ອາເມລິກາລາຕິນເພີ່ມທະວີການຮ່ວມມືເພື່ອການ ພັດທະນາ-ກູບາ ຮັບຕຳແໜ່ງປະທານ CELAC

Chia sẻ

ອາ​ເມ​ລິ​ກາລາ​ຕິນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ-​ກູ​ບາ​ຮັບ​ຕຳ​ແໜ່ງປະທານ CELAC

ອາເມລິກາລາຕິນເພີ່ມທະວີການຮ່ວມມືເພື່ອການ ພັດທະນາ-ກູບາ ຮັບຕຳແໜ່ງປະທານ CELAC - ảnh 1

(ພາບປະກອບ: baotintuc.vn)

(vovworld):  ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ກາຣີ​ເບ (CELAC) ​ໄດ້​ໃຫ້​ຄຳໝັ້ນສັນຍາ​ສ້າງ​ກຸ່ມ​ຮ່ວມ​ມື​ເອກະລາດ ​ແລະ ມີ​ອະທິປະ​ໄຕ, ກ້າວ​ໄປ​ເຖິງ​ເສັ້ນທາງ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ພາກພື້ນ​ນີ້. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ລະບຸ​ໄວ້​ໃນ​ຖະ​ແຫຼ​ງການ Santiago ​ໂດ​ຍບັນດາ​ປະ​ເທດ​ສະມາຊິກ CELAC ຮັບຮອງ​ເອົາທີ່​ວາລະ​ອັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 2 ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ກາຣີ​ເບ ຊື່​ງ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 28/1 ຢູ່​ນະຄອນຫຼວງ Santiago ປະ​ເທດ​ຈີ​ເລ. ການ​ນຳ​ບັນດາ​ປະ​ເທດ​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຕ້ານ​ການ​ຂາດ​ຄວາມ​ສະ​ເໝີ​ພາບ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ....​ຄຽງ​ຄູ່​ກັນນັ້ນ, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ບັນດາ​ແຈ້ງ​ການ​ພິ​ເສດ, ​ໃນ​ນັ້ນສະໜັບສະໜູນ​ອະທິປະ​ໄຕ​ຂອງ​ອັກ​ຊັງ​ຕິນ ຕໍ່​ເຂດ​ໝູ່​ເກາະ Malvinas ພວມ​​ເກີດ​ການພິພາດ​ກັບ​ອັງກິດ, ຄັດຄ້ານ​ເລື່ອງ​ອາ​ເມ​ລິ​ກາ ຂວ້ຳບາດ​ກູ​ບາ, ສະໜັບສະໜູນ​ປະຊາຊົນ​ຮາ​ຍຕີ ສ້າງສາ​ປະ​ເທດ​ຄືນ​ໃໝ່​ພາຍຫຼັງ​ເຫດ​ແຜ່ນດິນ​ໄຫວ....

   ທີ່​ກອງ​ປະຊຸມ, ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Sebastian Pinera ​ໄດ້​ມອບ​ໂອນ​ຕຳ​ແໜ່​ງປະທານ​ໝູນວຽນ CELAC ​ໃຫ້​ແກ່​ທ່ານ​ປະທານ​ກູ​ບາ Raul Castro. ທ່ານ​ປະທານ​ກູ​ບາ Raul Castro ​ໄດ້​ຢືນຢັນ​ຈຸດໝາຍສູງ​ສົ່ງ​ທີ່ສຸດຂອງ​ປະ​ເທດ​ນີ້ ​ແມ່ນ​ປະກອບສ່ວນ​ທຸກໆ​ຄວາມ​ມານະ​ພະຍາຍາມ​ເພື່ອ​ປັບປຸງ “ກົນ​ໄກ​ປະສານ​ສົມທົບ ​ແລະ ​ເຊື່ອມ​ໂຍງ​ທຳ​ອິດ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທັງ​ໝົດ 33 ປະ​ເທດ​ຢູ່​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ກາຣີ​ເບ“.