ອາ​ເມ​ລິ​ກາ, ຈີນ ແລະ ສະ​ຫະ​ພາບ​ເອີ​ຣົບ ເຫັນ​ດີ​ຮ່ວມ​ມື​ກັນ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ໃນ​ຂົງ​ເຂດປັນ​ຍາ​ປະ​ດິດ

Chia sẻ
(VOVWORLD) -    ກວ່າ 25 ປະເທດ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ຄວາມປອດໄພໃນຂົງເຂດ AI ຢູ່ Bletchley Park  ໄດ້ລົງນາມໃນຖະແຫຼງການ Bletchley, ໃນນັ້ນ ມີ ອາເມລິກາ, ຈີນ, ສະຫະພາບເອີຣົບ (EU). 

  ໃນກອງປະຊຸມສຸດຍອດ ຄວາມປອດໄພກ່ຽວກັບປັນຍາປະດິດ (AI), ຖືກໄຂຂຶ້ນໃນວັນທີ 1 ພະຈິກ ຢູ່ Bletchley Park ຢູ່ຊານນະຄອນຫຼວງ ລອນດອນ (ອັງກິດ), ບັນດາປະເທດມະຫາອຳນາດໃນຂົງເຂດປັນຍາປະດິດຄື ອາເມລິກາ, ຈີນ ແລະ ສະຫະພາບເອີຣົບ ໄດ້ຕົກລົງເຫັນດີຮັບຮອງເອົາ “ຖະແຫຼງການ Bletchley” ເພື່ອຊຸກຍູ້ການຮ່ວມມື ຮັບປະກັນຄວາມປອດໄພໃນຂົງເຂດປັນຍາປະດິດ.

        ຖະແຫຼງການ Bletchley ວາງອອກສອງທິດທາງການເຄື່ອນໄຫວ. ທີໜຶ່ງແມ່ນ ສຸມໃສ່ກຳນົດບັນດາຄວາມສ່ຽງກ່ຽວກັບເລື່ອງ AI ກໍ່ຄວາມວິຕົກກັງວົນລວມໃຫ້ບັນດາປະເທດ, ຜ່ານນັ້ນ ກໍ່ສ້າງບັນດາແບບວິທີວິທະຍາສາດເພື່ອຄົ້ນຄວ້າກ່ຽວກັບບັນດາຄວາມສ່ຽງນັ້ນ. ທີສອງແມ່ນ ຊຸກຍູ້ການສ້າງບັນດານະໂຍບາຍລະຫວ່າງຊາດ ເພື່ອລົບລ້າງບັນດາຄວາມສຽງກ່ຽວກັບ AI.

        ກວ່າ 25 ປະເທດ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ຄວາມປອດໄພໃນຂົງເຂດ AI ຢູ່ Bletchley Park  ໄດ້ລົງນາມໃນຖະແຫຼງການ Bletchley, ໃນນັ້ນ ມີ ອາເມລິກາ, ຈີນ, ສະຫະພາບເອີຣົບ (EU). ນີ້ໄດ້ຮັບຖືວ່າ ແມ່ນຜົນສຳເລັດທີ່ໜ້າສົນໃຈ ເພາະວ່າ ກ່ອນໜ້ານັ້ນ  ເກີດມີຄວາມວິຕົກກັງວົນວ່າ ຄວາມເຄັ່ງຕຶງກ່ຽວກັບເຕັກໂນໂລຢີລະຫວ່າງ ອາເມລິກາ ແລະ ຈີນ ໃນໄລຍະຜ່ານມາ ອາດຈະກີດຂວາງບັນດາຄວາມມານະພະຍາຍາມລວມ ທີ່ແນໃສ່ຄວບຄຸມ AI ໃນທົ່ວໂລກ.

ຕອບກັບ