ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 637 ຄົນ, ບໍ່ມີຜູ້ເສຍຊີວິດ

Chia sẻ
(VOVWORLD) -ນັບແຕ່ເມື່ອເກີດໂລກລະບາດມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 10.744.085 ຄົນ, ຢືນອັນດັບທີ 12/227 ປະເທດ ແລະ ແຂດແຄ້ວນ

ແຫຼ່ງຂ່າວປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ໃນວັນທີ 27 ມິຖຸນາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 16 ໂມງຂອງວັນທີ 26 ມິຖຸນາ ຫາເວລາ 16 ໂມງຂອງວັນທີ 27 ມິຖຸນາ, ໃນລະບົບຄຸມຄອງຜູ້ຕິດເຊື້ອພະຍາດໂຄວິດ-19 ມີຜູ້ຕິດເຊື້ອພະຍາດລາຍໃໝ່ 637 ຄົນ, ລ້ວນແຕ່ຢູ່ພາຍໃນປະເທດ ຢູ່ 39/36 ແຂວງ, ນະຄອນ. ໃນວັນທີ 27 ມິຖຸນາ, ຫວຽດນາມ ປິ່ນປົວຫາຍດີເປັນປົກກະຕິໃຫ້ 6.600 ຄົນ, ບໍ່ມີຜູ້ເສຍຊີວິດ.

        ນັບແຕ່ເມື່ອເກີດໂລກລະບາດມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 10.744.085 ຄົນ, ຢືນອັນດັບທີ 12/227 ປະເທດ ແລະ ແຂດແຄ້ວນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິທັງໝົດແມ່ນ 9.656.467 ຄົນ, ມີຜູ້ເສຍຊີວິດແມ່ນ 43.084 ຄົນ. ຈຳນວນວັກຊິນທີ່ໄດ້ສັກແລ້ວແມ່ນ 229.854.734 ໂດສ.

ຕອບກັບ