ກຳລັງລັດຖະກອນ, ພະນັກງານ,ສະມາຊິກສະພາກາແດງເຂົ້າຮ່ວມການຕອບສະຫນອງບັ້ນເຄື່ອນໄຫວມະນຸດສະທຳ. ພາບ:Thanh Bình/TTXVN |
ເດືອນເຄື່ອນໄຫວມະນຸດສະທຳປີ 2024 ແມ່ນເລີ່ມແຕ່ວັນທີ 1- 31 ພຶດສະພາ, ຈຸດສຸດແມ່ນແຕ່ວັນທີ 8 ພຶດສະພາ ຮອດວັນທີ 19 ພຶດສະພາ. ໄລ່ຮອດທ້າຍເດືອນພຶດສະພາປີ 2024 ມີ 29 ແຂວງ, ນະຄອນ, ສະພາກາແດງ ໄດ້ສ້າງກອງທຶນເຄື່ອນໄຫວຂອງສະພາກາແດງຂັ້ນແຂວງ, ບັນລຸ 94% ຄາດໝາຍຂອງແຜນການທີ່ໄດ້ວາງອອກ. ໃນເດືອນເຄື່ອນໄຫວມະນຸດສະທຳ, ທົ່ວລະບົບສະພາກາແດງໄດ້ຫນູນຊ່ວຍຜູ້ປະສົບຄວາມຫຍຸ້ງຍາກເກືອບ 1,7 ລ້ານຄົນ, ໃນນັ້ນ ຫນູນຊ່ວຍມະນຸດສະທຳແບບຍືນຍົງໃຫ້ແກ່ເກືອບ 75.000 ສ່ວນບຸກຄົນ ແລະ ໝູ່ຄະນະ, ກໍ່ສ້າງໃຫມ່ ແລະ ສ້ອມແປງເຮືອນກາແດງກວ່າ 1.500 ຫລັງ; ຫນູນຊ່ວຍໃຫ້ແກ່ 4.000 ຄອບຄົວໃນການທຳມາຫາກິນ.