ຮ່າໂນ້ຍ ແນະນຳຜະລິດຕະພັນ OCOP ຕິດພັນກັບວັດທະນະທຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

Chia sẻ
(VOVWORLD) - ເຫດການດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າ ກ່ວາ 100 ຮ້ານດ້ວຍຜະລິດຕະພັນ OCOP ກ່ວາ 2000 ຢ່າງ
ຮ່າໂນ້ຍ ແນະນຳຜະລິດຕະພັນ OCOP ຕິດພັນກັບວັດທະນະທຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1ຮ້ານວາງສະແດງຮ້ານໜຶ່ງທີ່ລາຍການ
 

ເນື່ອງໃນໂອກາດຂ່ຳນັບຮັບຕ້ອນ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2022), ໃນລະຫວ່າງວັນທີ 7 ຕຸລາ ຫາວັນທີ 11 ຕຸລາ ປີ 2022, ຢູ່ເຂດຕົວເມືອງ ບັກອານແຄ໊ງ, ເມືອງຮ່ວາຍດຶກ, ນະຄອນຮ່າໂນ້ຍ ໄດ້ດຳເນີນເຫດການແນະນຳຜະລິດຕະພັນ OCOP (ໜຶ່ງຕາແສງໜຶ່ງຜະລິດຕະພັນ) ຕິດພັນກັບວັດທະນະທຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້. ເຫດການດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າ ກ່ວາ 100 ຮ້ານດ້ວຍຜະລິດຕະພັນ OCOP ກ່ວາ 2000 ຢ່າງ, ໂດຍແມ່ນຜະລິດຕະພັນທີ່ມີຊື່ສຽງຂອງເຂດພາກຕ່າງໆຢູ່ຮ່າໂນ້ຍ, 9ແຂວງເຂດທົ່ງພຽງແມ່ນ້ຳແດງ ແລະ 20 ແຂວງ, ນະຄອນຕ່າງໆໃນທົ່ວປະເທດ.

ເຫດການແມ່ນໂອກາດເພື່ອຊ່ວຍບັນດາເຈົ້າຂອງ OCOP ຂອງຮ່າໂນ້ຍ ແລະ ບັນດາແຂວງເຂດທົ່ງພຽງແມ່ນ້ຳແດງ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດເວົ້າລວມ ເພີ່ມທະວີການແລກປ່ຽນບົດຮຽນປະສົບການ, ເຊື່ອມຕໍ່ການແລກປ່ຽນການຄ້າ, ໂຄສະນາເຄື່ອງໝາຍ, ສົ່ງເສີມການຄ້າ.

        ກໍ່ໃນຂົງເຂດເຫດການ, ວັນທີ 7 ຕຸລາ, ຄະນະກຳມະບານປະຊາຊົນນະຄອນຮ່າໂນ້ຍ ໄດ້ມອບໃບຢັ້ງຢືນຕາແສງບັນລຸມາດຖານຊົນນະບົດ ໃໝ່ຍົກສູງປີ 2021 ໃຫ້ແກ່ສອງຕາແສງ ມິງຄາຍ ແລະ ລາຍອຽນ ຂອງເມືອງຮ່ວາຍດຶກ.

ຕອບກັບ