ຕອນບ່າຍວັນທີ 25 ເມສາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງ ຕ່ອງທິຟ໊ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການພົບປະເຈລະຈາ (ພາບ: TTXVN) |
ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ການເສີມຂະຫຍາຍໝາກຜົນອັນດີງາມໃນການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ສືບທອດບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດນັ້ນ, ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ຄວນຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃໝ່, ເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນບົດຮຽນໃນວຽກງານສ້າງກົດໝາຍ ເພື່ອຮັບໃຊ້ການເຊື່ອມໂຍງເຂົ້າກັບສາກົນ…ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ຢືນຢັນວ່າ: ການນຳສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະພາແຫ່ງຊາດ ລາວ ສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດນິຕິບັນຍັດ ກໍ່ຄືປະຕິບັດບັນດາພາລະໜ້າທີ່ຕິດຕາມກວດກາ ແລະ ຕັດສິນໃຈບັນດາບັນຫາໃຫຍ່ຂອງປະເທດຊາດ…
ຄະນະຜູ້ແທນຝ່າຍ ຫວຽດນາມ (ພາບ: TTXVN) |
ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ສົມພັນ ແພງຄຳມີ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ລາວ ພວມກະກຽມການເລືອກຕັ້ງສະພາແຫ່ງຊາດຊຸດໃໝ່ ເຊິ່ງຈະດຳເນີນໃນປີ 2021. ສະພາແຫ່ງຊາດລາວ ປາດຖະໜາຢາກໃຫ້ສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນ, ຊ່ວຍສະພາແຫ່ງຊາດລາວ ເຄື່ອນໄຫວນັບມື້ນັບບັນລຸໄດ້ປະສິດທິຜົນສູງກ່ວາ; ພ້ອມທັງແບ່ງປັນບົດຮຽນການເລືອກຕັ້ງ ແລະ ການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນ.
ຄະນະຜູ້ແທນຝ່າຍ ລາວ (ພາບ: TTXVN) |