ເຊີດຊູວິສາຫະກິດດີເດັ່ນເພື່ອຜູ້ອອກແຮງງານປີ 2024 67 ແຫ່ງ

Chia sẻ
(VOVWORLD) - ໃນຈຳນວນວິສາຫະກິດ 67 ແຫ່ງທີ່ໄດ້ຮັບການເຊີດຊູນັ້ນ, ມີວິສາຫະກິດ 37 ແຫ່ງໄດ້ຈັດອັນດັບ “ວິສາຫະກິດເພື່ອຜູ້ອອກແຮງງານປີ 2024” ແລະ ວິສາຫະກິດ 30 ແຫ່ງໄດ້ຮັບໃບຍ້ອງຍໍຂອງບັນດາຫົວໜ່ວຍທີ່ຈັດຕັ້ງເຫດການນີ້.
ເຊີດຊູວິສາຫະກິດດີເດັ່ນເພື່ອຜູ້ອອກແຮງງານປີ 2024 67 ແຫ່ງ - ảnh 1(ລາຍການ “ວິສາຫະກິດດີເດັ່ນເພື່ອຜູ້ອອກແຮງງານປີ 2024”)

ວິສາຫະກິດ 67 ແຫ່ງໄດ້ຮັບການເຊີດຊູໃນລາຍການ “ວິສາຫະກິດດີເດັ່ນເພື່ອຜູ້ອອກແຮງງານປີ 2024” ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ, ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ (VCCI) ແລະ ໜັງສືພິມ ລາວດົ້ງ (ແຮງງານ), ຈັດຂຶ້ນໃນຕອນຄ່ຳວັນທີ 25 ມິຖຸນາ, ຢູ່ ຮ່າໂນ້ຍ.

ໃນຈຳນວນວິສາຫະກິດ 67 ແຫ່ງທີ່ໄດ້ຮັບການເຊີດຊູນັ້ນ, ມີວິສາຫະກິດ 37 ແຫ່ງໄດ້ຈັດອັນດັບ “ວິສາຫະກິດເພື່ອຜູ້ອອກແຮງງານປີ 2024” ແລະ ວິສາຫະກິດ 30 ແຫ່ງໄດ້ຮັບໃບຍ້ອງຍໍຂອງບັນດາຫົວໜ່ວຍທີ່ຈັດຕັ້ງເຫດການນີ້. ນີ້ແມ່ນບັນດາວິສາຫະກິດທີ່ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປັບປຸງສະພາບແວດລ້ອມແຫ່ງການເຮັດວຽກເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຜູ້ອອກແຮງງານ. ທີ່ລາຍການ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ, ເນັ້ນໜັກວ່າ:

“ຕ້ອງຍົກສູງກຳລັງແກ່ງແຍ້ງ, ເປີດກວ້າງຂອບເຂດ, ບືນຕົວຂຶ້ນອອກສູ່ພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍລັກສະນະເປັນເຈົ້າການ, ປະດິດຄິດສ້າງ ເພື່ອພັດທະນາວິສາຫະກິດໂດຍເປັນເຈົ້າຂອງຢ່າງບໍ່ຢຸດຢັ້ງ ແລະ ເພີ່ມທະວີການຮ່ວມສຳພັນເພື່ອສ້າງກຳລັງແຮງສັງລວມ, ຍົກລະດັບທີ່ຕັ້ງຂອງວິສາຫະກິດ ຫວຽດນາມ ໃນໄລຍະຈະມາເຖິງ.”

ຕອບກັບ