ເຫດ​ບຸກ​ໂຈມ​ຕີ​ຢູ່ Dagestan: ຈຳ​ນວນ​ຜູ້​ຮັບ​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​

Chia sẻ
(VOVWORLD) - ທ້າຍວັນທີ 24 ມິຖຸນາ, ມີ 20 ຄົນເສຍຊີວິດ ແລະ ອີກ 46 ຄົນຮັບບາດເຈັບໃນບັນດາການບຸກໂຈມຕີຢູ່ ສອງນະຄອນ Makhachkala ແລະ Derbent ກ່ອນນັ້ນຫນຶ່ງວັນ. ໃນຈຳນວນຜູ້ຖືກເສຍຊີວິດ ມີພະນັກງາປະຕິບັດກົດໝາຍ ແລະ ສາມັນຊົນ.
ເຫດ​ບຸກ​ໂຈມ​ຕີ​ຢູ່ Dagestan: ຈຳ​ນວນ​ຜູ້​ຮັບ​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ - ảnh 1ບ່ອນເກີດເຫດບຸກໂຈມຕີຢູ່ Dagestan, ລັດ ເຊຍ ໃນວັນທີ 23 ມິຖຸນາ 2024 (ພາບ: ປະຊາຊົນ ຢູ່ບ່ອນເກີດເຫດ)
ວັນທີ 24 ມິຖຸນາ, ທ່ານນາງ Tatyana Belyaeva ຜູ້ນຳຫນ້າອົງການສາທາລະນະສຸກ ສ. Dagestan ຂອງລັດເຊຍ ໃຫ້ຮູ້ວ່າ: ທ້າຍວັນທີ 24 ມິຖຸນາ, ມີ 20 ຄົນເສຍຊີວິດ ແລະ ອີກ 46 ຄົນຮັບບາດເຈັບໃນບັນດາການບຸກໂຈມຕີຢູ່ ສອງນະຄອນ Makhachkala ແລະ Derbent ກ່ອນນັ້ນຫນຶ່ງວັນ. ໃນຈຳນວນຜູ້ຖືກເສຍຊີວິດ ມີພະນັກງາປະຕິບັດກົດໝາຍ ແລະ ສາມັນຊົນ.

          ໃນຂະນະນັ້ນ ອົງການສື່ມວນຊົນຂອງ ຄະນະກຳມະການສືບສວນ ລັດເຊຍ ໃຫ້ຮູ້ວ່າ: ຮັບຮູ້ໄດ້ 5 ເປົ້າໝາຍທີ່ຖືກຍິງຕາຍ. ພວກຄົນເຫຼົ່ານີ້ໄດ້ທຳການບຸກໂຈມຕີຫໍທຳມະຂອງຊາວ ຢິວ 2 ແຫ່ງ, ໂບດໃຫຍ່ 2 ແຫ່ງ ກໍ່ຄືປ້ອມຕຳຫລວດຈະລາຈອນ ຢູ່ Derbent ແລະ Makhachkala ໃນວັນທີ 23 ມິຖຸນາ, ອົງການດັ່ງກ່າວຍັງໃຫ້ຮູ້ຕື່ມອີກວ່າ ຄະດີອາຍາກ່ຽວກັບການບຸກໂຈມຕີຢູ່ Dagestan ພວມຖືກສືບສວນສອບສວນຕາມມາດຕາ 3 ຂອງກົດໝາຍວ່າດ້ວຍອາຍາຂອງລັດເຊຍ.

ໃນວັນດຽວກັນ, ສ. Dagestan ຖະແຫລງ ຈະສະຫລະເວລາ 3 ມື້ເພື່ອໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີ. ອຳນາດການປົກຄອງ ສ. Dagestan ຈະປະຕິບັດບັນດາມາດຕະການຈຳເປັນເພື່ອຫນູນຊ່ວຍຄອບຄົວມີຜູ້ເສຍຊີວິດ ແລະ ຮັບບາດເຕັບໃນເຫດບຸກໂຈມຕີ.

 

ທູຮ່າ ນັກຂ່າວ VOV  ປະຈຳລັດເຊຍ

ຕອບກັບ