຍົນດັ່ງກ່າວບໍ່ຮອດ 100 ລ້ານດົ່ງ, ໃນເບື້ອງຕົ້ນ “ຫຸ່ນຍົນ ເຕິ໊ມ” ນັ້ນໄດ້ສ້າງຄວາມປະທັບໃຈ ແລະ ມີຜົນປະໂຫຍດຕໍ່ຄົນເຈັບຢ່າງເລິກເຊິ່ງ.

ຈາກ “ຫຸ່ນຍົນ” ແນະນຳຕະຫຼອດຮອດໂຮງໝໍດີຈີຕອນ - ảnh 1 ຫຸ່ນຍົນມີຊື່ວ່າ “ເຕິ໊ມ” ສາມາດເວົ້າໄດ້ ແລະ ແນະນຳຖ້າຫາກມີປະຊາຊົນຖາມຂໍ້ມູນພະແນກພະຍາດ

(ພາບ: TTXVN)

ເດີນເຂົ້າໄປເຂດຮັບຕ້ອນຄົນເຈັບ, ພະແນກກວດ, ປິ່ວປົວພະຍາດຂອງໂຮງໝໍ ເສນາຮັກ ແລະ ການແພດປະຊາຊົນເຂດທາງທິດຕາເວັນອອກຫວຽດນາມ (ເມືອງ 9, ນະຄອນໂຮ່ຈີມິນ), ຫຼາຍຄົນຕົກສະເງີ້ເມື່ອເຫັນຫຸ່ນຍົນຄືດັ່ງນາງພະຍາບານເອົາຜ້າຄໍມ້າ ທາງພາກໃຕ້ຫວຽດນາມ ມັດໃສ່ແອວ. ຫຸ່ນຍົນມີຊື່ວ່າ “ເຕິ໊ມ” ສາມາດເວົ້າໄດ້ ແລະ ແນະນຳຖ້າຫາກມີປະຊາຊົນຖາມຂໍ້ມູນພະແນກພະຍາດ, ທາງໄປ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ນັບທັງບອກເຕືອນການໄປມາຂອງຄົນເຈັບ… ດ້ວຍຄ່າໃຊ້ຈ່າຍຜະລິດຫຸ່ນຍົນດັ່ງກ່າວບໍ່ຮອດ 100 ລ້ານດົ່ງ, ໃນເບື້ອງຕົ້ນ “ຫຸ່ນຍົນ ເຕິ໊ມ” ນັ້ນໄດ້ສ້າງຄວາມປະທັບໃຈ ແລະ ມີຜົນປະໂຫຍດຕໍ່ຄົນເຈັບຢ່າງເລິກເຊິ່ງ.

        ນັ້ນແມ່ນ 1 ໃນຈຳນວນ 18 ຂໍ້ລິເລີ່ມທີ່ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການປັບປຸງຂັ້ນຕອນ, ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດຢູ່ໂຮງໝໍເສນາຮັກແລະ ການແພດປະຊາຊົນທາງທິດຕາເວັນອອກຫວຽດນາມ ນັບແຕ່ປີ 2016 ມາຮອດປະຈຸບັນ. ສູນເຕັກໂນໂລຊີຂໍ້ມູນຂ່າວສານຂອງໂຮງໝໍໄດ້ດຶງດູດນັກສຶກສາມາຝຶກງານແຕ່ 10 - 15 ຄົນໃນຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ, ຂະແໜງສ້າງຄູດ້ານເຕັກນິກກ່ຽວກັບການໜູນຊ່ວຍ, ຜະລິດອອກຫຼາຍຜະລິດຕະພັນທີ່ເປັນເອກະລັກສະເພາະ, ເຊິ່ງພະແນກສາທາລະນະສຸກນະຄອນໂຮ່ຈີມິນ ໄດ້ຕັ້ງຊື່ວ່າ “ສູນປະດິດຄິດສ້າງ”.

        ມາກວດພະຍາດ ແລະ ນຳໃຊ້ໂປຼແກຼມຈົດທະບຽນກວດພະຍາດດ້ວຍລະຫັດບັດປະກັນສຸຂະພາບ, ການຈົດທະບຽນຈະສຳເລັດຢ່າງວ່ອງໄວ, ອ້າຍ ຫງວຽນວັນຮ່ວານ, ຢູ່ບ້ານ ເຟື໊ອກລອງ ບີ, ເມືອງ 9, ແບ່ງປັນວ່າ.

        “ຂ້າພະເຈົ້າໄດ້ປິ່ນປົວພະຍາດມາເປັນເວລາກວ່າສິບໆປີແລ້ວ. ມາຮອດປະຈຸບັນ, ເຫັນວ່າໂຮງໝໍມີການປ່ຽນແປງຫຼາຍຢ່າງ. ເວົ້າລວມແລ້ວ, ເຄື່ອງອຸປະກອນ, ເຄື່ອງຈັກທັນສະໄໝ, ມາກວດ ແລະ ປິ່ນປົວພະຍາດຢູ່ທີ່ນີ້ແມ່ນສະດວກ. ເມື່ອທຽບໃສ່ກ່ອນນີ້ແມ່ນໄດ້ມີການປັບປຸງ ແລະ ໄວກວ່າຫຼາຍ”.

        ທ່ານພັນເອກ - ທ່ານໝໍ ຈິ້ງງອັກຈີ໊, ຮອງຫົວໜ້າໂຮງໝໍແຫ່ງນີ້ໃຫ້ຮູ້ວ່າ, ຍ້ອນມີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ໃນ 2 – 3 ປີມໍ່ໆມານີ້, ທາງໂຮງໝໍຈຶ່ງມີການປ່ຽນແປງຫຼາຍຢ່າງ, ຄຸນນະພາບການຮັບໃຊ້ຄົນເຈັບກໍ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ຈາກຄົນເຈັບແຕ່ 700 – 800 ເທື່ອຄົນມາກວດ, ປິ່ນປົວພະຍາດໃນແຕ່ລະວັນ, ມາໃນປະຈຸບັນໄດ້ເພີ່ມຂຶ້ນເປັນ 1.500 – 1.600 ເທື່ອຄົນ, ບາງເທື່ອແມ່ນຂຶ້ນເຖິງ 1.800 ເທື່ອຄົນ.

        “ໂດຍໄດ້ກຳນົດກັບບັນດາອ້າຍນ້ອງໃນໂຮງໝໍວ່າ, ຄົນເຈັບແມ່ນຜູ້ຈ່າຍເງິນເດືອນໃຫ້ເຮົາ, ສະນັ້ນຈົ່ງສຸມໃສ່ຮັບໃຊ້ຄົນເຈັບ, ເຮັດໃຫ້ຄົນເຈັບມີຄວາມເພິ່ງພໍໃຈແມ່ນເປົ້າໝາຍໃນມະຕິຂອງການນຳໂຮງໝໍ. ຄະນະຄຸ້ມຄອງຄຸນນະພາບ ໄດ້ຕິດຕາມ, ກຳແໜ້ນສະພາບການຢ່າງເປັນປະຈຳ, ຕົວຢ່າງຄື ປະໃຫ້ຄົນເຈັບຕ້ອງລໍຖ້າດົນ, ສົ່ງໃບຜົນການກວດຊັກຊ້າ, ມີບົດລາຍງານບັນຫາທີ່ເກີດຂຶ້ນຢ່າງຖືກຕ້ອງຕາມມາດຕະຖານ”.

        ສ່ວນ “ໂປຼແກຼມຄຸ້ມຄອງການເກີດເຫດດ້ານການແພດ” ຢູ່ໂຮງໝໍ ຮຸ່ງເວືອງ ຫາກໍ່ໄດ້ຮັບລາງວັນການແພດອັດສະລິຍະ ໄດ້ປະກອບສ່ວນເພີ່ມທະວີການຄຸ້ມຄອງຄຸນນະພາບຂອງໂຮງໝໍ, ຊ່ວຍປັບປຸງ, ແກ້ໄຂ, ສະກັດກັ້ນການເກີດບັນຫາດ້ານການແພດ, ພິເສດແມ່ນພະແນກປະສູດ. ປອ, ທ່ານໝໍ ຮ່ວາງທິຢ້ຽມຕວ໊ຽດ, ຫົວໜ້າໂຮງໝໍໃຫ້ຮູ້ວ່າ: ມີບັນດາບັນຫາທີ່ເກີດຂຶ້ນອາດຈະພາໄປເຖິງຜົນຮ້າຍຢ່າງຮ້າຍແຮງໃນອະນາຄົດ, ໂປຼແກຼມນີ້ໄດ້ໜູນຊ່ວຍສົ່ງຂໍ້ມູນໄປຍັງນັກຄຸ້ມຄອງໄດ້ຢ່າງວ່ອງໄວກວ່າ, ມີການແນະນຳ, ແກ້ໄຂຢ່າງເໝາະສົມ, ຖອດຖອນບົດຮຽນ ແລະ ພາໄປເຖິງການສະກັດກັ້ນຢ່າງມີປະສິດທິຜົນ.

        “ກ່ອນນີ້ແມ່ນຈົດໃສ່ເຈ້ຍແລ້ວກໍ່ມອບໃຫ້ຫ້ອງຄຸນຄອງຄຸນນະພາບ, ແມ່ນຕ້ອງໃຊ້ເວລາຫຼາຍ, ບັງຄັບໃຫ້ຜູ້ລາຍງານບັນຫາທີ່ເກີດຂຶ້ນຕ້ອງນັ່ງຂຽນແມ່ນເສຍເວລາ ແລະ ຫຍຸ້ງຍາກຫຼາຍ. ປະຈຸບັນ, ພວກຂ້າພະເຈົ້າໄດ້ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ປະກອບສ່ວນໃຫ້ແກ່ວຽກງານຄຸ້ມຄອງນັບມື້ນັບມີຄຸນນະພາບກວ່າ”.

        ໂຮງໝໍ “ດີຈີຕອນ” ແມ່ນກິດຈະກຳທີ່ຍາດໄດ້ລາງວັນທີ 1 ໃນການແຂ່ງຂັນຊິງລາງວັນແພດສາດແບບສະຫຼາດຂອງໂຮງໝໍເມືອງ ທູ໋ດຶກ - ເຊິ່ງແມ່ນໂຮງໝໍຂັ້ນເມືອງ. ສະເລ່ຍຈຳນວນຄົນເຈັບມາກວດ, ປິ່ນປົວພະຍາດໃນແຕ່ລະມື້ແມ່ນຫຼາຍກວ່າ 6.500 ເທື່ອຄົນ ເຊິ່ງລ້ວນແຕ່ໄດ້ຫັນເປັນດີຈີຕອນ, ບໍ່ມີສຽງລຳໂພງເອີ້ນຊື່ຄົນເຈັບ, ຂັ້ນຕອນການກວດພະຍາດໄດ້ເຫັນເປັນດີຈີຕອນໝົດແລ້ວ. ປະຊາຊົນສາມາດຈົດທະບຽນກວດພະຍາດດ້ວຍຫຼາຍຮູບຫຼາຍແບບຄື: scan QRcode ໃນບັດປະກັນສຸຂະພາບ; ຈົດທະບຽນຜ່ານເວັບໄຊ ແລະ ໂປຼແກຼມໃນໂທລະສັບມືຖື ເພື່ອນັດເວລາມາກວດ ຫຼື ນຳໃຊ້ໂປແກຼມຈົດທະບຽນກວດພະຍາດຄືນໃໝ່ຢູ່ໂຮງໝໍ…

        ຢູ່ບັນດາຫ້ອງກວດພະຍາດຂອງໂຮງໝໍລ້ວນແຕ່ມີໜ້າຈໍສະແດງຕົວເລກລຳດັບຜູ້ມາກວດພະຍາດ, ຮັບປະກັນລັກສະນະເປີດເຜີຍ, ກະຈ່າງແຈ້ງ, ສ້າງຄວາມສະດວກໃຫ້ແກ່ຄົນເຈັບຕິດຕາມ. ນອກນັ້ນ, ປະຫວັດຂອງຄົນເຈັບກໍ່ໄດ້ເກັບຮັກສາໄວ້ໃນໂປຼແກຼມ ອັນໄດ້ສ້າງຄວາມສະດວກໃຫ້ແກ່ທ່ານໝໍໃນການຕິດຕາມພະຍາດຂອງຄົນເຈັບ. ທ່ານໝໍ ຫງວຽນມິງກວນ, ຫົວໜ້າໂຮງໝໍເມືອງທູ໋ດຶກ, ໃຫ້ຮູ້ວ່າ.

        “ການກໍ່ສ້າງໂຮງໝໍແບບອັດສະລິຍະ ຫຼື ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການກວດ, ປິ່ນປົວພະຍາດ, ຄຸ້ມຄອງໂຮງໝໍ ຮຽກຮ້ອງໃຫ້ມີທິດທາງຍາວນານ, ໃຊ້ເວລາຫຼາຍປີ ແລະ ຕ້ອງການມີການລົງທຶນ. ໂດຍໄດ້ຮັບການຜັນຂະຫຍາຍນັບແຕ່ປີ 2008, ມາຮອດປະຈຸບັນ ໂຮງໝໍ ທູ໋ດຶກ ໄດ້ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການແພດອັດສະລິຍະໄດ້ຫຼາຍຢ່າງ”.

        ຕາມທ່ານຮອງສາດສະດາຈານ, ປອ ຕັງຈີ໊ເທື້ອງ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນໂຮ່ຈີມິນ ແລ້ວ, ໃນໄລຍະຜ່ານມາ, ຂະແໜງສາທາລະນະສຸກຂອງນະຄອນໄດ້ຜັນຂະຫຍາຍບັນດາໂປຼແກຼມອັດສະລິຍະຄື: ສູນບໍລິຫານສຸກເສີນອັດສະລິຍະຂອງສູນສຸກເສີນ 115 ນະຄອນ; ຜ່າຕັດດ້ວຍຫຸ່ນຍົນຢູ່ໂຮງໝໍ ບິ່ງເຢິນ ຫຼື ນຳໃຊ້ປັນຍາທຽມເຂົ້າໃນການປິ່ນປົວມະຮັງຢູ່ໂຮງໝໍມະຮັງນະຄອນ… ກໍ່ຕາມການນຳພະແນກສາທາລະນະສຸກແລ້ວ, ເພື່ອນຳທັນກັບສາທາລະນະສຸກສະຫຼາດ, ເພື່ອມີບັນດາບາດກ້າວພັດທະນາປະດິດຄິດສ້າງໃນໄລຍະຈະມາເຖິງ, ໃນຕໍ່ໜ້າ, ຂະແໜງສາທາລະນະສຸກພວມມຸ່ງໄປເຖິງລະບົບຄຸ້ມຄອງສຸຂະພາບໃຫ້ແກ່ປະຊາຊົນດ້ວຍສຳເນົາຊີວະປະຫວັດແບບເອເລັກໂຕນິກຂອງຄົນເຈັບຢູ່ບັນດາຮາກຖານສາທາລະນະສຸກ, ບ້ານ ແລະ ສູນສາທາລະນະສຸກຂັ້ນເມືອງ.

ຕອບກັບ