ເຢຍລະມັນ, ຝລັ່ງ ແລະ ອີຕາລີ ບັນລຸຂໍ້ຕົກລົງກ່ຽວກັບການຄຸ້ມຄອງ AI ໃນອະນາຄົດ

Chia sẻ
(VOVWORLD) - ຕາມຂໍ້ຕົກລົງແລ້ວ, ລັດຖະບານສາມປະເທດດັ່ງກ່າວໄດ້ສະໜັບສະໜູນ ບັນດາຄຳໝັ້ນສັນຍາສະໝັກໃຈຜູກມັດ ສຳລັບບັນດາບໍລິສັດສະໜອງ AI ໃຫຍ່ ແລະ ນ້ອຍຂອງສະຫະພາບເອີລົບ (ອີຢູ)

ເຢຍລະມັນ, ຝລັ່ງ ແລະ ອີຕາລີ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຄຸ້ມຄອງປັນຍາ ປະດິດ (AI) ໃນອະນາຄົດ. ຂໍ້ຕົກລົງນີ້ຊ່ວຍຍູ້ໄວບັນດາການເຈລະຈາກ່ຽວກັບການຄຸ້ມ ຄອງ AI ໃນຂອບເຂດ ເອີລົບ.

        ຕາມຂໍ້ຕົກລົງແລ້ວ, ລັດຖະບານສາມປະເທດດັ່ງກ່າວໄດ້ສະໜັບສະໜູນ ບັນດາຄຳໝັ້ນສັນຍາສະໝັກໃຈຜູກມັດ ສຳລັບບັນດາບໍລິສັດສະໜອງ AI ໃຫຍ່ ແລະ ນ້ອຍຂອງສະຫະພາບເອີລົບ (ອີຢູ), ແທນທີ່ການຈັດວາງສຳລັບບັນດານັກສະໜອງ AI ຂະໜາດໃຫຍ່ຄືຂໍ້ສະເໜີກ່ອນນັ້ນຂອງລັດຖະສະພາ ເອີລົບ (EP).

        ສ່ິ່ງທີ່ເປັນໜ້າສົນໃຈແມ່ນຂໍ້ຕົກລົງກ່ຽວກັບການຄຸ້ມຄອງ AI ຂອງເຢຍລະມັນ, ຝລ່ັງ ແລະ ອີຕາລີ ບໍ່ກຳນົດບັນດາມາດຕະການລົງໂທດໃນທັນທີ. ລະບົບການປັບໄໝ ຈະໄດ້ຮັບການສ້າງຕັ້ງພາຍຫຼັງພົບເຫັນບັນດາກໍລະນີລະເມີດປະມວນຂໍ້ກຳນົດກ່ຽວ ກົດແຫ່ງການປະພຶດພາຍຫຼັງໄລຍະເວລາໃດໜຶ່ງ ແລະ ໃນອະນາຄົດ, ອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ເອີລົບຈະຮັບຜິດຊອບຕິດຕາມກວດກາການເຄົາລົບ ປະຕິບັດຕາມບັນດາມາດຖານທີ່ໄດ້ວາງອອກ.

ຕອບກັບ