ອາເມລິກາ ປະກາດສືບຕໍ່ອຸປະຖຳ WHO

Chia sẻ
(VOVWORLD) -ທ່ານປະທານາທິບໍດີອາເມລິກາ Joe Biden ຢືນຢັນວ່າ ໄດ້ຕ່າວປິ້ນຂໍ້ຕົກລົງຂອງທ່ານປະທານາທິບໍດີໝົດອາຍຸການ Donald Trump ທີ່ຖອນອາເມລິກາ ອອກຈາກ WHO.
ອາເມລິກາ ປະກາດສືບຕໍ່ອຸປະຖຳ WHO - ảnh 1ສຳນັກງານອົງການອະນາໄມໂລກ
(ພາບ: AFP/TTXVN)

ວັນທີ 21 ມັງກອນ, ອາເມລິກາ ໄດ້ປະກາດວ່າ ຈະສືບຕໍ່ອຸປະຖຳໃຫ້ອົງການອະນາໄມໂລກ (WHO) ໃນສະພາບທີ່ທ່ານປະທານາທິບໍດີອາເມລິກາ ຄົນໃໝ່ Joe Biden ພວມຊຸກຍູ້ນະໂຍບາຍມຸ່ງໄປເຖິງການຮ່ວມມືສາກົນທີ່ໃຫຍ່ຫຼວງກວ່າໃນບັ້ນສະກັດກັ້ນໂລກລະບາດໂຄວິດ-19. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີອາເມລິກາ Joe Biden ຢືນຢັນວ່າ ໄດ້ຕ່າວປິ້ນຂໍ້ຕົກລົງຂອງທ່ານປະທານາທິບໍດີໝົດອາຍຸການ Donald Trump ທີ່ຖອນອາເມລິກາ ອອກຈາກ WHO.

        ທ່ານ Anthony Fauci, ທີ່ປຶກສາດ້ານສາທາລະນະສຸກແຖວໜ້າຂອງລັດຖະບານອາເມລິກາ ໄດ້ຢືນຢັນວ່າ, ອາເມລິກາ ຈະສືບຕໍ່ປະກອບບ້ວງເງິນກ້ອນໃຫຍ່ເຂົ້າກອງທຶນຂອງ WHO.

ຕອບກັບ