ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຢ່າງ​ຈົບ​ງາມ

Chia sẻ
(VOVWORLD) - ຕອນບ່າຍວັນທີ 20 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃນລະຫວ່າງວັນທີ 18 – 20 ສິງຫາ.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຢ່າງ​ຈົບ​ງາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ  ຈີນ ສີຈີ້ນຜິງ (ພາບ: VOV)

ການເຄື່ອນໄຫວຢູ່ຕ່າງປະເທດຄັ້ງທຳອິດໃນຖານະຕຳແໜ່ງໃໝ່ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ປະກອບສ່ວນຊຸກຍູ້ຢ່າງສຳຄັນສຳລັບການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ. ໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ລົງເລິກກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ. ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆສອງປະເທດ ໄດ້ລົງນາມໃນເອກະສານຮ່ວມມືຫຼາຍສະບັບໃນບັນດາຂົງເຂດ ກວດວິເຄາະ - ກັກກັນພະຍາດ, ພາສີ, ສາທາລະນະສຸກ, ສື່ມວນຊົນ, ການຮ່ວມມືລະຫວ່າງທ້ອງຖິ່ນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຢ່າງ​ຈົບ​ງາມ - ảnh 2ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ແທັງເຊີນ (ພາບ: VOV)

        ເມື່ອແຈ້ງກ່ຽວກັບໝາກຜົນຂອງການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ແທັງເຊີນ, ໃຫ້ຮູ້ວ່າ ຈາກຖະແຫຼງການຮ່ວມ ແລະ ບັນດາຄຳຮັບຮູ້ລວມເຊິ່ງຜູ້ແທນຂັ້ນສູງບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຍຸດທະສາດລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ; ປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພ້ອມກັນກຳນົດທິດສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ; ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ສ້າງເງື່ອນໄຂສະດວກໃຫ້ແກ່ຂົງເຂດການຄ້າ, ເປີດກວ້າງການສົ່ງອອກບັນດາປະເພດຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ ໄປຍັງຕະຫຼາດ ຈີນ; ຊຸກຍູ້ການເຊື່ອມຕໍ່ຍຸດທະສາດພັດທະນາລະຫວ່າງສອງປະເທດ, ປະຕິບັດແຜນການຮ່ວມມືເຊື່ອມຕໍ່ລະຫວ່າງຂອບເຂດ “ສອງແລວທາງ, ໜຶ່ງເສັ້ນທາງ” ດ້ວຍຂໍ້ລິເລີ່ມ “ແລວທາງ ແລະ ເສັ້ນທາງ”; ຍູ້ໄວການຊຸກຍູ້ການເຊື່ອມຕໍ່ລະຫວ່າງສອງປະເທດ ກ່ຽວກັບເສັ້ນທາງລົດໄຟຄວາມໄວສູງ, ເສັ້ນທາງບົກຄວາມໄວສູງ, ໂຄງປະກອບພື້ນຖານໂຄງລ່າງດ່ານຊາຍແດນ; ຍົກລະດັບການ ເຊື່ອມຕໍ່ກ່ຽວກັບພາສີອັດສະລິຍະ, ດ່ານອັດສະລິຍະ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພັດທະນາສີຂຽວ, ພະລັງງານສະອາດ, ພະລັງງານທົດແທນ.

        ສອງຝ່າຍເຫັນດີເປັນເອກະພາບຖືປີ 2025 ເປັນປີ “ແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ”, ພ້ອມກັນຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຈີນ ຄົບຮອບ 75 ປີ (1950 – 2025); ເພີ່ມທະວີການແລກປ່ຽນວັດທະນະທຳ, ການຮ່ວມມືກ່ຽວກັບດ້ານສື່ມວນຊົນ, ຂໍ້ມູນຂ່າວສານ, ການພິມຈຳໜ່າຍ, ວິທະຍຸ, ໂທລະພາບ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ສາທາລະນະສຸກ, ເບິ່ງແຍງສຸຂະພາບ, ແພດພື້ນເມືອງ, ການປ້ອງກັນ, ຕ້ານ ແລະ ຫຼຸດຜ່ອນຜົນເສຍຫາຍຈາກໄພທຳມະຊາດ; ເປີດກວ້າງ ແລະ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ເພີ່ມຈຳນວນຖ້ຽວບິນ, ສົ່ງເສີມແຂກທ່ອງທ່ຽວໄປທ່ຽວຢູ່ປະເທດຂອງກັນໃຫ້ນັບມື້ນັບຫຼາຍຂຶ້ນ.

        ພ້ອມກັນນັ້ນ, ສອງປະເທດສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສຸງເປັນຢ່າງດີ, ຄວບຄຸມເປັນຢ່າງດີກວ່າ ແລະ ຕັ້ງໜ້າແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລ; ຢັ້ງຢືນຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາຕາເວັນອອກ; ເຫັນດີແກ້ໄຂຂໍ້ຂັດແຍ້ງກັນໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ ແລະ ກົດບັດ ສປຊ ໂດຍສະເພາະແມ່ນສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ສອງຝ່າຍສືບຕໍ່ສົມທົບກັນປະຕິບັດບັນດາເອກະສານນິຕິກຳ ກ່ຽວກັບຊາຍແດນທາງບົກ ແລະ ຂໍ້ຕົກລົງທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ, ເພິ່ມທະວີການຮ່ວມມືຢູ່ເຂດຊາຍແດນທາງບົກ ຫວຽດນາມ - ຈີນ.  

ຕອບກັບ