ບັນດາຜູ້ແທນໄດ້ຮັບລາງວັນໃນການເສັງຄັ້ງກ່ອນ |
ບັນດາຜູ້ຟັງໄດ້ສະແດງໃຫ້ເຫັນການລົງທຶນກ່ຽວກັບວັນເວລາ ແລະ ເຫື່ອແຮງເມື່ອເຂົ້າຮ່ວມການເສັງ. ມີຫຼາຍບົດຂຽນຍາວນັບສິບໜ້າ, ພິເສດມີບົດຂຶ້ນເຖິງເກືອບ 100 ໜ້າ. ມີທ່ານຜູ້ຟັງຈຳນວນໜຶ່ງໄດ້ມີຫົວຄິດປະດິດສ້າງ, ຕິດຂັດບັນດາພາບປະກອບ ເຮັດໃຫ້ບົດຂຽນມີຊີວິດຊີວາ ແລະ ດຶງດູດໃຈ. ເມື່ອແບ່ງປັນກ່ຽວກັບວິວັດການປະຕິບັດສຳເລັດບົດເສັງ, ເພື່ອນ Rudy Hartono ຊາວອິນໂດເນເຊຍ, ໜຶ່ງໃນບັນດາຜູ້ຟັງທີິ່ຕິດພັນກັບວິທະຍຸກະຈາຍສຽງ ຫວຽດນາມ ມາເປັນຫຼາຍປີ ແລະ ໄດ້ເຂົ້າຮ່ວມການເສັງເປັນຫຼາຍຄັ້ງ, ຂຽນວ່າ “ຂ້າພະເຈົ້າໄດ້ສະສົມບັນດາເອກະສານກ່ຽວກັບການພັດທະນາ ຫວຽດນາມ ໃນ 5 ປີເພື່ອເຮັດບົດເຂົ້າຮ່ວມການເສັງຂອງຕົນ. ຜ່ານບົດຂຽນ, ຂ້າພະເຈົ້າຢາກແນະນຳກ່ຽວກັບຄວາມງາມ, ຄວາມເປັນຫຼາຍຮູບແບບຂອງວັດທະນະທຳ, ຜົນສຳເລັດດ້ານເສດຖະກິດ, ກໍ່ຄືບັນດາມູນຄ່າອັນສູງສົ່ງຂອງຊາດ ຫວຽດນາມ”.
ປັດຈຸບັນມີທ່ານຜູ້ຟັງຫຼາຍທ່ານໃຫ້ຮູ້ວ່າ ພວມຊອກຫາຂໍ້ມູນຕື່ມອີກເພື່ອຕອບຄຳຖາມ ແລະ ຈະສົ່ງບົດເຂົ້າຮ່ວມການເສັງທີ່ດີທີ່ສຸດໄປຍັງຄະນະຈັດຕັ້ງ. ເພື່ອໜູນຊ່ວຍພວກເພື່ອນ, ຄະນະຈັດຕັ້ງໄດ້ສະໜອງບັນດາການເຈາະຈິ້ມຂໍ້ມູນຕອບໃຫ້ແກ່ແຕ່ລະຄຳຖາມພາຍໃຕ້ບົດຂຽນ ທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ໃນໄລະຍະຈະມາເຖິງ, ພວກຂ້າພະເຈົ້າກໍ່ຈະສືບຕໍ່ອອກອາກາດ, ເອົາ ບັນດາຂໍ້ມູນລົງຕື່ມອີກເພື່ອໃຫ້ເພື່ອນຕອບຄຳຖາມເຂົ້າຮ່ວມການເສັງໃນບັນດາລາຍການອອກອາກາດ ແລະ ໃນລາຍການເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ 2025 ໃນເວັບໄຊ vovworld.vn.
ຂໍອວຍພອນໃຫ້ທຸກທ່ານຈົ່ງຍາດໄດ້ລາງວັນໃນການເສັງຄັ້ງນີ້.
ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງ ຫວຽດນາມເດີ.