WHO ປະ​ກ​າດ ຫວຽດ​ນາມ ລົບ​ລ້າງ​ໂລກ​ຕາ​ຕຸ່ມຢ່າງ​ສຳ​ເລັດ

Chia sẻ
(VOVWORLD) -    ວັນທີ 21 ຕຸລາ, ອົງການອະນາໄມໂລກ (WHO) ໄດ້ປະກາດວ່າ ຫວຽດນາມ ສາມາດລົບລ້າງໂລກຕາຕຸ່ມຢ່າງສຳເລັດ, ເປັນຂີດໝາຍສຳຄັນແກ່ສຸຂະພາບທົ່ວໂລກ. 

 ໃນກອງປະຊຸມຄັ້ງທີ 75 ຂອງຄະນະກຳມະການພາກພື້ນ ປາຊີຟິກ ຕາເວັນຕົກ, ຢູ່ ຟີລິບປິນ, WHO ໄດ້ຢັ້ງຢືນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ; ຢັ້ງຢືນ ຫວຽດນາມ ໄດ້ປະຕິບັດບັນດາມາດຕະການຄວບຄຸມຢ່າງເຂັ້ມງວດ ແລະ ປິ່ນປົວໃຫ້ນັບໝື່ນຄົນໃນ 7 ທົດສະວັດຜ່ານມາ. ຕາມ WHO ແລ້ວ, ໂລກຕາຕຸ່ມແມ່ນບັນຫາສຸຂະພາບຊຸມຊົນຢູ່ 4 ແຂວງຂອງ ຫວຽດນາມ. WHO ໃຫ້ຮູ້ຕື່ມອີກວ່າ ເລື່ອງ ຫວຽດນາມ ສຸມໃສ່ຜ່າຕັດ, ໃຫ້ກິນຢາຕ້ານເຊື້ອ, ທຳຄວາມສະອາດ ແລະ ປົວແປງສະພາບແວດລ້ອມ ໄດ້ຊ່ວຍຊຸກຍູ້ການລົບລ້າງໂລກຕາຕຸ່ມ.

        ໂລກຕາຕຸ່ມ ແມ່ນພະຍາດກ່ຽວກັບຕາ ໂດຍເຊື້ອໄວຣັດ Chlamydia trachomatis, ເຊິ່ງເປັນສາຍເຫດຕິດແປດຕົ້ນຕໍ ເຮັດໃຫ້ຕາບອດໃນທົ່ວໂລກ. ພະຍາດນີ້ສາມາດຕິດແປດທາງກົງ ຫຼື ທາງອ້ອມ, ພິເສດແມ່ນເດັກນ້ອຍ.

ຕອບກັບ