200 ວັນ ແລະ ຄືນ ປຸກສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ຄອບຄົວທຸກຍາກຢູ່ ແຂວງ ດ້ຽນບຽນ

Vu Loi - Ngoc Anh
Chia sẻ
(VOVWORLD) -ພາຍຫລັງກວ່າ 200 ວັນ ແລະ ຄືນ ຮີບເຮັ່ງປຸກສ້າງເຮືອນ (5/2023 - 1/2024), ໄລ່ມາຮອດວັນທີ 24 ມັງກອນ ປີ 2024 ແຂວງ ດ້ຽນບຽນ ໄດ້ສຳເລັດການປຸກສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ຄອບຄົວທຸກຍາກ. ນີ້ແມ່ນໝາກຜົນຂອງແຜນຮ່າງກໍ່ສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ຄອບຄົບທຸກຍາກຢູ່ ແຂວງ ດ້ຽນບຽນ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ, ມຸ່ງໄປເຖິງການສະເຫລີມສະຫລອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ (7/5/1954 - 7/5/2024), ເຊິ່ງເປັນຄງການຫນູນຊ່ວຍປຸກສ້າງເຮືອນໃຫ້ແກ່ຜູ້ທຸກຍາກເປັນຈຳນວນຫລາຍສຸດນັບແຕ່ກ່ອນມາຮອດປະຈຸບັນຢູ່ແຂວງ ດ້ຽນບຽນ.

ຄອບຄົວ ອ້າຍ ຫລໍ່ວັນລອງ ຢູ່ ຕາແສງ ນາຊາງ ເມືອງ ເມື່ອງຈ່າ ແຂວງ ດ້ຽນບຽນ, ເຖິງວ່າໃນຄອບຄົວມີຫລາຍຄົນ ແຕ່ທັງໝົດຕ້ອງຢູ່ຮ່ວມກັນໃນເຮືອນທີ່ຄັບແຄບ, ຊຸດໂຊມ. ພາຍຫລັງໄດ້ຮັບການຫນູນຊ່ວຍປຸກສ້າງເຮືອນຮ້ານຫລັງໃຫມ່ ຊື່ງໄດ້ອອກແບບຕາມເຮືອນປະເພນີຂອງຊາວເຜົ່າຜູ້ໄທ ຢ່າງຖາວອນ, ຄອບຄົວ ອ້າຍລອງ ມີຄວາມອຸ່ນອ່ຽນໃຈເມື່ອທຳມາຫາກິນ ບໍ່ຄ່ອຍເປັນຫ່ວງໃນເວລາຝົນຕົກອີກແລ້ວ.

 “ຄອບຄົວຂ້າພະເຈົ້າແມ່ນຄອບຄົວທຸກຍາກ ໂດຍໄດ້ຮັບການຫນູນຊ່ວຍປຸກສ້າງເຮືອນ, ຄອບຄົວຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍ. ຂໍສະແດງຄວາມຂອບອົກຂອບໃຈນຳ ລັດ”.

200 ວັນ ແລະ ຄືນ ປຸກສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ຄອບຄົວທຸກຍາກຢູ່ ແຂວງ ດ້ຽນບຽນ - ảnh 1ການປຸກສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ຄອບຄົວທຸກຍາກ ແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈ, ເປັນຈິດຫນຶ່ງໃຈດຽວຂອງອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ດ້ຽນບຽນ. ພາບ:VOV

ສ່ວນ ຄອບຄົວ ອ້າຍຫລໍ່ວັນຮ່ຽນ ຢູ່ ເທດສະບານ ດ້ຽນບຽນດົງ ເມືອງ ດ້ຽນບຽນດົງ ເມື່ອເຮືອນຫລັງໃຫມ່ໄດ້ຮັບການກໍ່ສ້າງສຳເລັດ ແລະ  ໄດ້ຮັບໄວກວ່າເວລາກຳນົດ, ທຸກຄົນໃນຄອບຄົວລ້ວນແຕ່ມີຄວາມປິຕິຊົມຊື່ນ.

 “ແນ່ນອນວ່າ ຄອບຄົວຂ້າພະເຈົ້າຈະແຕກຕ່າງກັນກັບກ່ອນນີ້ ຍ້ອນປະຈຸບັນໄດ້ມີເຮືອນຢູ່ຖາວອນ. ຄອບຄົວມີຄວາມຜາສຸກ ແລະ ຮູ້ສຶກປິຕິຊົມຊື່ນ ຍ້ອນມີເຮືອນໃຫຍ່ສວຍງາມຄືແນວນີ້”.

ເພື່ອໃຫ້ຫລາຍຄອບຄົວທຸກຍາກມີເຮືອນຢູ່ຖາວອນ ອຸ່ນອ່ຽນໃຈທຳມາຫາກິນ, ນັ້ນແມ່ນຍ້ອນມີຄວາມສາມັກຄີເປັນຈິດຫນຶ່ງໃຈດຽວຂອງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຢູ່ ແຂວງ ດ້ຽນບຽນ ໃນຕະຫລອດ ກວ່າ 200 ວັນ ແລະ ຄືນ (5/2023 - 1/2024). ໃນວິວັດປະຕິບັດການກໍ່ສ້າງເຮືອນຢູ່, ແນວໂຮມປະເທດຊາດ ທຸກຂັ້ນ ໄດ້ຂົນຂວາຍ, ລະດົມບັນດາກຳລັງ  ເຊິ່ງເທົ່າກັບວັນອອກແຮງງານ ກວ່າ 100.000 ວັນ ເພື່ອຊ່ວຍຄອບຄົວທຸກຍາກເລີກເຮືອນເກົ່າອອກ ແລ້ວປຸກສ້າງເຮືອນໃຫມ່. ທ່ານ ມົ່ວອາວ່າງ, ເລຂາພັກເມືອງ ດ້ຽນບຽນດົງ, ຊື່ງແມ່ນທ້ອງຖິ່ນສຳເລັດການກໍ່ສ້າງເຮືອນມະຫາສາມັກຄີໃຫ້ແກ່ຜູ້ທຸກຍາກໄວກວ່າໝູ່ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າ ກຳນົດວ່າ ທຸກສິ່ງທຸກຢ່າງຕ້ອງມີການເຂົ້າຮ່ວມຂອງປະຊາຊົນ. ຕ້ອງໂຄສະນາເພື່ອໃຫ້ປະຊາຊົນເຂົ້າໃຈໄດ້ວ່າ ນີ້ແມ່ນການປຸກສ້າງເຮືອນໃຫ້ແກ່ປະຊາຊົນເອງ ແລະ ປະຊາຊົນຕ້ອງແມ່ນຜູ້ເຂົ້າຮ່ວມໂດຍກົງ ແລະ ເປັນຜູ້ໄດ້ນຳໃຊ້ເຮືອນຫລັງໃຫມ່ນີ້. ສະນັ້ນ ປະຊາຊົນໄດ້ເຂົ້າຮ່ວມຕັ້ງຫນ້າ ແລະ ຕອບສະຫນອງນັບແຕ່ຫົວທີ”.

 ແຜນຮ່າງປຸກສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ແກ່ຄອບຄົວທຸກຍາກຢູ່ ແຂວງ ດ້ຽນບຽນ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ແຜ່ຂະຫຍາຍຢ່າງກວ້າງໃນທົ່ວແຂວງ. ທ່ານ ເຈີນກວັກເກື່ອງ, ເລຂາພັກແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າຮູ້ສຶກຕືນຕັນໃຈ ເມື່ອໄດ້ລົງຢ້ຽມຢາມບັນດາເຮືອນມະຫາສາມັກຄີທີ່ຫາກໍ່ໄດ້ຮັບການກໍ່ສ້າງສຳເລັດ. ປະຊາຊົນໄດ້ປັກທຸງຊາດ ແລະ ພາບປະທານໂຮ່ຈີມິນຢູ່ໃຈກາງເຮືອນດ້ວຍຄວາມເຄົາລົບ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກັບອຳນາດການປົກຄອງ”.

200 ວັນ ແລະ ຄືນ ປຸກສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ຄອບຄົວທຸກຍາກຢູ່ ແຂວງ ດ້ຽນບຽນ - ảnh 2ແຜນຮ່າງຂົນຂວາຍຫນູນຊ່ວຍປູກສ້າງເຮືອນໃຫ້ແກ່ຄອບຄົວທຸກຍາກຢູ່ແຂວງດ້ຽນບຽນ ແມ່ນມີຄວາມໝາຍວັດທະນະທຳມະນຸດອັນເລິກເຊິ່ງ ແລະ ແທດຈິງ. ພາບ:VOV

ວິວັດທະນາການປະຕິບັດສຳເລັດແຜນຮ່າງຫນູນຊ່ວຍປຸກສ້າງເຮືອນມະຫາສາມັກຄີ 5.000 ຫລັງໃຫ້ແກ່ຄອບຄົວທຸກຍາກຂອງແຂວງ ດ້ຽນບຽນ ໄດ້ຫັນຄວາມໄຝ່ຝັນຂອງບັນດາຄອບຄົວທຸກຍາກໃຫ້ປະກົດຜົນເປັນຈິງ ເມື່ອເຂົາເຈົ້າໄດ້ມີເຮືອນຢູ່ຖາວອນ, ມີຄວາມອຸ່ນອ່ຽນໃຈທຳມາຫາກິນ. ວິວັດທະນາການນີ້ໄດ້ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີຂອງອຳນາດການປົກຄອງ, ປະຊາຊົນບັນດາເຜົ່າຢູ່ບໍລິເວນແຂວງ ດ້ຽນບຽນ, ມີຄວາມໝາຍວັດທະນະທຳມະນຸດ, ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ຜູ້ທຸກຍາກຢ່າງແທດຈິງ.

ຕອບກັບ