ນາຍົກລັດຖະມົນຕີ ອິດສະຣາແອນ ຢັ້ງຢືນສືບຕໍ່ບຸກໂຈມຕີເຂດ ກາຊາ

Chia sẻ
(VOVWORLD) - ປະເທດນີ້ຈະສືບຕໍ່ບຸກໂຈມຕີເຂດ ກາຊາ. ໃນສານພິເສດເນື່ອງໃນໂອກາດພິທີເອກະລາດຄັ້ງທີ 76 ຂອງ ອິດສະຣາແອນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢຶນວ່າ: ອິດສະຣາແອນ ຈະສືບຕໍ່ດຳເນີນບັ້ນຮົບຢູູ່ເຂດ ກາຊາ, ຈົນກ່ວາຈະຮອດເວລາໃດບັນລຸໄດ້ໄຊຊະນະຕໍ່ຂະບວນການອິດສະລາມ ຮາມາດ.
ນາຍົກລັດຖະມົນຕີ ອິດສະຣາແອນ ຢັ້ງຢືນສືບຕໍ່ບຸກໂຈມຕີເຂດ ກາຊາ - ảnh 1(ພາບປະກອບຈາກ ສຳນັກຂ່າວສານຊິນຮວາ/TTXVN)

ໂດຍບໍ່ຫົວຊາຕໍ່ກະແສຟອງການຄັດຄ້ານທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຄົມສາກົນ, ວັນທີ 13 ພຶດສະພາ, ການນຳ ອິດສະຣາແອນ ຢັ້ງຢືນວ່າ: ປະເທດນີ້ຈະສືບຕໍ່ບຸກໂຈມຕີເຂດ ກາຊາ. ໃນສານພິເສດເນື່ອງໃນໂອກາດພິທີເອກະລາດຄັ້ງທີ 76 ຂອງ ອິດສະຣາແອນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢຶນວ່າ: ອິດສະຣາແອນ ຈະສືບຕໍ່ດຳເນີນບັ້ນຮົບຢູູ່ເຂດ ກາຊາ, ຈົນກ່ວາຈະຮອດເວລາໃດບັນລຸໄດ້ໄຊຊະນະຕໍ່ຂະບວນການອິດສະລາມ ຮາມາດ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາຈົນສຸດຄວາມສາມາດ ເພື່ອຈະນຳບັນດາຕົວປະກັນທີ່ຖືກ ຮາມາດ ຈັບຕົວໄດ້ກັບຄືນເມືອບ້ານ.

        ໃນສະພາບການທີ່ກ່ຽວຂ້ອງ, ວັນທີ 13 ພຶດສະພາ, ຫົວໜ້າຂອງກຳລັງ Hezbollah ຢູ່ ລີບັງ ໄດ້ກ່່າວເຕືອນກຸ່ມນີ້ຈະສືບຕໍ່ດຳເນີນບັນດາການບຸກໂຈມຕີເຂົ້າເຂດດິນແດນ ອິດສະຣາແອນ. ທີ່ການຖະແຫຼງໃນຊ່ອງໂທລະພາບ, ທ່ານ Hassan Nasrallah, ເລຂາທິການໃຫຍ່ຂະບວນການອິດສະລາມ Hezbollah ຢູ່ລີບັງ ໄດ້ກ່າວເຕືອນວ່າ ປະຊາຊົນຢູ່ທິດເໜືອ ອິດສະຣາແອນ ຈະບໍ່ສາມາດກັບເມືອບ້ານ ເພື່ອເລີ່ມເຂົ້າສົກຮຽນໃໝ່ໃນເດືອນ ກັນຍາ ຈະມາເຖິງ, ຖ້າຫາກ ອິດສະຣາແອນ ສືບຕໍ່ເດີນຕາມບັນດາການເຄື່ອນໄຫວຕ້ານຊາວ ປາແລດສະຕິນ ຢູ່ເຂດ ກາຊາ.

ຕອບກັບ