ສິນຄ້າຂອງຈີນ ຢູ່ທ່າກໍ່າປັ່ນຢູ່ Long Beach, Los Angeles (ພາບ: THX/TTXVN)
|
ກ່າວຄໍາເຫັນຕໍ່ບັນດານັກຂ່າວ ພາຍຫຼັງການອະພິປາຍຕໍ່ຄະນະກໍາມະການການເງິນສະພາຕໍ່າ ອາເມລິກາ, ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ໃຫ້ຮູ້ວ່່າ: ທ່ານປະທານາທິບໍດີ Donald Trump ຈະປົກປ້ອງບັນດາຊາວກະສິກອນ ອາເມລິກາ ຕໍ່ໜ້າບັນດານະໂຍບາຍໂຕ້ຕອບ ແລະ “ລະມັດລະວັງທີ່ສຸດ” ໃນການຍົກເວັ້ນພາສີສໍາລັບສິນຄ້າຂອງ ຈີນ ເພື່ອແນໃສ່ປົກປ້ອງຜູ້ບໍລິໂພກ ແລະ ບັນດາວິສາຫະກິດ ອາເມລິກາ. ທ່ານ Mnuchin ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າສະໜັບສະໜູນຊາວກະສິກອນ. ຖ້າຫາກ ຈີນ ຢາກກັບຄືນສູ່ການເຈລະຈາ ແລະ ກ້າວເດີນຕໍ່ໄປ ໂດຍອີງໃສ່ພື້ນຖານຂອງກ່ອນນີ້, ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະຈັດຕັ້ງບັນດາການສົນທະນາ”.