ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ສ້າງ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ລະ​ຫວ່າງ ຫວຽດ​ນາມ​ ແລະ ຈີນ

Chia sẻ
(VOVWORLD) - ຕອນບ່າຍວັນທີ 25 ມິຖຸນາ, ຢູ່ສຳນັກງານລັດຖະບານ ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານ ບຽນບາຈາສີ ຮອງປະທານຄະນະກຳມະການຊົນເຜົ່າແຫ່ງລັດ ຈີນ.
ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ສ້າງ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ລະ​ຫວ່າງ ຫວຽດ​ນາມ​ ແລະ ຈີນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ຕ້ອນຮັບທ່ານ ບຽນບາຈາສີ ຮອງປະທານຄະນະກຳມະການຊົນເຜົ່າແຫ່ງລັດ ຈີນ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງວຽກງານຊົນເຜົ່າ, ຄະນະກຳມະການຊົນເຜົ່າແຫ່ງລັດ ຈີນ ແລະ ຄະນະກຳມະການຊົນເຜົ່າ ຂອງ ຫວຽດນາມ ຕ້ອງສົມທົບກັບຈັດການພົບປະແລກປ່ຽນບົດຮຽນ, ປະສົບການໃຫ້ເປັນປະຈຳກວ່າ ກ່ຽວກັບບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເຊັ່ນ: ສ້າງນະໂຍບາຍ, ລະດົມແຫຼ່ງກຳລັງເບິ່ງແຍງດູແລໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ… ທ່ານຮອງນາຍົກລັດຖະມົນຕີ ກໍສະເໜີໃຫ້ຄະນະກຳມະການຊົນບັນດາເຜົ່າສອງປະເທດ ຊຸກຍູ້ບັນດາການພົບປະແລກປ່ຽນຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນສອງປະເທດ.

        ສ່ວນທ່ານຮອງປະທານຄະນະກຳມະການຊົນເຜົ່າແຫ່ງລັດ ຈີນ ບຽນບາຈາສີ ຢັ້ງຢືນວ່າ ຈະມານະພະຍາຍາມຫັນການພົວພັນຮ່ວມມືກ່ຽວກັບວຽກງານຊົນເຜົ່າລະຫວ່າງສອງຄະນະກຳມະການຊົນເຜົ່າຂອງສອງປະເທດເປັນລະອຽດ, ໃນນັ້ນ ມີເລື່ອງຫັນບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງຮ່ວມມືກ່ຽວກັບວຽກງານຊົນເຜົ່າ ທີ່ໄດ້ລົງນາມໃນເດືອນທັນວາ ປີ 2023 ໃຫ້ເປັນລະອຽດ.

      

ຕອບກັບ