ຮ່າຢາງ ຂຸດຄົ້ນການສົ່ງອອກຜະລິດຕະພັນກະເສດຂອງທ້ອງຖິ່ນ

Chia sẻ
(VOVWORLD) - ຮ່າຢາງ ແມ່ນໜຶ່ງໃນບັນດາເຂດຜະລິດຊາຈຸດສຸມຂອງທົ່ວປະເທດ ດ້ວຍຍອດເນື້ອໃນທັງໝົດຂຶ້ນເຖິງ 20.300 ກ່ວາເຮັກຕາ. ໃນນັ້ນ, ຜະລິດຕະພັນຊາ ຊານ ຕວຽດ ມີອາຍຸກ່ວາ 100 ປີ ໄດ້ປູກຢູ່: ຕາແສງ ກາວໂບ່ (ເມືອງ ວິຊວຽນ), ຕາແສງ ນ້ຳຕີ, ໂຮ່ເທົ່າ (ເມືອງ ຮ່ວາງຊູຟີ່), ຕາແສງ ຫຼູງຟິ່ນ (ເມືອງ ດົ່ງວັນ)…

ໂດຍຜັນຂະຫຍາຍຍຸດທະສາດການສົ່ງອອກ - ນຳເຂົ້າສິນຄ້າໃນບໍລິເວນແຂວງ ຮ່າຢາງ ຮອດປີ 2030, ໄລຍະຜ່ານມາ, ຫຼາຍຜະລິດຕະພັນກະເສດພິເສດສະເພາະຂອງແຂວງ ຮ່າຢາງ ໄດ້ສຸມໃສ່ພັດທະນາການຜະລິດເປັນສິນຄ້າ, ພ້ອມທັງຮັບປະກັນມາດຖານເພື່ອບື່ນຕົວອອກສູ່ຕະຫຼາດສາກົນ. ນີ້ໄດ້ຮັບຖືວ່າແມ່ນບັນດາສັນຍານທີ່ດີເພື່ອໃຫ້ກະສິກຳພັດທະນາຕາມທິດລົງເລິກຄຸນນະພາບບັນດາຜະລິດຕະພັນພິເສດສະເພາະ…

        ຮ່າຢາງ ແມ່ນໜຶ່ງໃນບັນດາເຂດຜະລິດຊາຈຸດສຸມຂອງທົ່ວປະເທດ ດ້ວຍຍອດເນື້ອໃນທັງໝົດຂຶ້ນເຖິງ 20.300 ກ່ວາເຮັກຕາ. ໃນນັ້ນ, ຜະລິດຕະພັນຊາ ຊານ ຕວຽດ ມີອາຍຸກ່ວາ 100 ປີ ໄດ້ປູກຢູ່: ຕາແສງ ກາວໂບ່ (ເມືອງ ວິຊວຽນ), ຕາແສງ ນ້ຳຕີ, ໂຮ່ເທົ່າ (ເມືອງ ຮ່ວາງຊູຟີ່), ຕາແສງ ຫຼູງຟິ່ນ (ເມືອງ ດົ່ງວັນ)… ໄດ້ຮັບການຕີລາຄາຈາກນັກຊ່ຽວຊານວ່າແມ່ນແຫຼ່ງວັດຖຸດິບທີ່ດີ. ໄລຍະຜ່ານມາ, ຮ່າຢາງ ໄດ້ຈັດແບ່ງກຳນົດເນື້ອທີ່ປູກຊາແຕ່ລະເຂດເພື່ອພັດທະນາລະບົບຮ່ວມສຳພັນຜະລິດຊາ ອົງຄະທາດແບບຍືນຍົງ. ດ້ວຍການລົງທຶນມີການກຳນົດທິດລະອຽດ, ຜະລິດຕະພັນ ຊາ ຊານຕວຽດ ຮ່າຢາງ ບໍ່ພຽງແຕ່ຮັບໃຊ້ຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງໄດ້ສົ່ງອອກໄປຍັງຫຼາຍກ່ວາ 20 ປະເທດ ຢູ່ ອາຊີ, ເອີລົບ, ທະວີບ ອາເມລິກາ ດ້ວຍບັນດາຜະລິດຕະພັນຊາທີ່ຫຼາຍຮູບຫຼາຍແບບອີກດ້ວຍ…

ຕອບກັບ