ເພີ່ມທະວີການພົວພັນຄູ່ຮ່ວມມືອາຊີ-ເອີລົບຮອບດ້ານໃນສະຕະວັດທີ21

Chia sẻ
(vovworld) - ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ອາ​ຊີ-ເອ​ີ​ລົບ ​ຮອບ​ດ້ານ​ໃນ​ສະ​ຕະ​ວັດ​ທີ 21. ນີ້​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/04, ຢູ່​ຮ່າ​ໂນ້ຍ.
ເພີ່ມທະວີການພົວພັນຄູ່ຮ່ວມມືອາຊີ-ເອີລົບຮອບດ້ານໃນສະຕະວັດທີ21 - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)

(vovworld) - ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ອາ​ຊີ-ເອ​ີ​ລົບ ​ຮອບ​ດ້ານ​ໃນ​ສະ​ຕະ​ວັດ​ທີ 21. ນີ້​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/04, ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ແມ່ນ​ເຫດ​ການນ​ອນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 20 ແຫ່ງ​ການ​ຮ່ວມ​ມື​ໃນ​ຂອບ​ເຂດກອງ​ປ​ະ​ຊຸມ​ອາ​ຊ​ີ - ເອີ​ລົບ (ASEM) ເຊິ່ງ​ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກກໍ່​ຕັ້ງ, ພ້ອມ​ທັງ​ເພື່ອ​ກະ​ກ່ຽ​ມ​ໃຫ້​ກອງ​ປະ​ຊຸມ​ບັນ​ດາ​ການ​ນຳ ASEM ຄັ້ງ​ທີ 11 ເຊິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ມົງ​ກົນ ໃນ​ເດືອນ 07 ຈະ​ມາ​ເຖິງ. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ​ ຢືນ​ຢັນ​ວ່າ, ດ້ວຍ​ຄວາມ​ໝາຍ​ຮ່ວມ​ມື ແລະ ເຊື່ອມ​ຕໍ່​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວ​າງ, ASEM ພວ​ມ​​​ນຳຜົນ​ປະ​ໂຫຍດ​ມາ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ການ​ຟື້ນ​ຟູ​ເສດ​ຖ​ະ​ກິດ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໃຫ້​ຂໍ້​ສັງ​ເກດ​ວ່າ.

        “ASEM ພວ​ມ​ຢືນ​ຢູ່​​ຕໍ່​ໜ້າຄວາມ​ຕ້ອງ​ການ​ປ່ຽນ​ໃໝ່, ຍ​ົກ​ລະ​ດັບ​ການ​ຮ່ວມ​ມື, ເພື່ອ​ແນ​ໃສ່​ຢືນ​ຢັນ​ບົດ​ບາດ​ທີ່​ຂາດບໍ່​ໄດ້​ໃນ​ຄ​ົງ​ປະ​ກອບໂລກ​ຫຼາຍ​ຂົ້ວ​ພວມ​ໄດ້​ຮັບ​ການ​ສ້າງ​​ຂຶ້ນ​ເປັນ​ຮູບ​ປະ​ທຳ. ນັ້ນ​ແມ່ນ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການໂດຍ​ພາ​ວະ​ວິ​ໄສ​ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​​ຢ່າງບໍ່​ຢຸດຢັ້ງຂອງ​ໂລກ ແລະ ພາກ​ພື້ນ. ນັ້ນ​ກໍ່​ແມ່ນ​ຄວາມ​ຕ້ອງ​ການ​ພາຍ​ໃນ​ຂອງ ASEM ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ ດ້ວຍ​ບັນ​ດາ​ຄວາມ​ສົນ​ໃຈ ແລະ ຜົນ​ປະ​ໂຫຍດ​ຫຼາຍ​ຮູບ​ຫຼາຍ​ແບບກວ່າ. ນີ້​ກ​ໍ່​ແມ່ນ​ຈຸດ​ເວ​ລາ​ເພື່ອ​ໃຫ້​ພວກ​ເຮົາ​ບັນ​ລຸ​ໄດ້​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ການ​ຮັບ​ຮູ້ ແລະ ການ​ກະ​ທຳ​ຢ່າງ​ແຂງ​ແຮງກວ່າ ເພື່ອ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ອາ​ຊີ - ເອີ​ລົບ, ມຸ່ງ​ໄປ​ເຖິງ​ປະ​ຊາ​ຄ​ົມ ASEM ທີ່​ຕອບ​ສະ​ນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຢູ່ 2 ທະ​ວີບ​ເປັນ​ຢ່າງ​ດີກວ່າ, ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ໃນ​ການ​ພັດ​ທະ​ນາ”.

        ທີ່ກອງ​ປະ​ຊຸມ, ບັນ​ດາ​​ຜູ້​ແທນ​ສາ​ກົນ ໄດ້​ຕີ​ລາ​ຄາ​ສູງ​ໄລ​ຍະ 20 ປີ​ຜ່ານ​ມາ, ຍາມ​ໃດ​ຫວຽດ​ນາມ ກໍ​ແມ່ນ​ສະ​ມາ​ຊິກ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ຕັ້ງ​ໜ້າ​ລິ​ເລີມ ແລະ ນຳ​ໜ້າ​ໃນ​ການ​ຊຸກ​ຍູ້, ຜັນ​ຂ​ະ​ຫຍາຍ​ບັນ​ດ​າ​ຂໍ້​ລິ​ເລີມ​ທີ່​ແທດ​ຈິງ​ກັບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນຄື: ຄ້ຳປະກັນດ້ານສະບຽງອາຫານ, ກະ​ສິ​ກຳ​ໝັ້ນ​ຄົງ, ຄຸ້ມ​ຄອງ​ແຫຼ່ງ​ນ້ຳ... ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ໃນ ASEM.