​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອ​ກ​ກາງ: ແຮກ​ໂບ​ລາ ຍິງ​ລູກ​ສອນ​ໄຟ​ 170 ລູກ​ເຂົ້າໃສ່ ອິດ​ສະ​ຣາ​ແອນ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 21 ຕຸລາ ເຮືອບິນສູ້ຮົບຂອງອິດສະຣາແອນ ໄດ້ປະຕິບັດການບຸກໂຈມຕີທາງອາກາດຢ່າງລຽນຕິດ 13 ຄັ້ງ ເຂົ້າເຂດ Dahiyeh, ຊານເມືອງທາງທິດໃຕ້ ນະຄອນຫລວງ Beirut. ສຳນັກຂ່າວສານແຫ່ງຊາດ ລີບັງ ພັນລະນາວ່ານີ້ແມ່ນບັ້ນບຸກໂຈມຕີທາງອາກາດທີ່ຮ້າຍແຮງທີ່ສຸດໃນຫລາຍສັບປະດາຜ່ານມາ ຂອງກອງທັບ ອິດສະຣາແອນ ເຂົ້າຊານເມືອງນະຄອນຫລວງ Beirut.

ຕາມສື່ມວນຊົນ ລີບັງແລ້ວ, ຕອນຄ່ຳວັນທີ 21 ຕຸລາ ເຮືອບິນສູ້ຮົບຂອງອິດສະຣາແອນ ໄດ້ປະຕິບັດການບຸກໂຈມຕີທາງອາກາດຢ່າງລຽນຕິດ 13 ຄັ້ງ ເຂົ້າເຂດ Dahiyeh, ຊານເມືອງທາງທິດໃຕ້ ນະຄອນຫລວງ Beirut. ສຳນັກຂ່າວສານແຫ່ງຊາດ ລີບັງ ພັນລະນາວ່ານີ້ແມ່ນບັ້ນບຸກໂຈມຕີທາງອາກາດທີ່ຮ້າຍແຮງທີ່ສຸດໃນຫລາຍສັບປະດາຜ່ານມາ ຂອງກອງທັບ ອິດສະຣາແອນ ເຂົ້າຊານເມືອງນະຄອນຫລວງ Beirut.

ໃນຂະນະນັ້ນ, ແຫລ່ງຂ່າວຈຳນວນຫນຶ່ງໃຫ້ຮູ້ວ່າ: ການເຄື່ອນໄຫວຢູ່ ສະຫນາມບິນສາກົນ Beirut, ຊື່ງແມ່ນທ່າອາກາດສະຍານແຫ່ງຫນຶ່ງດຽວຍັງເຄື່ອນໄຫວຢູ່ ລີບັງ ໄດ້ຖືກຜົນສະທ້ອນ ຍ້ອນບັນດາບັ້ນບຸກໂຈມຕີທາງອາກາດຂອງອິດສະຣາແອນ, ແຕ່ບໍ່ທັນຮູ້ຖືກຜົນກະທົບລະດັບໃດ. ໃນຂະນະນັ້ນ ກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ໃຫ້ຮູ້ວ່າ: ແຮກໂບລາ ໄດ້ຍິງລູກສອນໄຟກວ່າ 170 ລູກໄປຍັງເຂດທາງທິດເຫນືອຂອງ ອິດສະຣາແອນ.

ການປະທະກັນ ລະຫວ່າງ IDF ແລະ  Hezbollah ສືບຕໍ່ເພີ່ມຂຶ້ນ ໂດຍບໍ່ຫົວຊາຕໍ່ເລື່ອງ ທູດພິເສດຂອງ ອາເມລິກາ ກ່ຽວກັບຕາເວັນອອກກາງ, ທ່ານ Amos Hochstein ພວມມີຫນ້າຢູ່ Beirut ເພື່ອຊຸກຍູ້ຄວາມມານະພະຍາຍາມໃນການຫລຸດຜ່ອນຄວາມເຄັ່ງຕຶງການປະທະກັນ. ຖະແຫລງການໄດ້ຍົກອອກມາພາຍຫລັງການພົບປະກັບທ່ານປະທານສະພາແຫ່ງຊາດ ລີບັງ, Nabih Berri, ທູດພິເສດ Amos Hochstein ຊີ້ແຈ້ງວ່າ ອຳນາດການປົກຄອງ ອາເມລິກາ ຢາກຢຸດຕິການປະທະກັນໃນປະຈຸບັນໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້.

ຕອບກັບ