ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ WEF ຕະຫຼຽນ ປີ 2024

Chia sẻ
(VOVWORLD) - ຕອນເຊົ້າວັນທີ 25 ມິຖຸນາ ຕາມເວລາທ້ອງຖິ່ນ, ຢູ່ ຕະຫຼຽນ, ແຂວງ ຫຼຽວໜິງ, ແຫ່ງປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີບົດກ່າວປາໄສຢູ່ວາລະໄຂຄົບຄະນະກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 15 ຂອງ ເວທີປາໄສ ເສດຖະກິດໂລກ ຢູ່ ຕະຫຼຽນ (WEF ຕະຫຼຽນ).
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ WEF ຕະຫຼຽນ ປີ 2024 - ảnh 1ວາລະໄຂກອງປະຊຸມຄົບຄະນະ  WEF 15  (ພາບ: VOV)

ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ເພື່ອມຸ່ງໄປເຖິງ “ບັນດາຂົງເຂດເຕີບໂຕໃໝ່”, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຝ່າຍ ພ້ອມກັນສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເຊີດຊູການສົນທະນາ, ເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມເປັນເອກະພາບ, ການຮ່ວມມື ແລະ ພັດທະນາ, ແກ້ໄຂບັນດາບັນຫາຢ່າງມີປະສິດທິຜົນ ໂດຍອີງໃສ່ກົດໝາຍ ແລະ ຮັບປະກັນຄວາມກົມກ່ຽວລະຫວ່າງຜົນປະໂຫດຍຂອງບັນດາຝ່າຍກ່ຽວຂ້ອງ; ບໍ່ຫັນເປັນບັນຫາການເມືອງ ແລະ ມີການຈໍາແນກການປະພຶດສຳລັບຂົງເຂດວິທະຍາສາດເຕັກໂນໂລຢີ, ນະວັດຕະກຳທີ່ມີລັກສະນະທົ່ວໂລກ.

ທ່ານນາຍົກລັດຖະມົນຕີກໍປາດຖະໜາວ່າ WEF ແລະ ບັນດາຄູ່ຮ່ວມມື ຊຸກຍູ້ການຮ່ວມມືລະຫວ່າງພາກລັດ - ເອກະຊົນ, ເສີມຂະຫຍາຍບົດບາດຂອຜູ້ນຳໜ້າໃນການຊີ້ນຳ, ນຳພາການພັດທະນາ ແລະ ວິວັດການສ້າງໂຄງປະກອບເສດຖະກິດຂອງບັນດາປະເທດ, ພາກພື້ນ, ທົ່ວໂລກ, ໂດຍສະເພາະແມ່ນ 3 ຂົງເຂດສຳຄັນ. ທີໜຶ່ງແມ່ນ, ສ້າງລະບອບລະບຽບການເສດຖະກິດການຕະຫຼາດ. ທີສອງແມ່ນ, ສຸມໃສ່ການພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຍຸດທະສາດ. ທີສາມແມ່ນ, ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ. ທ່ານກ່າວວ່າ:

“ຫວຽດນາມ ໄດ້, ກຳລັງ ແລະ ຈະສືບຕໍ່ປະກອບສວນຢ່າງເປັນເຈົ້າການ, ຕັ້ງໜ້າ ເພື່ອປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ, ຮອບດ້ານ, ສາມັກຄີ, ຮ່ວມມື, ເປັນເອກະພາບໃນຄວາມຫຼາຍຮູບຫຼາຍສີ; ພ້ອມກັບ ອາຊຽນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຈີນ, ເວທີປາໄສເສດຖະກິດໂລກ  ແລະ ບັນດາຄູ່ຮ່ວມມືຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່ຢ່າງເຂັ້ມແຂງ; ພ້ອມດຽວກັນນັ້ນ, ມານະພະຍາຍາມຮັກສາ ແລະ ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກຢ່າງບໍ່ຢຸດຢັ້ງ.”

ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືກັບບັນດາການນຳ (IGWEL) ກ່ຽວກັບ “ການຮ່ວມມືເພື່ອມຸ່ງໄປເຖິງການເຕີບໂຕເສດຖະກິດ”.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ WEF ຕະຫຼຽນ ປີ 2024 - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ໂບໂລຍ Andrzej Duda (ພາບ: vov)

ໃນຂອບເຂດເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ໂບໂລຍ Andrzej Duda. ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.

ແລະ ກໍໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມ ການໂອ້ລົມສົນທະນາ ກັບປະຊາຄົມວິສາຫະກິດເລີ່ມຕົ້ນທຸລະກິດ ແລະ ນະວັດຕະກຳຂອງ WEF, ດ້ວຍຫົວຂໍ້ “ຊຸກຍູ້ການເຕີບໂຕເສດຖະກິດໂດຍອີງໃສ່ນະວັດຕະກຳຢູ່ບັນດາປະເທດພວມພັດທະນາ”.
ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ໃນຂະບວນວິວັດແຫ່ງການພັດທະນາຂອງຕົນ, ຫວຽດນາມ ຍາມໃດກໍຮັບຮູ້ຢ່າງຖືກຕ້ອງກ່ຽວກັບນະວັດຕະກຳ, ການສ້າງອາຊີບ ແລະ ໄດ້ມີການເຄື່ອນໄຫວແທດຈິງ ແລະ ມີປະສິດທິຜົນຫລາຍຢ່າງ ເພື່ອຊຸກຍູ້ນະວັດຕະກຳ. ພ້ອມກັນນັ້ນ, ຫວຽດນາມ ສຸມໃສ່ພັດທະນາພື້ນຖານໂຄງລ່າງສັງຄົມ; ພັດທະນາແຫຼ່ງຊັບພະຍາກອນມະນຸດ; ລະດົມບັນດາແຫຼ່ງຊັບພະຍາກອນມະນຸດ; ນຳເອົາການລົງທຶນສາທາລະນະ ນຳພາການລົງພາກເອກະຊົນ ແລະ ເຄື່ອນໄຫວ ແລະ ລະດົມທຸກແຫຼ່ງກຳລັງສັງຄົມ ເຂົ້າໃນນະວັດຕະກຳ ແລະ ສ້າງອາຊີບ.

ຫວູຄວຽນ

ຕອບກັບ