ໂຄງ​ການ OCOP: ຕ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​​ກ້າວ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ

Chia sẻ
(VOVWORLD) -ໂດຍນອນໃນຂອບເຂດການເຄື່ອນໄຫວ Festival ເຂົ້າສານ ຫວຽດນາມ ຄັ້ງທີ V ປີ 2021 ພວມຈັດຂຶ້ນຢູ່ ຫວິງລອງ, ວັນທີ 8 ມັງກອນ ໄດ້ດຳເນີນກອງປະຊຸມວິທະຍາສາດ ດ້ວຍຫົວຂໍ້ “ຜະລິດຕະພັນ OCOP ແລະ ການພັດທະນາຂະແໜງ ຜະລິດເຂົ້າສານເປັນສິນຄ້າ: ກຳລັງໜູນສຳຄັນເພື່ອພັດທະນາຊົນນະບົດໃໝ່”.
ໂຄງ​ການ OCOP: ຕ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​​ກ້າວ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ - ảnh 1ທ່ານ ຫງວຽນຄັກຕວານ, ຫົວໜ້າຄະນະເສດຖະກິດ ສູນກາງ ສະມາຄົມຊາວກະສິກອນ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

 ພາຍຫຼັງຈັດຕັ້ງປະຕິບັດມາເປັນໄລຍະໜຶ່ງ, ມາຮອດປັດຈຸບັນ, ທົ່ວປະເທດຫວຽດນາມ ມີຜະລິດຕະພັນ OCOP ລະດັບ 3 ດາວຂຶ້ນໄປແມ່ນ ເກືອບ 4.800 ຢ່າງ. ສະພາ OCOP ແຫ່ງຊາດພວມຈັດຕັ້ງຕີລາຄາ, ຈັດລະດັບໃຫ້ຜະລິດຕະພັນ OCOP 43 ຢ່າງທີ່ສາມາດບັນລຸມາດຕະຖານ 5 ດາວ. ພິເສດ, ມີ 35 ຜະລິດຕະພັນການບໍລິການທ່ອງທ່ຽວຊຸມຊົນ ແລະ ສະຖານທີ່ທ່ອງທ່ຽວໄດ້ຮັບການຮັບຮອງວ່າເປັນຜະລິດຕະພັນ OCOP. ບັນດາຜະລິດຕະພັນ OCOP ໄດ້ກາຍເປັນກຳລັງໜູນປະກອບສ່ວນເຂົ້າໃນການສ້າງ ແລະ ພັດທະນາເຂດຊົນນະບົດ ຫວຽດນາມ ຢ່າງແທ້ຈິງ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ແລະ ຊາວກະສິກອນ ຖືວ່າ ໂຄງການ OCOP ແມ່ນໂຄງການໃໝ່ ແລະ ກ່ຽວຂ້ອງເຖິງຫຼາຍຂົງເຂດ.

ຕອບກັບ