ຫວຽດ​ນາມ ມອບ - ຮັບ​ກິດ​ຈະ​ກຳ​ຊົນລະ​ປະ​ທານ​ໃຫ້​ແກ່​ແຂວງ ໄຊ​ສົມ​ບູນ​ຂອງ ລາວ

Chia sẻ
(VOVWORLD) - ກິດຈະກຳຊົນລະປະທານ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳທຸກຂັ້ນຂອງສອງປະເທດ ສຳລັບການຊຸກຍູ້ສະຖຽນລະພາບ, ພັດທະນາເສດຖະກິດ - ສັງຄົມຢູ່ ແຂວງ ໄຊສົມບູນ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານສອງປະເທດ, ຂອງຄະນະກຳມການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນການຍູ້ແຮງການຮ່ວມມືໃນຂົງເຂດກະສິກຳລະຫວ່າງສອງປະເທດອີກດ້ວຍ.
ຫວຽດ​ນາມ ມອບ - ຮັບ​ກິດ​ຈະ​ກຳ​ຊົນລະ​ປະ​ທານ​ໃຫ້​ແກ່​ແຂວງ ໄຊ​ສົມ​ບູນ​ຂອງ ລາວ - ảnh 1ພິທີເປີດນຳໃຊ້ແລະ ມອບ - ຮັບໂຄງການກໍ່ສ້າງ 04 ລະບົບຊົນລະປະທານ ຢູ່ແຂວງ ໄຊສົມບູນ (ພາບ: VOV)

ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ແຂວງ ໄຊສົມບູນ ໄດ້ດຳເນີນພິທີເປີດນຳໃຊ້ ແລະ ມອບ - ຮັບໂຄງການກໍ່ສ້າງ 04 ລະບົບຊົນລະປະທານຢູ່ ເມືອງ ອະນຸວົງ ແລະ ເມືອງທາດຫອມ. ນີ້ແມ່ນໂຄງການໄດ້ຮັບການກໍ່ສ້າງຈາກແຫຼ່ງເງິນຊ່ວຍເຫຼືອລ້າຈາກລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລາວ. ກິດຈະກຳດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳທຸກຂັ້ນຂອງສອງປະເທດ ສຳລັບການຊຸກຍູ້ສະຖຽນລະພາບ, ພັດທະນາເສດຖະກິດ - ສັງຄົມຢູ່ ແຂວງ ໄຊສົມບູນ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານສອງປະເທດ, ຂອງຄະນະກຳມການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນການຍູ້ແຮງການຮ່ວມມືໃນຂົງເຂດກະສິກຳລະຫວ່າງສອງປະເທດອີກດ້ວຍ.

        ທີ່ພິທີ, ທ່ານ ວຽງຊັນ ຈັນທະ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ - ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄຳຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ຍາມໃດກໍໃຫ້ການຮ່ວມມື, ຊ່ວຍເຫຼືອ ລາວ ຢ່າງຮອບດ້ານໃນຕະຫຼອດໄລຍຜ່ານມາ, ພິເສດແມ່ນໜູນຊ່ວຍບັນດາທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກໃນການສ້າງພື້ນຖານໂຄງລ່າງຂອງລາວ. ທ່ານກໍສະເໜີໃຫ້ອຳນາດການປົກຄອງແຂວງ ໄຊສົມບູນ ຜັນຂະຫຍາຍວຽກງານຄຸ້ມຄອງ, ຮັກສາບຳລຸງສ້ອມແປງເປັນປະຈຳ ເພື່ອຮັບປະກັນໃຫ້ໂຄງການນີ້ໄດ້ນຳໃຊ້ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.  

ຕອບກັບ