ແຜນນະໂຍບາຍຂອງ ຫວຽດນາມ ແມ່ນສະໜັບສະໜູນບັນດາວິວັດທະນາການນິຕິທຳສາກົນ

ຟ້າມຫວນ - ນັກຂ່າວ VOV ປະຈຳ ອາເມລິກາ
Chia sẻ
(VOVWORLD) - ວັນທີ 30 ຕຸລາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 74 ໄດ້ຈັດຕັ້ງກອງປະຊຸມຄົບຄະນະກ່ຽວກັບບົດລາຍງານຂອງສານຍຸຕິທຳສາກົນ (ICJ). 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນເຖິງບົດບາດສຳຄັນຂອງ ICJ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ໂດຍຜ່ານກົນໄກພິພາກສາບັນດາກໍລະນີຮ້ອງຟ້ອງລະຫວ່າງປະເທດຕ່າງໆ ແລະ ກົນໄກປະກອບຄຳເຫັນ, ໃຫ້ຄຳປຶກສາຕາມຄວາມຮຽກຮ້ອງຕ້ອງການຂອງສະມັດຊາໃຫຍ່ສະຫະປະຊາຊາດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບາງອົງການຕາມຂໍ້ກຳນົດຂອງກົດບັດສະຫະປະຊາຊາດ.

ແຜນນະໂຍບາຍຂອງ ຫວຽດນາມ ແມ່ນສະໜັບສະໜູນບັນດາວິວັດທະນາການນິຕິທຳສາກົນ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ (ພາບ: TTXVN)

        ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ ໄດ້ເນັ້ນໜັກເຖິງຫຼັກການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ ແມ່ນໜຶ່ງໃນບັນດາຫຼັກການພື້ນຖານຂອງກົດໝາຍສາກົນ; ບັນດາປະເທດສາມາດເລືອກເອົາບັນດາວິທີການແກ້ໄຂການຂັດແຍ້ງກັນຕາມຂໍ້ກຳນົດຂອງກົດບັດສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ ແບ່ງປັນວ່າ ແຜນນະໂຍບາຍຂອງ ຫວຽດນາມ ແມ່ນສະໜັບສະໜູນບັນດາວິວັດທະນາການນິຕິທຳສາກົນ, ໃນນັ້ນ ມີສານຍຸຕິທຳສາກົນ.

ຕອບກັບ