ໄຂງານມະໂຫລານທ່ອງທ່ຽວທະເລ ຍາຈາງ ປີ 2024

Chia sẻ
(VOVWORLD) - ງານມະໂຫລານດ້ວຍການເຄື່ອນໄຫວວັດທະນະທຳ, ງານບຸນຫຼາຍຢ່າງ ເພື່ອສ່ອງແສງບັນດາສິ່ງຍອດຍິ່ງດ້ານວັດທະນະທຳຂອງຊາດເວົ້າລວມ ແລະ ເຂດດິນແດນ ຍາຈາງ - ແຄງຮ່ວາ ເວົ້າສະເພາະ.
ໄຂງານມະໂຫລານທ່ອງທ່ຽວທະເລ ຍາຈາງ ປີ 2024 - ảnh 1ທ່ານ ດິງວັນທ້ຽວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ
(ພາບ: TTXVN)

        ງານມະໂຫລານທ່ອງທ່ຽວທະເລ ຍາຈາງ ປີ 2024, ດ້ວຍຫົວຂໍ້ “ເຂດອ່າວແກ້ວມະນີ ຍາຈາງ ຮຸ່ງແຈ້ງ”, ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 13 ມິຖຸນາ, ຢູ່ນະຄອນ ຍາຈາງ, ແຂວງ ແຄງຮ່ວາ. ງານມະໂຫລານຈັດຂຶ້ນເພື່ອເຊີດຊູຄວາມງາມຂອງເຂດອ່າວ ຍາຈາງ ດ້ວຍຄວາມຫວັງຢາກກາຍເປັນຈຸດນັດພົບ, ປະກອບສ່ວນເຊີດຊູ, ໂຄສະນາຄວາມງາມ, ຄວາມສາມາດບົ່ມຊ້ອນ, ທ່າແຮງຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ດິງວັນທ້ຽວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ, ຊີ້ແຈ້ງວ່າ, ງານມະໂຫລານດ້ວຍການເຄື່ອນໄຫວວັດທະນະທຳ, ງານບຸນຫຼາຍຢ່າງ ເພື່ອສ່ອງແສງບັນດາສິ່ງຍອດຍິ່ງດ້ານວັດທະນະທຳຂອງຊາດເວົ້າລວມ ແລະ ເຂດດິນແດນ ຍາຈາງ - ແຄງຮ່ວາ ເວົ້າສະເພາະ. ງານມະໂຫລານປີນີ້ໄດ້ຈັດຂຶ້ນແຕ່ວັນທີ 13 – 16 ມິຖຸນາ, ດ້ວຍຮ້ານວາງສະແດງກວ່າ 200 ຮ້ານ ແນະນຳບັນດາຜະລິດຕະພັນທ່ອງທ່ຽວ, ການຄ້າ, ອາຫານການກິນ, ພ້ອມກັບບັນດາການເຄື່ອນໄຫວ, ເຫດການຕ່າງໆ.

        ຄາດວ່າ, ງານມະໂຫລານທ່ອງທ່ຽວທະເລ ຍາຈາງ ປີ 2024 ນີ້ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດແຕ່ 350.000 – 400.000 ຄົນເຂົ້າຮ່ວມ.

ຕອບກັບ