ເພື່ອປະຕິບັດສັນຍາ EVFTA ຕ້ອງມີຄວາມມານະພະຍາຍາມຂອງທັງປະເທດ ແລະ ວິສາຫະກິດ

Chia sẻ
(VOVWORLD) -ສັນຍາວ່່າດ້ວຍການຄ້າເສລີຫວຽດນາມ - ອີຢູ (EVFTA) ແລະ ສັນຍາວ່າດ້ວຍຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)  ແມ່ນສອງສັນຍາ FTA ທີ່ມີຂອບເຂດຄໍາໝັ້ນສັນຍາກວ້າງຂວາງ ແລະ ມີລະດັບຄໍາໝັ້ນສັນຍາສູງສຸດຂອງຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ. 

        ບັນດານັກຊ່ຽວຊານເສດຖະກິດພາຍໃນປະເທດ ໃຫ້ຕີລາຄາວ່າ ສັນຍາວ່່າດ້ວຍການຄ້າເສລີຫວຽດນາມ - ອີຢູ (EVFTA) ແລະ ສັນຍາວ່າດ້ວຍຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)  ແມ່ນສອງສັນຍາ FTA ທີ່ມີຂອບເຂດຄໍາໝັ້ນສັນຍາກວ້າງຂວາງ ແລະ ມີລະດັບຄໍາໝັ້ນສັນຍາສູງສຸດຂອງຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ. ເມື່ອເຂົ້າຮ່ວມບັນດາສັນຍາດັ່ງກ່າວ, ບັນດາວິສາຫະກິດຫວຽດນາມ ເວົ້າລວມ ແລະ ວິສາຫະກິດຕໍ່າແຜ່ນຕັດຫຍິບເວົ້າສະເພາະ ຈະມີໂອກາດເພື່ອສົ່ງອອກສິນຄ້າຫຼາຍຊະນິດເຂົ້າຕະຫຼາດເອີີຣົບ ດ້ວຍສິນຄ້າຫຼາຍຊະນິດໄດ້ຫຼຸດຜ່ອນພາສີລົງ 0%. ເຖິງຢ່າງໃດກໍຕາມ, ລະດັບການແກ້ງແຍ້ງກັບບັນດາວິສາຫະກິດຕ່າງປະເທດ, ວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ ແລະ ບັນດາວິສາຫະກິດພາຍໃນປະເທດ ຈະສູງກວ່າ.

ເພື່ອປະຕິບັດສັນຍາ EVFTA ຕ້ອງມີຄວາມມານະພະຍາຍາມຂອງທັງປະເທດ ແລະ ວິສາຫະກິດ - ảnh 1    ທ່ານ ຫວູຕ໊ຽນລົກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ (ພາບ: chinhphu.vn)

        ທ່ານ ຫວູຕ໊ຽນລົກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ຖືວ່າ:

        “ເພື່ອຫັນບັນດາລະບອບນະໂຍບາຍບຸລິມະສິດກ່ຽວກັບການຫຼຸດອັດຕາພາສີສົ່ງອອກລົງ 0% ສໍາລັບພາສີປະເພດຕ່າງໆເກືອບທັງໝົດນັ້ນ ຕ້ອງມີຄວາມມານະພະຍາຍາມຂອງລັດ ແລະ ວິສາຫະກິດ. ຕາມນັ້ນແລ້ວ ຕ້ອງສືບຕໍ່ປະຕິຮູບລະບອບລະບຽບການ, ຫັນບັນດາຂໍ້ກໍານົດຂອງສັນຍາ EVFTA ກໍຄືບັນດາການຄ້າເສລີສະບັບອື່ນໆໃຫ້ເປັນກົດໝາຍ.  ໃນວິວັດທະນາການຫັນເປັນກົດໝາຍນັ້ນ ບໍ່ພຽງແຕ່ແມ່ນໄລຍະປະຕິບັດເທົ່ານັ້ນ ຫາກຍັງຕ້ອງຊົມໃຊ້ໃຫ້ເປັນປະໂຫຍດໃນລະດັບສູງສຸດໃຫ້ແກ່ບັນດາວິສາຫະກິດ ແລະ ພື້ນຖານເສດຖະກິດຫວຽດນາມ ເພື່ອຊຸກຍູ້ບັນດາວິສາຫະກິດບືນຕົວຂຶ້ນ ແລະ ຊົມໃຊ້ບັນດາທ່າໄດ້ປຽບ”.


 

ຕອບກັບ