ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ​ຄົນ​ໃໝ່ Lawrence Wong ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ

Chia sẻ
(VOVWORLD) -  ວັນທີ 15 ພຶດສະພາ, ທ່ານ Lawrence Wong ນາຍົກລັດຖະມົນຕີຄົນທີ 4 ຂອງ ສິງກະໂປ, ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ ທີ່ຖືກຈັດຂຶ້ນຢູ່ທຳນຽບ Istana. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ​ຄົນ​ໃໝ່ Lawrence Wong ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ - ảnh 1ທ່ານນາຍົກລັດຖະມົນຕີ ສິງກະໂປ ຄົນໃໝ່ Lawrence Wong ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ (ພາບ: AFP)

ແຂກຖືກເຊີນທຸກຊັ້ນວັນນະໃນສັງຄົມສິງກະໂປ ໄດ້ເຂົ້າຮ່ວມພິທີດັ່ງກ່າວເປັນຈຳນວນຫຼາຍ. ທ່ານ Wong ຍັງຄົງດຳລົງຕຳແໜ່ງຄວບ ລັດຖະມົນຕີກະຊວງການເງິນ ເພື່ອຮັບປະກັນລັກສະນະຕໍ່ເນືອງ ແລະ ສະຖຽນລະພາບຂອງປະເທດ. ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງ ສິງກະໂປ ໄດ້ຍົກອອກຂັ້ນຕອນພັດທະນາປະເທດຊາດ. ໃນນັ້ນ, ກ່ຽວກັບນະໂຍບາຍການຕ່າງປະເທດ, ທ່ານ Wong ມີຄວາມໃສ່ໃຈຕໍ່ວິທີສຳຜັດຂອງ ສິງກະໂປ ແມ່ນຕິດພັນກັບຜົນປະໂຫຍດແຫ່ງຊາດຢ່າງໃກ້ຊິດ ແລະ ມີການເຄື່ອນໄຫວຢ່າງສະເໝີຕົ້ນສະເໝີປາຍ ແລະ ມີຫຼັກການ. ປັດຈຸບັນ, ສິງກະໂປ ມີອິດທິພົນຊື່ສຽງສາກົນສູງໃນ ອາຊຽນ ແລະ ຊຸກຍູ້ການພົວພັນກັບ ອາຊຽນ ແມ່ນໜຶ່ງໃນບັນດາເປົ້າໝາຍແຖວໜ້າຂອງ ສິງກະໂປ.

ຕອບກັບ