ທ່ານ Jim Yong Kim, ປະທານທະນາຄານໂລກ (WB)
(ພາບ: Bloomberg)
(vovworld) – ວັນທີ 25/8, ອາເມລິກາ ໄດ້ສະເໜີທ່ານ Jim Yong Kim, ປະທານທະນາຄານໂລກ (WB) ສືບຕໍ່ດຳລົງຕຳແໜ່ງເປັນປະທານທະນາຄານໂລກ ອາຍຸການທີສອງຢ່າງລຽນຕິດ. ໃນຖະແຫຼງການໜຶ່ງ, ທ່ານ Jack Lew, ລັດຖະມົນຕີກະຊວງການເງິນ ອາເມລິກາ ໄດ້ຊີ້ແຈ້ງວ່າ ອາເມລິກາ ໄດ້ສະເໜີໃຫ້ທ່ານ Jim Yong Kim ເປັນປະທານ WB ອາຍຸການທີສອງ. ທ່ານລັດຖະມົນຕີ Lew ຢັ້ງຢືນໃນອາຍຸການທຳອິດ, ທ່ານ Kim ໄດ້ສຸມໃສ່ແກ້ໄຂບັນດາສິ່ງທ້າທາຍທີ່ເຄັ່ງຮ້ອນທີ່ສຸດ ສຳລັບການພັດທະນາທົ່ວໂລກຢ່າງມີປະສິດທິຜົນ, ດ້ວຍບັນດາມາດຕະການປ່ຽນໃໝ່ເພື່ອແນໃສ່ມານະພະຍາຍາມຢຸດຕິສະພາບການອຶດຫິວທຸກຍາກ, ຄວາມສະເໝີພາບ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີການເງິນ ອາເມລິກາ ໄດ້ຕີລາຄາສູງຄວາມສາມາດນຳພາຂອງປະທານ WB ໃນການຮັບມືກັບບັນດາວິກິດການໃຫຍ່ຫຼວງ, ໃນນັ້ນມີບັ້ນເຄື່ອນໄຫວຕ້ານໂລກພະຍາດ Ebola ໃນທົ່ວໂລກ ແລະ ວິກິດການອົບພະຍົບຢູ່ ເອີລົບ. ພ້ອມກັນນັ້ນ, ທ່ານ Lew ກໍ່ຊົມເຊີຍບັນດາ “ການປະຕິຮູບທີ່ຈຳເປັນ” ຂອງທ່ານ Jim Yong Kim ທີ່ມີຕໍ່ໂຄງປະກອບຂອງ WB.
ທ່ານ Jim Yong Kim, ອາຍຸ 56 ປີ, ເປັນຊາວອາເມລິກາ ເຊື້ອຊາດ ສ.ເກົາຫຼີ. ທ່ານເຄີຍເປັນທ່ານໝໍກ່ອນທີ່ກາຍເປັນນັກຊ່ຽວຊານໃນຂົງເຂດພັດທະນາ ແລະ ເຄີຍດຳລົງຕຳແໜ່ງຜູ້ອຳນວຍການໂຄງການຕ້ານ HIV/AIDS ຂອງອົງການອະນາໄມໂລກ (WHO).