ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາ​ກີ Robert Fico ຖືກ​ບຸກ​ທຳ​ຮ້າຍ, ການ​ນຳ​ໂລກກ່າວ​ປະ​ນາມ​ຢ່າງ​ແຮງ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ Robert Fico ຖືກຍິງບາດເຈັບ ໃນຂະນະທີ່ທ່ານພວມໂອ້ລົມກັບການນຳບາງທ່ານຢູ່ນອກສຳນັກງານ ທີ່ດຳເນີນກອງປະຊຸມຄະນະລັດຖະບານ. ມືປືນທີ່ບຸກທຳຮ້າຍທ່ານນາຍົກລັດຖະມົນຕີ Fico ຖືກຕຳຫຼວດຈັບຕົວໃນທັນທີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ສະ​ໂລ​ວາ​ກີ Robert Fico ຖືກ​ບຸກ​ທຳ​ຮ້າຍ, ການ​ນຳ​ໂລກກ່າວ​ປະ​ນາມ​ຢ່າງ​ແຮງ - ảnh 1ມືປືນທີ່ບຸກທຳຮ້າຍທ່ານນາຍົກລັດຖະມົນຕີ Fico ຖືກຕຳຫຼວດຈັບຕົວໃນທັນທີ (ພາບ: Reuters)

ວັນທີ 15 ພຶດສະພາ, ສຳນັກຂ່າວສານ TASR ຂອງ ສະໂລວາກີ ໄດ້ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ Robert Fico ຖືກຍິງບາດເຈັບ ໃນຂະນະທີ່ທ່ານພວມໂອ້ລົມກັບການນຳບາງທ່ານຢູ່ນອກສຳນັກງານ ທີ່ດຳເນີນກອງປະຊຸມຄະນະລັດຖະບານ. ມືປືນທີ່ບຸກທຳຮ້າຍທ່ານນາຍົກລັດຖະມົນຕີ Fico ຖືກຕຳຫຼວດຈັບຕົວໃນທັນທີ.

        ວັນທີ 15 ພຶດສະພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວປະນາມເຫດບຸກທຳຮ້າຍດັ່ງກ່າວຢ່າງແຮງ. ໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ພັນລະນາເຫດຍິງທຳຮ້າຍ ທ່ານ Fico ວ່າ ແມ່ນ “ໂທດກຳທີ່ໜ້າລັງກຽດ” ແລະ ສະແດງຄວາມຫວັງວ່າ ທ່ານນາຍົກລັດຖະມົນຕີ ສະໂລວາກີ ຈະຟື້ນຕົວໂດຍໄວ.

        ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍໄດ້ກ່າວປະນາມເຫດຍິງປືນທີ່ນາບຂູ່ເຖິງຊີວິດຂອງທ່ານນາຍົກລັດຖະມົນຕີ Fico ເຊັ່ນດຽວກັນ.

ຕອບກັບ