ຮອງນາຍົກລັດຖະມົນຕີ ຟ້າມບິງມິງໃຫ້ການຕ້ອນ ຮັບເອກອັກຄະລັດຖະ ທູດມຽນມາ, ສະໂລວາເກຍຄົນໃໝ່

Chia sẻ
  (vovworld)- ທີ່​ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດ​ມຽນມາ ຄົນ​ໃໝ່ ເມື່ອ​ຕອນ​ບ່າຍ​ວັນ​ທີ 27/3, ທ່ານຮອງ​ນາຍົກລັດຖະມົ​ນຕີ​ ລັດຖະມົນຕີ​ການ​ຕ່າງປະ​ເທດຟ້າ​ມບິງ​ມິ​ງ​ ​ໄດ້​ຊົມ​ເຊີຍບັນດາ​ຜົນງານ​ຊື່​ງ ປຊຊ ມຽນມາ ​ບັນລຸ​ໄດ້​ໃນ​ພາລະກິດ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນວ່າ.....

ຮອງນາຍົກລັດຖະມົນຕີ ຟ້າມບິງມິງໃຫ້ການຕ້ອນ ຮັບເອກອັກຄະລັດຖະ ທູດມຽນມາ, ສະໂລວາເກຍຄົນໃໝ່ - ảnh 1

ທ່ານຟ້າ​ມບິງ​ມິ​ງ​ຕ້ອນຮັບ​ທ່ານ Igor Packolák  

(ພາບ: VGP/Hải Minh

 (vovworld)- ທີ່​ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດ​ມຽນມາ ຄົນ​ໃໝ່ ເມື່ອ​ຕອນ​ບ່າຍ​ວັນ​ທີ 27/3, ທ່ານຮອງ​ນາຍົກລັດຖະມົ​ນຕີ​ ລັດຖະມົນຕີ​ການ​ຕ່າງປະ​ເທດຟ້າ​ມບິງ​ມິ​ງ​ ​ໄດ້​ຊົມ​ເຊີຍບັນດາ​ຜົນງານ​ຊື່​ງ ປຊຊ ມຽນມາ ​ບັນລຸ​ໄດ້​ໃນ​ພາລະກິດ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນວ່າ: ມຽນມາ​ ຈະ​ສືບ​ຕໍ່​ຮັກສາ​ສະຖຽນ​ລະ​ພາບ ​ແລະ ພັດທະນາ, ຮັບປະກັນ​ໜ້າ​ທີ່​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2014 ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ໃຫ້​ແກ່​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​​ໃນພາກ​ພື້ນ. ສ່ວນ​ທ່ານ Uyn Lai ເອກ​ອັກຄະ​ລັດຖະທູດ​ມຽນມາ ປະຈຳ​ຫວຽດນາມ ຢືນຢັນ​ວ່າ​ຈະ​ເຮັດ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເປີດ​ກ້ວາງ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກ່ວາອີກ.

   ​ໃນ​ວັນ​ດຽວ​ກັນ, ທີ່ການ​ຕ້ອນຮັບ​ທ່ານ Igor Packolák ເອກ​ອັກຄະ​ລັດຖະທູດ​ສະ​ໂລ​ວາ​ເກ​ຍ ປະຈຳ​ຫວຽດນາມ, ທ່ານຮອງ​ນາຍົກລັດຖະມົ​ນຕີ​ ລັດຖະມົນຕີ​ການ​ຕ່າງປະ​ເທດຟ້າ​ມບິງ​ມິ​ງ​ ຢືນຢັນ​ວ່າ: ຫວຽດນາມ ​ຍາມ​ໃດ​ກໍ່​ຖືການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນມູນ​ເຊື້ອ​ຢູ່​ພາກພື້ນ​ເອີ​ລົບ​ຕາ​ເວັນ​ອອກກາງ​ເປັນ​ສຳຄັນ ຊື່​ງປະ​ເທດສ.ສະ​ໂລ​ວາ​ເກ​ຍ​ແມ່ນ​ໜຶ່ງ​ໃນ​ບັນດາປະ​ເທດ​ຮັບບຸລິມະສິດ. ທ່ານ​ຢືນຢັນ​ວ່າ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ທ່ານເອກ​ອັກຄະ​ລັດຖະທູດ​ Igor Packolák  ປະຕິບັດ​ໜ້າ​ທີ່ຢູ່​ຫວຽດນາມ ສຳ​ເລັດຜົນ./.