ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ສ້າງ​ກຳ​ລັງ​ແຮງ​ແກ່​ການ​ພັດ​ທະ​ນາ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ແຂວງ ຮ່າ​ຕິງ

Chia sẻ
(VOVWORLD) - VSIP ຮ່າຕິງ ໄດ້ຮັບຄວາມຫວັງວ່າ ຈະສ້າງຄວາມດູດດື່ມສຳລັບບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບຂົງເຂດຕ່າງໆ: ໄຟຟ້າ ແລະ ເອເລັກໂຕນິກ, ທາດເຄິ່ງຊັກນຳໄຟຟ້າ, ກົນຈັກແມ່ນຍຳ, ພະລັງງານ, ແບັກເຕີຣີລົດໄຟຟ້າ, ໂຫລະ,....
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ສ້າງ​ກຳ​ລັງ​ແຮງ​ແກ່​ການ​ພັດ​ທະ​ນາ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ແຂວງ ຮ່າ​ຕິງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ພິທີ (ພາບ: VOV5)

ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ຮ່າຕິງ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີເລີ່ມລົງມືກໍ່ສ້າງໂຄງການກໍ່ສ້າງພື້ນຖານໂຄງລ່າງເຂດອຸດສາຫະກຳ ແທກຮ່າ ເໜືອ - VSIP ຮ່າຕິງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ເຫດການດັ່ງກ່າວແມ່ນພະຍານຫຼັກຖານອັນມີຊີວິດຊີວາກ່ຽວກັບການຮ່ວມມືທີ່ມີປະສິດທິຜົນ, ແທດຈິງ, ໝັ້ນແກ່ນລະຫວ່າງ ຫວຽດນາມ ແລະ ສິງກະໂປ ໃນຕະຫຼອດໄລຍະກວ່າ 50 ປີຜ່ານມາ. VSIP ຮ່າຕິງ ໄດ້ຮັບຄວາມຫວັງວ່າ ຈະສ້າງຄວາມດູດດື່ມສຳລັບບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບຂົງເຂດຕ່າງໆ: ໄຟຟ້າ ແລະ ເອເລັກໂຕນິກ, ທາດເຄິ່ງຊັກນຳໄຟຟ້າ, ກົນຈັກແມ່ນຍຳ, ພະລັງງານ, ແບັກເຕີຣີລົດໄຟຟ້າ, ໂຫລະ, ອາໄຫຼ່ລົດໂອໂຕ… ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານກວ່າ 30.000 ຄົນ, ສ້າງກຳລັງແຮງແກ່ການພັດທະນາ, ຫັນປ່ຽນໂຄງປະກອບເສດຖະກິດຂອງແຂວງ ຮ່າຕິງ.

ຕອບກັບ