ຊຸກຍູ້ການຮ່ວມມືໃນຂົງເຂດປະຕິບັດກົດໝາຍລະຫວ່າງ ຫວຽດນາມ ແລະ ອີຣານ

Chia sẻ
(VOVWORLD) - ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອຊອກຮູ້ຄວາມຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນ ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຄວາມສະຫງົບ
ຊຸກຍູ້ການຮ່ວມມືໃນຂົງເຂດປະຕິບັດກົດໝາຍລະຫວ່າງ ຫວຽດນາມ ແລະ ອີຣານ - ảnh 1ວາທີພົນເຮືອ Ahmad Reza Radan ແລະ ທ່ານພົນເອກ ໂຕເລີມ
(ພາບ: VOV)

ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ຮ້າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນປະທານພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກອງບັນຊາການປະຕິບັດກົດໝາຍຂອງ ອີຣານ ໂດຍວາທີພົນເຮືອ Ahmad Reza Radan, ຫົວໜ້າບັນຊາ ການປະຕິບັດກົດໝາຍ ອີຣານ ເປັນຫົວໜ້າຄະນະ ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 13 – 16 ພຶດສະພາ. ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລີມ ແລະ ທ່ານຜູ້ບັນຊາການ Ahmad Reza Radan ໄດ້ດຳເນີນການເຈລະຈາ.

        ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອຊອກຮູ້ຄວາມຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນ ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຄວາມສະຫງົບ; ຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບວິຊາສະເພາະ, ພິເສດແມ່ນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກ ແລະ ພາກພື້ນເຊິ່ງທັງສອງຝ່າຍມີຄວາມສົນໃຈ; ສົມທົບກັນແກ້ໄຂບັນດາປະເພດອາດຊະຍາກຳຂ້າມຊາດ, ອາດຊະຍາກຳກ່ຽວຂ້ອງເຖິງພົນລະເມືອງສອງປະເທດ.

        ສອງຝ່າຍເຫັນດີເປັນເອກະພາບບໍ່ອະນຸຍາດໃຫ້ບໍ່ວ່າອົງການ ຫຼື ບຸກຄົນໃດສວຍໃຊ້ບໍລິເວນຂອງປະເທດນີ້ເພື່ອເຄື່ອນໄຫວຕ້ານຄືນປະເທດອື່ນ; ຍູ້ແຮງການຮ່ວມມືໃນຂົງເຂດບຳລຸງສ້າງຍົກສູງກຳລັງຄວາມສາມາດດ້ານວິຊາຊີບ ແລະ ພາສາຕ່າງປະເທດ…

        ສິ້ນສຸດການເຈລະຈາ, ທ່ານລັດຖະມົນຕີ ໂຕເລີມ ແລະ ຜູ້ບັນຊາການ Ahmad Reza Radan ໄດ້ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກອງບັນຊາການປະຕິບັດກົດໝາຍ ອີຣານ.

ຕອບກັບ