ອາ​ເມ​ລິ​ກາ ປະ​ກາດບ້ວງ​ງົບ​ປະ​ມານ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ​ໃຫ້​ແກ່ ຢູ​ແກຼນ ​ມີ​ມູນ​ຄ່າ 2 ຕື້ USD

Chia sẻ
(VOVWORLD) - ວັນທີ 15 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຖະແຫຼງວ່າ ອາເມລິກາ ສືບຕໍ່ໃຫ້ການໜູນຊ່ວຍດ້ານການທະຫານໃຫ້ແກ່ບັນດາກຳລັງຂອງ ຢູແກຼນ ດ້ວຍມູນຄ່າ 2 ຕື້ USD. 
ອາ​ເມ​ລິ​ກາ ປະ​ກາດບ້ວງ​ງົບ​ປະ​ມານ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ​ໃຫ້​ແກ່ ຢູ​ແກຼນ ​ມີ​ມູນ​ຄ່າ 2 ຕື້ USD - ảnh 1ການຖະແຫຼງຂ່າວຮ່ວມລະຫວ່າງຄູ່ຕຳແໜ່ງ ຢູແກຼນ ທ່ານ Dmytro Kuleba ແລະ ທ່ານລັດຖະມົນຕີການຕ່າງປະເທດ Blinken  (ພາບ: Reuters)

ບ້ວງເງິນໜູນຊ່ວຍດັ່ງກ່າວ ໂດຍທ່ານລັດຖະມົນຕີການຕ່າງປະເທດ Blinken ປະກາດໃນການຖະແຫຼງຂ່າວຮ່ວມກັບຄູ່ຕຳແໜ່ງ ຢູແກຼນ ທ່ານ Dmytro Kuleba ເຊິ່ງດຳເນີນຢູ່ນະຄອນຫຼວງ Kiev ເນື່ອງໃນໂອກາດການເດີນທາງໄປຢ້ຽມຢາມ ຢູແກຼນ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ. ນີ້ແມ່ນສ່ວນໜຶ່ງໃນບ້ວງເງິນໜູນຊ່ວຍ 61 ຕື້ USD ເຊິ່ງ ວໍຊິງຕັນ ໄດ້ຮັບຮອງເອົາກ່ອນນີ້ 2 – 3 ອາທິດ.  ທ່ານ Blinken ຊີ້ແຈ້ງວ່າ ຈຸດປະສົງຂອງບ້ວງເງິນໜູນຊ່ວຍດັ່ງກ່າວ ແມ່ນສະໜອງອາວຸດ ກໍຄື ລົງທຶນເຂົ້າໃນການສ້າງພື້ນຖານໂຄງລ່າງຢູ່ ຢູແກຼນ ແລະ ຊ່ວຍປະເທດນີ້ຊື້ຍຸດໂທປະກອນການທະຫານຈາກປະເທດອື່ນ. ໄປຄຽງຄູ່ກັນນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Blinken ກໍ່ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ອາດຈະພົບປະກັບຄູ່ຕຳແໜ່ງ ຢູແກຼນ ທ່ານ Volodymyr Zelensky ໃນ 2 – 3 ອາທິດຈະມາເຖິງ, ພ້ອມທັງຢັ້ງຢືນວ່າ ວໍຊິງຕັນ ສະໜັບສະໜູນກອງປະຊຸມສັນຕິພາບ ຢູແກຼນ  ຢ່າງແຮງ ເຊິ່ງຄາດວ່າຈະດຳເນີນໃນເດືອນ ມິຖຸນາ ຢູ່ ສະວິດ. ກໍຕາມທ່ານລັດຖະມົນຕີການຕ່າງປະເທດ Blinken ແລ້ວ, ອາເມລິກາ ແລະ ຢູແກຼນ ອາດຈະລົງນາມໃນຂໍ້ຕົກລົງຄວາມໝັ້ນຄົງສອງຝ່າຍໃນ 2 – 3 ອາທິດຈະມາເຖິງ ພາຍຫຼັງທີ່ປະຕິບັດບັນດາບາດກ້າວເດີນທີ່ຕັ້ງໜ້າເພື່ອຊຸກຍູ້ຂໍ້ຕົກລົງ.

ຕອບກັບ