ຂະແຫນງທ່ອງທ່ຽວ ແຂວງ ເຊີນລາ ຟື້ນຕົວຢ່າງແຮງພາຍຫລັງໂລກລະບາດໂຄວິດ 19

Tran Long - Hong Van
Chia sẻ
(VOVWORLD) - ພາຍຫລັງໂລກລະບາດໂຄວິດໄດ້ຮັບການຄວບຄຸມເທື່ອລະກ້າວ, ການເຄື່ອນໄຫວທ່ອງທ່ຽວຢູ່ ແຂວງ ເຊີນລາ ໄດ້ຟື້ນຕົວ ແລະ ຄ່ອຍໆກັບຄືນທ່າເຕີບໂຕ. ບັນດາສະຖານທີ່, ບ່ອນທ່ອງທ່ຽວລ້ວນມີແຂກມາທ່ຽວເພີ່ມຂຶ້ນໃນລະດັບທີ່ຫນ້າປະທັບໃຈ ນັບທັງໃນຊຸມວັນທີ່ບໍ່ແມ່ນວັນພັກລັດຖະການ.
 
 
ຂະແຫນງທ່ອງທ່ຽວ ແຂວງ ເຊີນລາ ຟື້ນຕົວຢ່າງແຮງພາຍຫລັງໂລກລະບາດໂຄວິດ 19 - ảnh 1
ຮູບພາບສວຍງາມ ຢູ່ ໂນນຊາ ເຂດພູພຽງ ມົກເຈົາ.ພາບ: VOV

ເຖິງວ່າບໍ່ແມ່ນວັນພັກການກໍ່ຕາມ ແຕ່ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມຢູ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ແຂວງ ເຊີນລາ ແມ່ນຫລວງຫລາຍ. ແຂກໄປທ່ຽວຕາມ tour ຫລືໄປຕາມກຸ່ມລ້ວນແຕ່ຮູ້ສຶກມ່ວນຊື່ນເມື່ອໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດທີ່ສວຍງາມປອດໂປ່ງຢູ່ທີ່ນີ້. ອ້າຍ ຟານງອກຮ່ວາງ, ຜູ້ອຳນວຍການຝ່າຍທຸລະກິດ ບໍລິສັດພັດທະນາທ່ອງທ່ຽວສາກົນ ເຟື້ອງຮ່ວາງຈຳກັດ ຢູ່ ເມືອງ ມົກເຈົາ ໃຫ້ຮູ້ວ່າ: ເມື່ອມີແຜນເປີດປະຕູທ່ອງທ່ຽວຄືນໃຫມ່, ເຂດທ່ອງທ່ຽວປ່າທົງ (ປ່າແປກ) ບ້ານ ອ້າງ ຍາມໃດກໍ່ມີແຂກມາທ່ຽວເປັນຈຳນວນຫລວງຫລາຍ ດ້ວຍຈຳນວນແຂກທ່ອງທ່ຽວແມ່ນຂຶ້ນເຖິງ 1000 ເທື່ອຄົນ/ວັນ. ຕາມການສະຖິຕິ ໃນໄຕມາດ 2 ປີນີ້, ເຂດທ່ອງທ່ຽວຂອງບໍລິສັດໄດ້ຕ້ອນຮັບແຂກມາພັກຜ່ອນແມ່ນກວ່າ 1.800 ຄົນ, 18.000 ເທື່ອຄົນມາທ່ຽວ.

   ເພື່ອຮັບໃຊ້ຄວາມຕ້ອງການຂອງນັກທ່ອງທ່ຽວໃຫ້ດີກວ່າ ນັບແຕ່ນີ້ຮອດທ້າຍປີ 2022 ບໍລິສັດພວກຂ້າພະເຈົ້າຈະປັບປຸງ, ສ້ອມແປງຍົກລະດັບຫລາຍບໍລິການ. ທາງບໍລິສັດກໍ່ຍົກລະດັບບໍລິການຕ້ອນຮັບ ສົ່ງແຂກດ້ວຍລົດໄຟຟ້າ, ການບໍລິການຕູບ, ເຕັ້ນ ກໍ່ປັບປຸງຍົກລະດັບໃຫ້ມີຄຸນນະພາບໃຫມ່ ເພື່ອຕອບສະຫນອງໄດ້ຄວາມຕ້ອງການຂອງແຂກທ່ອງທ່ຽວໃນລະດູການຈຸດສຸມຂອງ ມົກເຈົາ ແຕ່ເດືອນຕຸລາຮອດໝົດເດືອນເມສາຂອງປີຕໍ່ໄປ.

ຕາມທ່ານ ຫງວຽນອານດ້າຍ, ຮອງຜູ້ອຳນວຍການໃຫຍ່ ຫໍພິພິຕະພັນແຂວງ ເຊີນລາ ແລ້ວ, ພ້ອມກັບການຍູ້ແຮງເກັບຮັກສາວັດຖຸພັນ, ເອກະສານ ສ່ອງແສງຊີວິດການເປັນຢູ່ຂອງເຂດ ໄຕບັກ ໃນຊຸມປີຕໍ່ຕ້ານ, ຫໍພິພິຕະພັນກໍ່ສືບຕໍ່ລົງທຶນເພື່ອຍົກລະດັບລະບົບວາງສະແດງດ້ວຍພາຫະນະຫນູນຊ່ວຍ ເພື່ອສ້າງຈຸດດູດດື່ມນັກທ່ອງທ່ຽວເມື່ອມາຢ້ຽມຊົມ. ໄລ່ແຕ່ເດືອນເມສາ ມາຮອດປະຈຸບັນ, ຫໍພິພິຕະພັນ ແຂວງ ເຊີນລາ ໄດ້ຕ້ອນຮັບແຂກກວ່າ 85.000 ເທື່ອຄົນມາຢ້ຽມຊົມ, ຊອກຫາປະຫວັດສາດຢູ່ ເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ຄຸກເຊີນລາ.                                    

ຫໍພິພິຕະພັນ ເຊີນລາ ໄດ້ມີການປ່ຽນໃຫມ່ວຽກງານຮັບໃຊ້ເທື່ອລະກ້າວ, ປ່ຽນໃຫມ່ວຽກງານວາງສະແດງ. ເພື່ອຮັບໃຊ້ການຕ້ອນຮັບແຂກມາທ່ຽວຊົມໃຫ້ດີກວ່າ, ຫໍພິພິຕະພັນໄດ້ສຸມໃສ່ແຫລ່ງຊັບພະຍາກອນຢ່າງສຸດຂີດຮັບໃຊ້ໃຫ້ວຽກງານບັນຍາຍ ຢູ່ທຸກເຂດປູຊະນີຍາສະຖານ, ກິດຈະກຳວັດທະນະທຳຈິດວິນຍານໂດຍຫໍພິພິຕະພັນຄຸ້ມຄອງ.

ຕາມການສະຖິຕິໃນທົ່ວແຂວງ ເຊີນລາ, ນັບແຕ່ຕົ້ນປີມາຮອດປະຈຸບັນ ບັນດາທ້ອງຖິ່ນໄດ້ຕ້ອນຮັບແຂກມາທ່ຽວເກືອບ 2 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດລາຍຮັບຈາກບໍລິການທ່ອງທ່ຽວຄາດວ່າບັນລຸກວ່າ 1.200 ຕື້ດົ່ງ. ທ່ານ ເຈີນຊວນຫວຽດ ຮອງຫົວຫນ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງເຊີນລາ ໃຫ້ຮູ້ວ່າ:                                     

ແຂວງ ເຊີນລາ ໄດ້ມີຫລາຍວິທີການ ແລະ ແຜນການແນະນຳບັນດາຮາກຖານເຮັດທຸລະກິດທ່ອງທ່ຽວ, ເຂດ, ສະຖານທີ່ທ່ອງທ່ຽວໄດ້ສ້າງ, ຍົກລະດັບຄຸນນະພາບເພື່ອຮັບໃຊ້ໃຫ້ນັກທ່ອງທ່ຽວ, ກະກຽມພື້ນຖານດ້ານວັດຖຸ ແລະ ມີບັນດານະໂຍບາຍກະຕຸ້ນທ່ອງທ່ຽວ ພ້ອມທັງໄດ້ສ້າງຜະລິດຕະພັນໃຫມ່, ຕົວຢ່າງ ຢູ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ພາຍຫລັງສິ້ນສຸດໂລກລະບາດໄດ້ມີຜະລິດຕະພັນທ່ອງທ່ຽວໃຫມ່ ບັນລຸສະຖິຕິ Guinness ກະຕຸ້ນດຶງດູດນັກທ່ອງທ່ຽວ.

ຂະແຫນງທ່ອງທ່ຽວ ແຂວງ ເຊີນລາ ຟື້ນຕົວຢ່າງແຮງພາຍຫລັງໂລກລະບາດໂຄວິດ 19 - ảnh 2
ນັກທ່ອງທ່ຽວເຂົ້າຢ້ຽມເຂດປູຊະນີຍະສະຖານແຫ່ງຊາດພິເສດຄຸກເຊີນລາ.ພາບ: Báo Sơn La

ປີ 2022, ແຂວງ ເຊີນລາ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ 3,2 ລ້ານເທື່ອຄົນ. ເພື່ອສ້າງສຳເລັດຄາດໝາຍນີ້, ຂະແຫນງທ່ອງທ່ຽວ ເຊີນລາ ພວມມານະພະຍາຍາມເຂົ້າໃກ້ກັບຕະຫລາດໃຫມ່, ຍູ້ແຮງວິວັດການຫັນເປັນດິຈີຕອນ ຮັບໃຊ້ການສົ່ງເສີມການທ່ອງທ່ຽວ, ຮັບປະກັນຄວາມສະດວກ ແລະ ດູດດື່ມ. ຄຽງຂ້າງນັ້ນ ແມ່ນຍູ້ແຮງ ການສື່ສານ, ໂຄສະນາ ຜ່ານພື້ນຖານດິຈີຕອນ, ສັງຄົມອອນລາຍ.. ເພື່ອແນໃສ່ສະຫນອງຂໍ້ມູນທ່ອງທ່ຽວຢ່າງວ່ອງໄວ ແລະ ຊັດເຈນທີ່ສຸດ. ຜ່ານນັ້ນ ກໍດຶງດູດນັກທ່ອງທ່ຽວມາຢ້ຽມຊົມເຂດ, ສະຖານທີ່ທ່ອງທ່ຽວຂອງທ້ອງຖິ່ນນັບມື້ນັບຫລາຍຂຶ້ນ.

ຕອບກັບ