ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ປະ​ຕິ​ບັດ ສົນ​ທິ​ສັນ​ຍາ UNCLOS 1982

Chia sẻ
(VOVWORLD) - ວັນທີ 13 ພະຈິກ, ກອງປະຊຸມສຳມະນາເວທີປາໄສພາກພື້ນອາຊຽນ (ARF) ຄັ້ງທີ 2 ກ່ຽວກັບການປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍທະເລປີ 1982 (UNCLOS) ແລະ ບັນດາເອກະສານນິຕິກຳຕ່າງໆໃນການຮັບມືກັບສິ່ງທ້າທາຍ, ໂດຍຫວຽດນາມ, ການາດາ ແລະ ສະຫະພາບເອີລົບ (EU) ເປັນປະທານຮ່ວມ, ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. 
ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ປະ​ຕິ​ບັດ ສົນ​ທິ​ສັນ​ຍາ UNCLOS 1982 - ảnh 1ກອງປະຊຸມສຳມະນາເວທີປາໄສພາກພື້ນອາຊຽນ (ARF) ຄັ້ງທີ 2 (ພາບ: VGP) 

ເຂົ້າຮ່ວມກອງປະຊຸມສຳມະນາມີ ເຈົ້າໜ້າ, ນັກຊ່ຽວຊານ, ນັກຮຽນຮູ້ກ່ຽວກັບການຄຸ້ມຄອງທະເລ 100 ທ່ານທີ່ມາຈາກ 20 ປະເທດ ARF.ກ່າວຄຳເຫັນໄຂພິທີ, ທ່ານນາງ ເລທິຕວຽດມາຍ, ຫົວໜ້າກົມກົດໝາຍ ແລະ ສົນທິສັນຍາສາກົນເນັ້ນໜັກວ່າ:

        ເປົ້າໝາຍຕົ້ນຕໍຂອງ ກອງປະຊຸມສຳມະນາເພື່ອແນໃສ່ສ້າງເວທີປາໄສເພື່ອໃຫ້ບັນດານັກຊ່ຽວຊານ, ນັກຮຽນຮູ້ ແລະ ເຈົ້າໜ້າທີ່ບັນດາຂອງປະເທດສະມາຊິກ ARF ແລກປ່ຽນກ່ຽວກັບບັນດາວິທີການເພື່ອໝູນໃຊ້ບັນດາເອກະສານສາກົນກ່ຽວກັບທະເລຢ່າງມີປະສິດທິຜົນ ພິເສດແມ່ນ UNCLOS 1982 ເພື່ອແກ້ໄຂບັນດາສິ່ງທ້າທາຍໃນການຄຸ້ມຄອງທະເລໃນປັດຈຸບັນ, ປະກອບສ່ວນຍົກສູງຄວາມຮັບຮູ້ກ່ຽວກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງທາງທະເລທີ່ພວມພົ້ນເດັ່ນຂຶ້ນ, ແບ່ງປັນຄວາມຮັບຮູ້, ບົດຮຽນ ແລະ ພຶດຕິກຳຕົວຈິງທີ່ດີກ່ຽວກັບການປະຕິບັດກົດໝາຍວ່າດ້ວຍທະເລ ແລະ ເພື່ອກຳນົດໂອກາດ, ວິທີການແກ້ໄຂຊຸກຍູ້ການຮ່ວມມືກ່ຽວກັບທະເລລະຫວ່າງບັນດາສະມາຊິກ ARF

        ເມື່ອກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານນາງ Deborah Paul ເອກອັກຄະລັດຖະທູດ ການາດາປະຈຳ ຫວຽດນາມ ແລະ ທ່ານ Giorgo Aloberti ເອກອັກຄະລັດຖະທູດສະຫະພາບເອີລົບປະຈຳ ຫວຽດນາມ ຢັ້ງຢືນເຖິງບົດບາດສຳຄັນຂອງ UNCLOS 1982 ໃນການຄຸ້ມຄອງການເຄື່ອນໄຫວຂອງບັນດາປະເທດຢູ່ທະເລໃນຕະຫຼອດເວລາ 25 ປີທີ່ຜ່ານມາ.

        ພາຍໃນ 2 ວັນເຮັດວຽກ, ກອງປະຊຸມສຳມະນາໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການ, ຍົກສູງ ປະສິດທິຜົນຂອງການປະຕິບັດ UNCLOS 1982 ແລະ ບັນດາເອກະສານນິຕິກຳສາກົນທີ່ກ່ຽວຂ້ອງເຖິງການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງຢູ່ທະເລ, ເພື່ອສະເໜີບັນດາຂຂໍ້ສະເໜີແນະເພື່ອປັບປຸງການຮ່ວມມືລະຫວ່າງບັນດາປະເທດ, ເພີ່ມທະວີບົດບາດຂອງບັນດາກົນໄກ ແລະ ຂອບເຂດພາກພື້ນໃນການຄຸ້ມຄອງທະເລ ແລະ ມະຫາສະມຸດ.

ຕອບກັບ