ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ມອບ​-ຮັບ​ວຽກ​ງານ​ປະ​ທານ​ປະ​ເທດ

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 22 ຕຸລາ, ຢູ່ທຳນຽບປະທານປະເທດ, ຫ້ອງວ່າການປະທານປະເທດ ຫວຽດນາມ ໄດ້ຈັດພິທີມອບ - ຮັບວຽກງານລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານປະເທດ ເລືອງເກືອງ. ເຂົ້າຮ່ວມພິທີດັ່ງກ່າວ ຍັງມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ…
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ມອບ​-ຮັບ​ວຽກ​ງານ​ປະ​ທານ​ປະ​ເທດ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ (ຜູ້ຢູ່ເບື້ອງຂວາ) ແລະ ທ່ານປະທານປະເທດ ເລືອງເກືອງ ມອບ-ຮັບວຽກງານປະທານປະເທດ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ທ່ານປະທານປະເທດ ເລືອງເກືອງ ຈະເຂົ້າເຖິງວຽກງານໃໝ່ຢ່າງວ່ອງໄວ, ມີການຊີ້ນຳຢ່າງໃກ້ຊິດ, ທັນການ, ມີປະສິດທິຜົນ; ນຳພາປະຊາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ທີ່ສົດໃສ, ສະຫງ່າອົງອາດ, ປະກອບສ່ວນເຂົ້າໃນການສ້າງ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເລືອງເກືອງ ຢັ້ງຢືນວ່າ:

        “ເສີມຂະຫຍາຍມູນເຊື້ອອັນສະຫງ່າລີສີຂອງຫ້ອງວ່າການປະທານປະເທດໃນຕະຫຼອດໄລຍະແຫ່ງການສ້າງສາ ແລະ ເຕີບໃຫຍ່ ມາເປັນເວລາກວ່າ 75 ປີ; ສືບຕໍ່ຜົນສຳເລັດ ແລະ ຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ, ຂ້າພະເຈົ້າ ສະເໜີ ແລະ ປາດຖະໜາວ່າ ບັນດາການນຳ, ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານຂອງຫ້ອງວ່າການປະທານປະເທດສືບຕໍ່ສາມັກຄີ, ເປັນເອກະພາບ; ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ດຸໝັ່ນ, ເປັນເຈົ້າການ, ປະດິດຄິດສ້າງ, ຍູ້ແຮງການແຂ່ງຂັນ, ສ້າງອົງຄະນະພັກ ແລະ ອົງການໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ປະຕິບັດທຸກໜ້າທີ່ເປັນຢ່າງດີ, ສົມກັບເປັນອົງການຄົ້ນຄວ້າ, ເປັນເສນາທິການຍຸດທະສາດຮັບໃຊ້ປະທານປະເທດ, ຮອງປະທານປະເທດ.”

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ມອບ​-ຮັບ​ວຽກ​ງານ​ປະ​ທານ​ປະ​ເທດ - ảnh 2ທ່ານປະທານປະເທດ ເລືອງເກືອງ ກ່າວຄຳເຫັນ (ພາບ: TTXVN)

        ກ່ອນໜ້ານັ້ນ, ທ່ານປະທານປະເທດ ເລືອງເກືອງ ໄດ້ໄປຈູດທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ແລະ ຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.

ຕອບກັບ