ການມອບຂອງຂວັນໃຫ້ແກ່ຜູ້ຍາດໄດ້ລາງວັນ (ພາບ: VOV) |
ດັ່ງທີບັນດາທ່ານໄດ້ຮູ້ແລ້ວ, ພາຍຫຼັງ 5 ປີ, ການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ ການເສັງທີ່ມີຜູ້ຟັງວິທະຍຸສາກົນຫຼາຍຄົນລໍຄອຍ ໄດ້ກັບມາແລ້ວ. ການເສັງປີນນີ້ຍິ່ງມີຄວາມໝາຍຍ້ອນໄດ້ຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ(07/09/1945 – 07/09/2025) ແລະ ກໍ່ແມ່ນວັນພະແນກບັນດາພາສາຕ່າງປະເທດ (VOV5)ສະເຫຼີມສະຫຼອງ 80 ປີແຫ່ງວັນອອກອາກາດລາຍການກະຈາຍສຽງທຳອິດ.
ໃນລາຍການມື້ນີ, ພວກຂ້າພະເຈົ້າຂໍສະໜອງຂໍ້ມູນສຳຄັນຈຳນວນໜຶ່ງເຊິ່ງພວກເພື່ອນລໍຄອຍນັ້ນແມ່ນ ລາງວັນຂອງການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ 2025. ໃນນັ້ນລະບົບລາງວັນລວມມີ: ສຳລັບຜູ້ຄວ້າໄດ້ລາງວັນທີ 1, ທີ 2 ແລະ ທີສາມ ມີ 01 ລາງວັນ ຈະມີໂອກາດໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ໂດຍບໍ່ເສຍຄ່າ ພ້ອມດ້ວຍຂອງຂວັນ; ແຕ່ລາງວັນທີ 1 ແລະ ທີ 2 ຈະໄດ້ຮັບຂອງຂວັນໄປນຳ. ລາງວັນຊົມເຊີຍມີ 10 ລາງວັນ, ແຕ່ລະລາງວັນມີມູນຄ່າ 2.000.000 ລ້ານດົ່ງ (ໂດຍຈະມອບເປັນວັດຖຸພັນ). ຄະນະຈັດຕັ້ງກໍຈະມອບລາງວັນໃຫ້ແກ່ຜູ້ເຂົ້າຮ່ວມການເສັງທີ່ມີອາຍຸນ້ອຍສຸດ, ຜູ້ມີອາຍຸສູງສຸດ, ແຕ່ລະລາງວັນມີມູນຄ່າ 2.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ). ລາງວັນບົດຂຽນທີ່ມີຄວາມປະດິດປະດອຍລະອຽດລະອໍ ແລະ ຈັບໃຈ ມີມູນຄ່າ 5.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ). ນອກຈາກບັນດາລາງວັນດັ່ງກ່າວ, ເພື່ອແນໃສ່ຢັ້ງຢືນການເຂົ້າຮ່ວມ ແລະ ຕອບສະໜອງຢ່າງແຮງຂອງສະໂມສອນຜູ້ຟັງວິທະຍຸສາກົນ, ຄະນະຈັດຕັ້ງກໍ່ຈະມີລາງວັນມອບໃຫ້ສະໂມສອນຜູ້ຟັງວິທະຍຸສາກົນ ທີ່ມີຜູ້ຟັງຫຼາຍຄົນທີ່ສຸດເຂົ້າຮ່ວມການເສັງ.
ນີ້ແມ່ນຂອງຂວັນເລັກໆນ້ອຍໆແທນຄຳຂອບໃຈຂອງຄະນະຈັດຕັ້ງທີ່ສົ່ງໄປຍັງທ່ານຜູ້ຟັງ, ຜູ້ອ່ານເຊິ່ງແມ່ນຜູ້ຄົນທີ່ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າໃນຕະຫຼອດໄລຍະດຳເນີນການເສັງ. ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງປະເທດ ຫວຽດນາມ.