ໄພ​ເງິນ​ເຟີ້​ຢູ່ EU ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ໃໝ່​ໃນ​ເດືອນ​ຕຸ​ລາ ປີ 2022

Chia sẻ
(VOVWORLD) -ຕາມການຄາດຄະເນຂອງຄະນະກຳມະການເອີລົບ, ພາກພື້ນນຳໃຊ້ສະກຸນເງິນລວມເອີໂຣ ແລະ ບັນດາປະເທດສະມາຊິກ EU ເກືອບທັງໝົດ ຈະຕົກເຂົ້າສູ່ສະພາບເສດຖະກິດຊຸດໂຊມ ໃນທ້າຍປີ 2022.

ຕາມຂໍ້ມູນໂດຍອົງການສະຖິຕິເອີລົບ (Eurostat) ປະກາດໃນວັນທີ 17 ພະຈິກ, ອັດຕາໄພເງິນເຟີ້ໃນແຕ່ລະປີຢູ່ສະຫະພາບເອີລົບ ສືບຕໍ່ບັນລຸລະດັບສະຖິຕິໃໝ່ໃນເດືອນຕຸລາ ເມື່ອເພີ່ມຂຶ້ນ 11,5%, ສູງກ່ວາ 0,6% ເມື່ອທຽບໃສ່ກັບປີກາຍ. ຕົວເລກນີ້ສະແດງໃຫ້ເຫັນວ່າ 18 ປະເທດສະມາຊິກ, ມີອັດຕາໄພເງິນເຟີ້ປະຈຳປີ ສູງກ່ວາ 10%ໃນເດືອນກັນຍາ. ພ້ອມທັງອົງການສະຖິຕິເອີລົບ ກໍ່ດັດປັບອັດຕາໄພເງິນເຟີ້ໃນເດືອນຕຸລາຢູ່ພາກພື້ນນຳໃຊ້ສະກຸນເງິນເອີໂຣ ຂຶ້ນເຖິງ 10,6%. ໃນເດືອນກັນຍາ, ໄພເງິນເຟີ້ຢູ່ພາກພື້ນນີ້ພວມຢູ່ລະດັບ 9,9%. ຕາມການຄາດຄະເນຂອງຄະນະກຳມະການເອີລົບ, ພາກພື້ນນຳໃຊ້ສະກຸນເງິນລວມເອີໂຣ ແລະ ບັນດາປະເທດສະມາຊິກ EU ເກືອບທັງໝົດ ຈະຕົກເຂົ້າສູ່ສະພາບເສດຖະກິດຊຸດໂຊມ ໃນທ້າຍປີ 2022.

ຕອບກັບ