ຫວຽດ​ນາມ ຊຸກ​ຍູ້​ວິ​ວັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເອ​ກະ​ສານ​ເຂົ້າ​ຮ່ວມ CPTPP ຂອງ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ

Chia sẻ
(VOVWORLD) - ທ່ານ ເລືອງຮ່ວາງທ້າຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຖືວ່າ ຕາມຂໍ້ກຳນົດຂອງ ສັນຍາ, ຖ້າມີ 6 ປະເທດສະມາຊິກໃຫ້ສັດຕະຍາບັນນັ້ນ, ສັນຍາຈະມີຜົນສັກສິດນັບແຕ່ເດືອນຕຸລາ ປີ 2024.
ຫວຽດ​ນາມ ຊຸກ​ຍູ້​ວິ​ວັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເອ​ກະ​ສານ​ເຂົ້າ​ຮ່ວມ CPTPP ຂອງ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ - ảnh 1ກອງປະຊຸມຂອງສະພາແຫ່ງຊາດ ຫວຽດນາມ (ພາບ: moit.gov.vn)

ສະພາແຫ່ງຊາດ ຫວຽດນາມ ຄາດວ່າຈະໃຫ້ສັດຕະຍາບັນ ເອກະສານເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ຂອງລາຊະອານາຈັກ ອັງກິດ ຢູ່ທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໝາຍຄວາມວ່າ ຫວຽດນາມ ແມ່ນ 1 ໃນ 6 ປະເທດທຳອິດເຊັ່ນ ອະນຸສັນຍາ CPTPP ຂອງລາຊະອານາຈັກ ອັງກິດ. ທ່ານ ເລືອງຮ່ວາງທ້າຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຖືວ່າ ຕາມຂໍ້ກຳນົດຂອງ ສັນຍາ, ຖ້າມີ 6 ປະເທດສະມາຊິກໃຫ້ສັດຕະຍາບັນນັ້ນ, ສັນຍາຈະມີຜົນສັກສິດນັບແຕ່ເດືອນຕຸລາ ປີ 2024. ເພາະສະນັ້ນ, ຫວຽດນາມ ໄດ້ຊຸກຍູ້ຂັ້ນຕອນໃຫ້ສັດຕະຍາບັນຢູ່ພາຍໃນປະເທດ ເພື່ອອາດຈະພ້ອມກັບ ລາຊະອານາຈັກ ອັງກິດ ແລະ ບັນດາປະເທດສະມາຊິກ CPTPP ນຳສັນຍາເຂົ້າປະຕິບັດຕົວຈິງ:

ມາຮອດປັດຈຸບັນ, ມີລາຊະອານາຈັກ ອັງກິດ ແລະ 4 ປະເທດສະມາຊິກ CPTPP ປະຕິບັດສຳເລັດຂັ້ນຕອນໃຫ້ສັດຕະຍາບັນຢູ່ພາຍໃນປະເທດ. ຖ້າວ່າ ຫວຽດນາມ ປະຕິບັດຂັ້ນຕອນນີ້ ສັນຍາມີຄວາມເປັນໄປໄດ້ວ່າ ຈະໄດ້ຮັບການປະຕິບັດຢ່າງຖືກຕ້ອງຕາມຈຸດເວລາ ເຊິ່ງບັນດາປະເທດ ຄາດຄະເນ. ເພາະສະນັ້ນ, ເລື່ອງພິຈາລະນາ ຂອງສະພາແຫ່ງຊາດ ຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ. ມັນຈະສືບຕໍ່ສະແດງໃຫ້ເຫັນແຜນນະໂຍບາຍລວມຄືຈຸດເວລາ ທີ່ສະພາແຫ່ງຊາດ ຫວຽດນາມ ໃຫ້ສັດຕະຍາບັນ ສັນຍາ CPTPP ໃນເບື້ອງຕົ້ນ.

ຕອບກັບ